ກອງປະຊູມຣັຖພາຄີ ຕ້ານລະເບີດລູກຫວ່ານ

ປະທານ ປະເທດ ສປປລາວ ກ່າວເປີດ ກອງປະຊູມ ຄັ້ງທໍາອິດ ຂອງຣັຖພາຄີ ສົນທິສັນຍາ ວ່າດ້ວຍການ ຫ້າມຕ້ານ ລະເບີດລູກຫວ່ານ “ບອມບີ”
ໂພໄຊສວັດ
2010.11.09
F-bomb-village ການທໍາລາຍ ລະເບີດທີ່ຕົກຄ້າງ ໃນແຂວງຊຽງຂວາງ ຊື່ງພື້ນທີ່ນັ້ນ ກໍຢູ່ປະປົນ ກັບໝູ່ບ້ານ ໂຮງຮຽນ ແລະບ່ອນປູກຝັງ ຂອງຊາວບ້ານ
AFP PHOTO/HO/Stanislas FRADELIZI

ກົດຟັງສຽງ

ປະທານ ປະເທດ ສປປລາວ ທ່ານ ຈູມມະລີ ໄຊຍະສອນ ກ່າວເປີດ ກອງປະຊຸມ ຄັ້ງທໍາອິດ ຂອງຣັຖພາຄີ ສົນທິສັນຍາ ວ່າດ້ວຍການ ຫ້າມຫລືຕ້ານ ລະເບີດລູກຫວ່ານ “ບອມບີ” ຢູ່ສູນວັທນະທັມ ແຫ່ງຊາດ ນະຄອນຫລວງ ວຽງຈັນ ໃນຕອນເຊົ້າ ຂອງມື້ວັນທີ 9 ພຶສຈິກາ 2010. ມີເຈົ້າໜ້າທີ່ ທາງການ ລະດັບສູງ ຝ່າຍຣັຖບານ ແລະ ຈາກອົງການ ສາກົນ ທີ່ກ່ຽວຂ້ອງກັບ ການຕ້ານ ລະເບີດລູກຫວ່ານ ທົ່ວໂລກ ຫລາຍກວ່າ 800 ຄົນເຂົ້າຮ່ວມ ຊຶ່ງຮວມທັງ ດຣ Asha-Rose Migiro ຮອງ ເລຂາທິການ ໃຫຍ່ ສະຫະປະຊາຊາດ. ທ່ານ ຈູມມະລີ ໄຊຍະສອນ ໄດ້ກ່າວເປີດ ກອງປະຊຸມ ຄັ້ງທໍາອິດ ຂອງຣັຖພາຄີ ສົນທິສັນຍາ ວ່າດ້ວຍການ ຫ້າມຫລືຕ້ານ ລະເບີດລູກຫວ່ານ ວ່າ:

"ນະໂອກາດນີ້ ຂ້າພະເຈົ້າ ຂໍຖືເປັນກຽດ ເປີດກອງປະຊູມ ຄັ້ງທໍາອິດ ຂອງ ຣັຖພາຄີ ສົນທິສັນຍາ ວ່າດ້ວຍການ ເຫືອດຫ້າມ ລະເບີດລູກຫວ່ານ ນັບແຕ່ ວິນາທີນີ້ ເປັນຕົ້ນໄປ ຫລັງຈາກທີ່ ທ່ານ ຈູມມະລີ ໄຊຍະສອນ ໄດ້ກ່າວເປີດ ກອງປະຊຸມ ຢ່າງເປັນ ທາງການແລ້ວ ດຣ Asha-Rose Migiro ກໍໄດ້ຂຶ້ນ ກ່າວກ່ຽວກັບ ກອງປະຊູມ ເທື່ອນີ້ວ່າ:

"ທ່ານຍິງ ທ່ານຊາຍ ຂ້າພະເຈົ້າ ຮູ້ສຶກເປັນກຽດ ທີ່ໄດ້ມາຮ່ວມ ກອງປະຊຸມ ຄັ້ງທໍາອິດ ຂອງຣັຖພາຄີ ສົນທິສັນຍາ ວ່າດ້ວຍການ ຕ້ານ ລະເບີດລູກຫວ່ານ ຄັ້ງນີ້ ຂ້າພະເຈົ້າ ຂໍຂອບໃຈ ຣັຖບານ ແລະ ປະຊາຊົນ ລາວ ໃນບົດບາດ ການເປັນຜູ້ນຳ ກ່ຽວກັບ ປະເດັນສຳຄັນນີ້, ນອກຈາກນີ້ ກໍຂໍຂອບໃຈ ຜູ້ຕາງໜ້າ ຈາກປະເທດ ຕ່າງໆ, ຜູ້ຕາງໜ້າ ຣັຖບານ, ຜູ້ຕາງໜ້າ ສະຫະປະຊາຊາດ ອົງການ ກາຊາດ ສາກົນ ແລະອື່ນໆ ທີ່ໄດ້ສນັບສນູນ ຣັຖບານ ລາວ ໃນການກະຕຽມ ກອງປະຊູມ ເທື່ອນີ້.

ຫລັງຈາກການ ປາສັຍກໍໄດ້ມີ ການສແດງ ສາມຢ່າງ ທີ່ສະທ້ອນ ໃຫ້ເຫັນ ຜົນກະທົບ ຈາກລະເບີດ ລູກຫວ່ານ ແລ້ວພິທີເປີດ ຢ່າງເປັນທາງການ ກໍສີ້ນສູດລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.