ນໍ້າຖ້ວມຫລາຍພື້ນທີ່ ຢູ່ແຂວງຫລວງນໍ້າທາ

ຝົນຕົກໜັກ ຢູ່ທາງພາຄເໜືອ ຂອງລາວ ເຮັດໃຫ້ເກີດ ບັນຫາ ນໍ້າຖ້ວມ ໃນຫລາຍພື້ນທີ່ ຢູ່ແຂວງ ຫລວງນໍ້າທາ.
ຫວາດ ສີມູນ
2010.09.02

ບັນຫາທີ່ມີ ຝົນຕົກໜັກ ຢູ່ທາງພາຄເໜືອ ຂອງລາວ ໃນສັປດາ ຜ່ານມາ ເຮັດໃຫ້ເກີດມີ ນ້ຳປ່າໄຫລ ຖ້ວມບ້ານເຮືອນ ແລະ ໄຮນາຕາກ້າ ຂອງປະຊາຊົນ ຫລາຍໆແຫ່ງ ໃນເຂຕເມືອງລອງ ແລະເມືອງສິງ ແຂວງຫລວງນ້ຳທາ. ເຂຕພື້ນທີ່ໆໄດ້ຮັບ ຜົລກະທົບ ນ້ຳຖ້ວມ ຢູ່ເມືອງລອງ ກໍຮວມທັງ ບ້ານຈອມແຈ້ງ, ບ້ານດອນສວ່າງ, ບ້ານດອນແຍງ ແລະບ້ານປ່າຄາ ໂດຽມີເຮືອນ 2 ຫລັງຖືກກະແສ ນ້ຳພັດໄປ ແຕ່ກໍບໍ່ມີ ຣາຍງານກາຣ ເສັຽຊີວີຕ ຂອງ ປະຊາຊົນ ແຕ່ຢ່າງໃດ. ສ່ວນຢູ່ ເມືອງສິງກໍມີ 5 ໝູ່ບ້ານທີ່ໄດ້ ຮັບຄວາມເສັຽຫາຍ ຊຶ່ງກໍຮວມທັງ ບ້ານຕີນທາຕ, ບ້ານນ້ຳແກ້ວນ້ອຍ, ບ້ານປ່າຕ່ອຍ, ບ້ານສິງສເລີມ ແລະ ບ້ານໜອງຄຳ.

ພັຍນ້ຳຖ້ວມ ຕາມເຂຕບ້ານຕ່າງໆ ທັງສອງເມືອງ ດັ່ງກ່າວນີ້ ນອກຈາກເປັນ ກາຣສູນເສັຽ ຊັພສົມບັຕ ແລະໄຮ່-ນາຮົ້ວສວນ ທີ່ທຳມາຫາກິນ ຂອງປະຊາຊົນ ແລ້ວນັ້ນ ຍັງໄດ້ເຮັດໃຫ້ ເສັ້ນທາງຈາກ ເມືອງສິງ ຫາເມືອງລອງ ໄດ້ຮັບຄວາມ ເສັຽຫາຍ ນຳດ້ວຍ ທີ່ຫົນທາງ ຖືກນ້ຳເຊາະ ຂາດ ແລະບາງຈຸດ ກໍມີດິນ ເຈື່ອນລົງຖົມ ພ້ອມກັບຕົ້ນໄມ້ ລົ້ມທັບທາງ ຫລາຍແຫ່ງ ໃນຣະຍະທາງ 15 ກິໂລແມ໊ຕ.

ກ່ຽວກັບບັນຫາ ດັ່ງກ່າວນີ້ ທາງກາຣແຂວງ ຫລວງນ້ຳທາ ກໍໄດ້ຕິດຕາມ ກວດກາ ແລະໃຫ້ ຄວາມຊ່ວຍເຫລືອ ແກ່ປະຊາຊົນ ຢ່າງໃກ້ຊິດ ໂດຽສະເພາະ ກໍແມ່ນທາງດ້ານ ກາຣແຈກຢາຍ ນ້ຳດື່ມ ອາຫາຣກາຣກິນ ແລະ ເຄື່ອງນຸ່ງຫົ່ມ ເພື່ອເປັນກາຣ ບັນເທົາທຸກ ແກ່ປະຊາຊົນ ທີ່ໄດ້ຮັບ ຜົລກະທົບນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.