ບັນຫາຫມອກຄວັນ ຈາກການຈູດປ່າຖາງໄຮ່
ຫລາຍແຂວງ ທາງພາກເຫນືອ ຂອງລາວ ປະເຊີນກັບ ບັນຫາຫມອກຄວັນ ມົລພິດ ຈາກການຈູດປ່າຖາງໄຮ່.
-
ສິດນີ
2010-03-11 -
-
-
Your browser doesn’t support HTML5 audio
ເຈົ້າຫນ້າທີ່ ທ່ານນື່ງ ຈາກແຂວງບໍ່ແກ້ວ ເວົ້າວ່າ ໃນປັດຈຸບັນ ມີຫລາຍແຂວງ ທາງພາກເຫນືອ ຂອງລາວ ປະເຊີນກັບບັນຫາ ມົລພິດ ທາງອາກາດ ຢ່າງຫນັກ ຍ້ອນການຈູດປ່າ ຖາງໄຮ່ ຂອງປະຊາຊົນ. ໂດຍສະເພາະ ໃນແຂວງ ໄຊຍະບຸຣີ ອຸດົມໄຊ ວຽງຈັນ ແລະ ຫລວງພຣະບາງ ທີ່ປະຊາຊົນ ຊາວເຜົ່າ ຍັງພາກັນ ຈູດປ່າຖາງໄຮ່ ກັນຢູ່.
ທາງຝ່າຍຣັຖບານ ກໍ່ມີແຜນການ ທີ່ຈະຈັດກອງປະຊຸມ ເພື່ອແກ້ໄຂບັນຫາ ດັ່ງກ່າວ ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:
"ທາງສູນກາງ ເພີ່ນກໍ່ມີຄຳສັ່ງ ອອກໄປເຕືອນ ໃຫ້ບັນດາ ຜແນກກະສີກັມ ຕ່າງແຂວງ ໃຫ້ເອົາໃຈໃສ່ ຕິດຕາມເຣື້ອງ ຫມອກຄວັນ ແລ້ວກໍ່ໃຫ້ຕຽມ ເຣື້ອງຫມອກຄວັນ".
ທ່ານວ່າ ສະພາບຫມອກຄວັນ ລັກສນະດັ່ງກ່າວ ຍັງຈະເປັນແບບນີ້ ໄປອີກຣະຍະນຶ່ງ ຈົນກວ່າຈະຮອດ ຍາມຝົນ ທີ່ຈະມີ ນ້ຳຝົນຕົກມາ ລ້າງຫມອກຄວັນ ໃຫ້ເບົາບາງລົງໄດ້. ນອກຈາກຈະມີ ຫມອກຄວັນ ແລ້ວ ສະພາບອາກາດ ໃນເຂດພາກເຫນືອ ຂອງລາວ ໃນເວລານີ້ ຜິດປົກກະຕິ ຈາກເດີມ ບາງແຫ່ງກໍ່ມີ ຄວາມກົດດັນ ອາກາດຕ່ຳ ແລະປາກົດການ ທາງທັມມະຊາດ ກໍ່ມີການປ່ຽນແປງ ເພາະຈະມີ ອາກາດຫນາວຈັດ ໃນບາງເຂດ ທີ່ສົ່ງຜົລກະທົບ ຕໍ່ການເປັນຢູ່ ຂອງປະຊາຊົນ ຢ່າງໃຫຍ່ຫລວງ ໂດຍສະເພາະ ກຸ່ມຊົນເຜົ່າ ທີ່ທຸກຍາກ ໃນເຂດຫ່າງໄກ ສອກຫລີກ ທີ່ຂາດການຊ່ວຍເຫລືອ ຈາກຣັຖບານ.
ສະພາບອາກາດ ໂດຍທົ່ວໄປ ໃນເຂດພາກເຫນືອ ຂອງລາວ ໃນເວລານີ້ ຈະຫນາວຈັດ ໃນຕອນເຊົ້າ ປະມານ 17-21 ອົງສາແຊວເສັດ ມີເມກຫມອກເຕັມ ໄປທົ່ວ ການສັນຈອນ ທາງອາກາດກໍ່ລຳບາກ ໃນຕອນຄ່ຳ ອຸນຫະພູມ ກໍ່ຈະຫລຸດລົງ ແຕ່ໃນເຂດພາກກາງ ແລະພາກໃຕ້ ອາກາດຍັງມີ ຄວາມອຸ່ນຫລາຍຢູ່.