ລາວໄດ້ຮັບທຶນເພີ້ມ ເພື່ອເກັບກູ້ລະເບີດ
2010.11.04
ທີ່ເຫັນເປັນຈຸດ ດ່າງສີຂາວ ຢາຍຕາມພື້ນດິນນັ້ນ ແມ່ນບ່ອນທີ່ ລະເບີດບໍ່ທັນແຕກ ຕົກຝັງຢູ່
ກົດຟັງສຽງ
ທາງກາຣ ສວິຕເຊີຣ໌ແລນດ໌ ຈະໃຫ້ເງິນທຶນ ກາຣຊ່ວຍເຫລືອ ແກ່ລາວຕື່ມອີກ 3 ລ້ານ ດອລລາຣ໌ ສະຫະຣັຖ ສຳລັບໂຄງກາຣ ເກັບກູ້ຣະເບີດ ລູກຫວ່ານ ທີ່ຍັງ ບໍ່ທັນແຕກ ຫລື UXO ທີ່ເຫລືອຄ້າງ ມາແຕ່ສມັຍ ສົງຄາມວຽຕນາມ.
ໃນຂນະດຽວກັນ ທາງກາຣເບລຈ໊ຽມ (Belgium) ກໍວ່າຈະ ໃຫ້ຕື່ມອີກ 210,000 ດອລລາຣ໌ ເພື່ອປະກອບ ເຂົ້າເປັນພາຄສ່ວນ ຂອງເງິນທຶນ ໃນໂຄງກາຣ ເກັບກູ້ຣະເບີດ ທີ່ທາງອົງກາຣ ສະຫະປະຊາຊາຕ ໃຫ້ຄວາມຮ່ວມມື ແລະ ຈັດຕັ້ງຂຶ້ນນັ້ນ.
ນອກຈາກເງິນທຶນ ທີ່ທາງຣັຖບາລ ສວັຕເຊີຣ໌ແລນດ໌ ແລະ ເບລຈ໊ຽມ ດັ່ງກ່າວນີ້ແລ້ວ ຍັງມີ ອອສເຕຣເລັຽ, ໄອແລນດ໌, ຄານາດາ ແລະຝຣັ່ງເສສ ທີ່ຢືນຢັນ ທີ່່ຈະໃຫ້ເງິນທຶນ ກາຣຊ່ວຍເຫລືອ ແກ່ລາວ ເຂົ້າໃນໂຄງກາຣ ເກັບກູ້ຣະເບີດ ເຊັ່ນກັນ. ຮວມເປັນທັງໝົດ 6,379,508 ດອລລາຣ໌.
ອົງກາຣຂ່າວ "Deutsche Press" ໄດ້ແຈ້ງອີກວ່າ ສຳລັບເງິນທຶນ ກາຣຊ່ວຍເຫລືອ ພາຄສ່ວນຂອງ ຣັຖບາລ ເບລຈ໊ຽມ ແລະ ສວິຕເຊີຣ໌ແລນດ໌ ນັ້ນ ມີກຳໜົດ ສົ່ງມອບໃຫ້ ທາງກາຣກ່ຽວຂ້ອງ ຂອງລາວ ກ່ອນກອງປະຊຸມ ບັນດາ ປະເທສພາຄີ ສົນທິສັນຍາ ກ່ຽວກັບ ຣະເບີດລູກຫວ່ານ ທີ່ທາງກາຣລາວ ຮັບເປັນເຈົ້າພາບ ເທື່ອທຳອິດ ທີ່ມີກຳໜົດ ຈັດຂຶ້ນຢູ່ ນະຄອນຫລວງ ວຽງຈັນ ໃນມື້ວັນທີ່ 9-12 ພຶສຈິກາ ນີ້ນັ້ນ.
ໃນບັນດາ ປະເທສທີ່ ມີກາຣຜລິຕ ກາຣນໍາໃຊ້ ແລະສະສົມ ຣະເບີດລູກຫວ່ານ ໄວ້ໃນທົ່ວໂລກ ຈົນເທົ່າ ປັຈຈຸບັນນີ້ ມີແຕ່ 38 ປະເທສເທົ່ານັ້ນ ທີ່ຮ່ວມເຊັນ ສັນຍາ ທີ່ຈະທຳລາຍ ແລະ ຍົກເລີກກາຣ ນຳໃຊ້. ໃນຂນະດຽວກັນນີ້ ກໍຍັງມີ ບໍ່ຕໍ່າກວ່າ 73 ປະເທສ ທີ່ຍັງມີ ກາຣນຳໃຊ້ ແລະສະສົມ ຣະເບີດລູກຫວ່ານ ດັ່ງກ່າວນີ້ໄວ້.
ຢ່າງໃດກໍຕາມ ເມືອງລາວ ເປັນປະເທສ ທີ່ມີຣະເບີດ ລູກຫວ່ານ ບໍ່ທັນແຕກ ຫລື UXO ເຫລືອຄ້າງຢູ່ ຫລາຍທີ່ສຸດ ເທົ່າປັຈຈຸບັນນີ້.









