ປະຊາຊົນສເນີໃຫ້ ແກ້ບັນຫາລັກຕັດໄມ້

ການຕັດໄມ້ແບບ ຜິດກົດໝາຍ ໃນລາວ ຍັງເປັນບັນຫາ ທີ່ບໍ່ສາມາດ ແກ້ໄຂ ໃຫ້ຫລຸດຜ່ອນ ລົງໄດ້ ເຮັດໃຫ້ ປະຊາຊົນ ຂາດຄວາມເຊື່ອໝັ້ນ ຕໍ່ການນໍາພາ ຂອງພັກ-ຣັຖ ກ່ຽວກັບບັນຫາ ດັ່ງກ່າວ.

ປັດຈຸບັນ ມີປະຊາຊົນ ໃນຫລາຍໆແຂວງ ທົ່ວປະເທດ ສເນີໃຫ້ພາກ ສ່ວນກ່ຽວຂ້ອງ ເອົາມາຕການ ແກ້ໄຂບັນຫາ ນີ້ຢ່າງຮີບດ່ວນ. ເມື່ອບໍ່ນານ ມານີ້ ປະຊາຊົນ ໃນເຂດ ອ້ອມແອ້ມ ພູພຽງນາກາຍ ໄດ້ສເນີໃຫ້ ທາງການປາບປາມ ການລັກຕັດໄມ້ ຢູ່ເຂດປ່າສງວນ ຟາກນໍ້າເທີນ ເບື້ອງທິດ ຕາເວັນອອກ ໂດຍອ້າງວ່າ ເປັນໄມ້ຂອງ ໂຄງການ.
ສ່ວນອີກ ເຫດການນຶ່ງ ປະຊາຊົນ ໃນແຂວງວຽງຈັນ ໄດ້ຮ້ອງຮຽນ ກ່ຽວກັບການ ລັກຕັດໄມ້ ໃນເຂດອ່າງ “ນ້ຳງື່ມ 2” ທີ່ຕັດເລິກ ເຂົ້າໄປເຖິງ ເຂດພູສູງຊຶ່ງ ເປັນປ່າສງວນ ຖ້າຫາກ ບໍ່ແກ້ໄຂ ໄມ້ຢູ່ເທິງ ພູທັງສອງໜ່ວຍ ຄືພູຄໍ້ ແລະ ພູນ້ຳຍ້ອຍ ຈະໝົດໄປ ແລະນ້ຳ ກໍຈະບົກແຫ້ງ. ສຳລັບ ປະຊາຊົນ ເມືອງບຸນເໜືອ ກໍໄດ້ສເນີ ໃຫ້ຣັຖບານ ກວດກາ ການຕັດໄມ້ ແບບຊະຊາຍ ຊຶ່ງເປັນການ ທຳລາຍປ່າ ທັມມະຊາດ ໂດຍສະເພາະ ໃນເຂດ ເຂື່ອນນ້ຳ ງາຍ ແລະນ້ຳບູນ.

ໃນເວລາ ດຽວກັນ ປະຊາຊົນ ແຂວງສາຣະວັນ ກໍໄດ້ສເນີ ວ່າທາງການເມືອງ ໄດ້ອະນຸຍາດ ໃຫ້ນັກລົງທຶນ ຕ່າງປະເທດ ເຂົ້າມາ ສຳປະທານ ພື້ນທີ່ດິນ 100 ກ່າວ    ເຮັກຕາ ຊຶ່ງເປັນ ສະຖານທີ່ ປູກຝັງ ຂອງປະຊາຊົນ ໂດຍທີ່ພວກຂະເຈົ້າ ບໍ່ໄດ້ຜົນ ທົດແທນຫຍັງເລີຍ. ນອກຈາກນັ້ນ ປະຊາຊົນ ບ້ານນາຄົກ ເມືອງພຽງ ແຂວງໄຊຍະບູລີ ກໍໄດ້ຮ້ອງຮຽນ ຕໍ່ທາງການໃຫ້ ກວດກາຄືນ ການລັກຕັດໄມ້ ໃນບ້ານນາຄົກ ຊື່ງພວກຂະເຈົ້າ ເຊື່ອວ່າບໍ່ຖືກ ຕ້ອງຕາມ ກົດໝາຍ ແລະ ຄາດວ່າການ ຈັດຕັ້ງຂັ້ນເມືອງ ໄດ້ຮູ້ເຫັນ ເປັນໃຈ.

ເຖິງຢ່າງໃດ ກໍຕາມ ເຈົ້າໜ້າທີ່ ກ່ຽວຂ້ອງບອກວ່າ ປັດຈຸບັນນີ້ ຍັງບໍ່ທັນມີ ຄວາມກະຈ່າງແຈ້ງ ເທື່ອ ແຕ່ຫາກພົບ ເຫັນວ່າມີ ການລັກ ຕັດໄມ້ແທ້ ຫລັງຈາກ ການກວດກາ ກໍຈະນຳເອົາ ຜູ້ກະທຳຜິດມາ ດຳເນີນ ຄະດີຕໍ່ໄປ ແຕ່ກໍຍອມຮັບວ່າ ສະພາບແບບ ນີ້ມີແຜ່ຫລາຍ ໃນ ສປປລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org