ຮ້ອຍກວ່າຄົນ ຍັງຫາຍສາບສູນ ຍ້ອນລົມພະຍຸ ເກສນາ ໃນແຂວງພາກໃຕ້ ຂອງລາວ

ຍັງມີ ປະຊາຊົນ ຮ້ອຍກ່ວາຄົນ ທີ່ຫາຍສາບສູນ ໃນຂນະທີ່ ຢ່າງໜ້ອຍ 24 ຄົນ ເສັຍຊີວິດ ຍ້ອນ ລົມພະຍຸ ເກສນາ ທີ່ເຮັດໃຫ້ເກີດນໍ້າຖ້ວມ ຢ່າງຮ້າຍແຮງ ໃນແຂວງພາກໃຕ້ ຂອງລາວ ເມື່ອສັປດາຜ່ານມາ, ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ລາວ, ໂດຍອີງຕາມໂຕເລກ ຂອງສະພາກາຊາດ ໃນແຂວງອັຕປື ແລະ ສວັນນະເຂດ ໃນມື້ວັນທີ 7 ຕຸລານີ້.
ຈະເຣີນສຸກ
2009.10.08

ເຈົ້າໜ້າທີ່ ສະພາກາຊາດລາວ ທີ່ນະຄອນຫລວງວຽງຈັນ ກ່າວກ່ຽວກັບ ເຣື້ອງນີ້ ວ່າ: 

”ດຽວນີ້ ມີຄົນຕາຍຢູ່ປະມານ 22 ຄົນ ໃນແຂວງອັຕປື ແລະ ໃນແຂວງສວັນນະເຂດ ມີຄົນຕາຍຢູ່ 2 ຄົນ. ຂະເຈົ້າ ກໍຣາຍງານ ວ່າ ສະເພາະ ແຂວງອັຕປື ກໍຍັງບໍ່ທັນໄດ້ ໂຕເລກ ຈະແຈ້ງເນາະ, ແຕ່ວ່າ 22 ຄົນ ຖືວ່າ ຈະແຈ້ງແລ້ວ ແລະ ກໍມີຄົນ ຍັງສູນຫາຍຢູ່, ທາງຣັຖບານເຮົາ ປະເມີນ ແມ່ນ ຮ້ອຍກ່ວາຄົນ ພຸ້ນແຫລະ.”

ຜົລກະທົບ ຈາກພະຍຸ ເກສນາ ທີ່ເຮັດໃຫ້ເກີດນໍ້າຖ້ວມ ສ້າງຄວາມເສັຍຫາຍ ໃນແຂວງພາກໃຕ້ ຂອງລາວ, ໂດຍສະເພາະ ແຂວງອັຕປື ມີ 5 ຕົວເມືອງ ຄື ເມືອງສນາມໄຊ, ສາມັກຄີໄຊ, ພູວົງ, ຊານໄຊ ແລະ ເມືອງ ໄຊເສດຖາ. ໃນນັ້ນ ບ້ານເຮືອນ ແລະ ພື້ນທີ່ ປູກຝັງ ຂອງປະຊາຊົນ ເສັຍຫາຍ ເປັນສ່ວນໃຫຍ່. ສໍາລັບ ແຂວງເຊກອງ ໄດ້ຮັບຜົລກະທົບ ໃນ 2 ຕົວເມືອງ ຄື ເມືອງ ກາລືມ ແລະ ເມືອງລະມາມ; ແຂວງສາຣະວັນ ແມ່ນເມືອງສາຣະວັນ, ເມືອງຄົງເຊໂດນ, ເມືອງວາປີ, ເມືອງຕະໂອຍ ແລະ ເມືອງສະມ່ວຍ; ສ່ວນແຂວງສວັນນະເຂດ ແມ່ນເມືອງເຊໂປນ ແລະ ເມືອງນອງ.

ໃນຂນະນີ້ ຜູ້ທີ່ໄດ້ຮັບຜົລກະທົບ ທີ່ບ້ານເຮືອນເສັຍຫາຍ ໄດ້ຕັ້ງຕູບ ພັກອາສັຍຊົ່ວຄາວ ຢູ່ຕາມໂຮງຮຽນ ແລະ ຕາມສະຖານທີ່ຕ່າງໆ. ເຈົ້າໜ້າທີ່ ທ່ານດຽວກັນນີ້ ກ່າວວ່າ ແຂວງເຊກອງ ມີປະຊາຊົນ ທີ່ຕ້ອງການອາສັຍ ທີ່ພັກຊົ່ວຄາວ ປະມານ 400 ຄອບຄົວ ແລະ ຄາດວ່າ ໃນແຂວງອັຕປື ມີຈໍານວນຫລາຍກ່ວາ. ຕາມຣາຍງານ ຫລ້າສຸດ, ປະຊາຊົນ ຈໍານວນດັ່ງກ່າວ ຍັງຕ້ອງການຄວາມຊ່ອຍເຫລືອ ດ້ານອາຫານ, ນໍ້າດື່ມ, ເສື້ອຜ້າ ແລະ ທີ່ຢູ່ອາສັຍ.

ເຖິງຢ່າງໃດ ກໍຕາມ, ໃນວັນທີ 8 ຕຸລາ ນີ້, ເຈົ້າໜ້າທີ່ ກາຊາດ ໄທ ຈະສົມທົບ ກັບ ກາຊາດລາວ ແລະ ກາຊາດ ຝຣັ່ງເສດ ເພື່ອລົງພື້ນທີ່ ໃນແຂວງອັຕປື ແລະ ແຂວງເຊກອງ. ຈາກນັ້ນ ອົງການດັ່ງກ່າວ ຈະເຣີ້ມຮິບໂຮມ ຂໍ້ມູນ ປະເມີນຄວາມ ເສັຍຫາຍ ທີ່ເກີດຂຶ້ນ ທັງໝົດ ກ່ອນຈະນໍາໄປ ປະເມີນຄວາມ ຕ້ອງການ ດ້ານບັນເທົາທຸກ ໃຫ້ແກ່ ປະຊຊົນ ໃນດ້ານຕ່າງໆ, ຮວມເຖິງ ການປຸກສ້າງ ເຮືອນພັກ ຂຶ້ນໃໝ່ ເພື່ອໃຫ້ຊີວິດ ຂອງຂະເຈົ້າ ຄືນສູ່ ປົກກະຕິ, ແລະ ຄາດວ່າ ຈະໃຫ້ແລ້ວ ພາຍໃນ 3 ເດືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.