ແຂວງເຊກອງເກັບກູ້ລະເບີດ ບໍ່ໄດ້ຕາມເປົ້າໝາຍ
ອົງການ ເກັບກູ້ລະເບີດ ປະຈໍາແຂວງ ເຊກອງ ຍັງບໍ່ສາມາດ ເກັບກູ້ລະເບີດ ໄດ້ຕາມເປົ້າໝາຍ ທີ່ກໍານົດໄວ້ ຍ້ອນວ່າ ບໍລິເວນ ທີ່ເກັບກູ້ ໄດ້ຮັບຜົນ ກະທົບສູງ.
-
ໂພໄຊສວັດ
2010-09-01 -
-
-
Your browser doesn’t support HTML5 audio
ພາຍໃນປີ 2010 ນີ້ ອົງການ ເກັບກູ້ລະເບີດ ປະຈຳແຂວງ ເຊກອງ ຍັງບໍ່ສາມາດ ເກັບກູ້ລະເບີດ ໄດ້ຕາມເປົ້າໝາຍ ທີ່ກຳນົດໄວ້ ຍ້ອນວ່າ ບໍລິເວນ ທີ່ມີການ ເກັບກູ້ລະເບີດ ມີລະເບີດ ຢັງຢາຍຢູ່ ຢ່າງຫລວງຫລາຍ ຈຶ່ງບໍ່ສາມາດ ເກັບກູ້ຢ່າງໄວໄດ້.
ເຖິງຢ່າງໃດ ກໍຕາມ ທາງອົງການ ກໍໄດ້ພຍາຍາມ ເລັ່ງມື ເພື່ອໃຫ້ຊາວບ້ານ ມີພື້ນທີ່ເຮັດໄຮ່ ແລະ ການພັທນາອື່ນໆ. ເຈົ້າໜ້າທີ່ ຈາກຫ້ອງການ ເກັບກູ້ລະເບີດ ແຂວງເຊກອງ ອະທິບາຍວ່າ:
"ເລີ້ມປີ 2010 ໄດ້ 80 ປາຍເຮັກຕາ ສຳລັບປີ 2010 ນີ້ 200 ເຮັກຕາ ສນາມເຮົາມີ ຜົນກະທົບ ໜັກກວ່າທຸກປີ ປີນີ້ຖືວ່າມີ ລະເບີດຫລາຍ ແລະ ສະເກັດກໍຫລາຍ ມັນມີຜົນ ກະທົບສູງ ເຮັດໃຫ້ວຽກ ບໍ່ໄດ້ຫລາຍ".
ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ລະຍະນີ້ ເປັນຍາມຝົນ ຊຶ່ງທາງອົງການ ໄດ້ມາເລັ່ງໃສ່ ສອງໂຕເມືອງ ຄືເມືອງລະມາມ ແລະ ເມືອງທ່າແຕງ ຊຶ່ງຢູ່ໃນເຂດ ນ້ຳເຊນ້ອຍ ເພາະວ່າໃນຍາມຝົນ ບໍ່ສາມາດ ໄປຣອດ ເມືອງດັກຈຶງ ແລະ ເມືອງກະລຶມ ໄດ້ ເຖິງວ່າຈະມີ ປະຊາຊົນ ອາສັຍ ຢູ່ຫລາຍກໍຕາມ ແລະການເກັບ ກູ້ລະເບີດ ກໍຈະເຮັດ ໄປຕາມແຜນທີ່ ປະຊາຊົນ ໄດ້ສເນີມາ.
ສຳລັບການ ເກັບກູ້ລະເບີດ ພາຍໃນປີ 2010 ເຖິງວ່າຈະບໍ່ໄດ້ ຕາມເປົ້າໝາຍ ແຕ່ທາງອົງການ ກໍຈະພຍາຍາມ ໃຫ້ໄດ້ຮອດ 80 ສ່ວນຮ້ອຍ. ດັ່ງເຈົ້າໜ້າທີ່ເວົ້າອີກວ່າ:
"ຖືວ່າຕ້ອງໄດ້ເລັ່ງ ທຳເພີ້ມອີກ ເພາະວ່າ ພວກເຮົາຍັງ ບໍ່ໄດ້ເຄິ່ງນຶ່ງ ຂອງແຜນ ຕ້ອງໄດ້ເຮັດ ເພີ້ມຕື່ມອີກ ຄິດວ່າປີນີ້ ຈະໃຫ້ໄດ້ ປະມານ 100 ກວ່າເຮັກຕາ ນີ້ແຫລ໋ະ ກໍຊິເລັ່ງໃສ່ ໃຫ້ມັນໄດ້ ສຸດປະມານ 140 – 150 ເຮັກຕາ ໃຫ້ມັນເກີນ ເຄິ່ງນຶ່ງ".
ສຳລັບເປົ້າໝາຍ ໃນແຕ່ລະປີ ແລະແຕ່ລະ ແຂວງນັ້ນແມ່ນ ທາງອົງການ ເກັບກູ້ລະເບີດ ທີ່ບໍ່ທັນແຕກ ຢູ່ນະຄອນ ຫລວງວຽງຈັນ ເປັນຜູ້ກຳນົດ ໂດຍອີງໃສ່ ຈຳນວນ ເຈົ້າໜ້າທີ່ ປະຈຳ ໃນແຕ່ລະແຂວງ. ການເກັບກູ້ລະເບີດ ນີ້ມີຄວາມຈຳເປັນ ເພື່ອຄວາມ ປອດພັຍ ຂອງປະຊາຊົນ ແລະ ການພັທນາ ໃນດ້ານຕ່າງໆ.