ການສ້າງເຂື່ອນ ທຳລາຍ ສະພາບແວດລ້ອມ

ເຈົ້າໜ້າທີ່ ສະພາບ ແວດລ້ອມ ຂອງລາວ ຢັ້ງຢືນ ວ່າ ການສ້າງເຂື່ອນໃນ ສປປລາວ ສົ່ງ ຜົນກະທົບ ຢ່າງຮ້າຍແຮງ ຕໍ່ ສະພາບ ແວດລ້ອມ.

0:00 / 0:00

ຕໍ່ກໍຣະນີ ທີ່ວ່າ ນັກວິຊາການ ປ່າໄມ້ ຂອງລາວ ທ່ານນຶ່ງ ໄດ້ກ່າວວ່າ ສປປລາວ ມີຄວາມພ້ອມ ໃນດ້ານ ຊັບພະຍາກອນ ທໍາມະຊາດ ເລື່ອງນໍ້າ ແລະ ສາມາດ ທີ່ຈະສ້າງ ເຂື່ອນໄດ້ ໂດຍທີ່ວ່າ ບໍ່ຄິດໄລ່ ເຖີງຜົນ ກະທົບ ຕໍ່ສິ່ງແວດລ້ອມ ທີ່ຈະຕິດຕາມມາ ນັ້ນ, ທາງນັກຂ່າວ RFA ກໍໄດ້ ສອບຖາມ ໄປຍັງ ເຈົ້າໜ້າທີ່ ດ້ານສີ່ງແວດລ້ອມ ໃນນະຄອນຫລວງ ວຽງຈັນ, ຊຶ່ງກໍໄດ້ ຄໍາຕອບ ດັ່ງນີ້:

“ຕໍ່ ສີ່ງແວດລ້ອມ ທີ່ກະທົບ ເລື່ອງຫຍັງ, ເນາະ, ເພາະວ່າ ທຸກສີ່ງ ທຸກຢ່າງ ມັນເປັນ ຊັບພະຍາກອນ ທັງນັ້ນ. ອັນຄົນ ທີ່ເວົ້າ ຢ່າງນັ້ນ, ຂະເຈົ້າ ບໍ່ຮູ້, ເນາະ, ຂະເຈົ້າ ນັ່ງຢູ່ໂຕະ ແລ້ວ ຂະເຈົ້າ ຂຽນເອົາ. ແຕ່ວ່າ; ຖ້າວ່າ ໄປເບີ່ງ ຕົວຈີງ, ໂອຍ, ເສັຽຫາຍຫລາຍ.”

ແລະວ່າ ໃນທຸກມື້ນີ້ ມີການຕັດໄມ້ເພີ່ມຂຶ້ນຢ່າງຫລວງຫລາຍ ອັນເຮັດໃຫ້ສັດສາວາສີ່ງ ປ່າໄມ້ ທີ່ຢູ່ອາໄສຂອງສັດ ຮວມໄປເຖິງພວກຊາວບ້ານ ທີ່ອາໃສປ່າ ເປັນແຫລ່ງທໍາມາຫາກິນນັ້ນ ຕ້ອງໄດ້ຊອກຫາທີ່ທໍາມາຫາກີນແຫລ່ງໃໝ່ ແລະຍັງມີບັນຫາ ຝົນຕົກບໍ່ຕາມຣະດູການ ແລະໃນຣະດູຮ້ອນ ກໍຈະເກີດພາວະຮ້ອນອົບເອົ້າແລະແຫ້ງແລ້ງ ຫລາຍກວ່າປົກກະຕິ.

ພ້ອມດຽວກັນ ທ່ານຍັງກ່າວຢືນຢັນເຖີງຜົນເສັຽຫາຍ ຈາກການສ້າງເຂື່ອນທີ່ມີຫລາຍເກີນໄປ ໃນລາວວ່າ:

“ເສັຽຫາຍຢູ່ດີແລະ, ຕ່າງກັນຢູ່ວ່າເສັຽໜ້ອຍ ແລະ ເສັຽຫລາຍ, ເນາະ. ຖ້າວ່າເຈາະອຸມົງ, ນາ, ຄວາມເສັຽຫາຍມັນນ້ອຍ ແຕ່ວ່າໄດ້ໄຊ້ຣາຄາແພງຫລາຍ ຊັບພະຍາກອນແລະຊີວະານໆພັນຕ່າງໆ ມັນກໍສູນຫາຍໄປໝົດແລ້ວ.”

ແລະໃນຕອນທ້າຍ ທ່ານຍັງກ່າວສະລຸບ-ໂດຍໃຫ້ຄວາມຄິດເຫັນ ສ່ວນຕົວວ່າ ການສ້າງເຂື່ອນ ຈະສົ່ງຜົນກະທົບຢ່າງໜັກໜ່ວງ ໃສ່ຊັບພະຍາກອນທໍາມະຊາດ ທີ່ມີຢູ່ໃນລາວ ແຕ່ຂະນະດຽວກັນ ກໍຈະສ້າງຜົນດີໃຫ້ສ່ວນຮວມ ແລະປະເທດລາວ ຊຶ່ງເປັນປະເທດກໍາລັງພັດທະນານັ້ນ ການສ້າງເຂື່ອນໃສ່ ກໍອາດຈະຊ່ວຍໃຫ້ປະຊາຊົນລາວ ລຸດພົ້ນຈາກຄວາມຍາກຈົນ ກໍເປັນໄດ້ -ທ່ານກ່າວ.
EKW: ສະພາບແວດລ້ອມ