ຊາວເມືອງລອງ ຂ.ຫລວງນໍ້າທາ ສ່ຽງຕໍ່ພຍາດຫລັງນໍ້າຖ້ວມ
2010.09.03
ນ້ຳໄຫລຖ້ວມ ເມືອງລອງ ແຂວງຫລວງນ້ຳທາ ເຮັດໃຫ້ ປະຊາຊົນ ມີຄວາມສ່ຽງສູງ ທີ່ຈະເປັນ ພຍາດຕ່າງໆ. ເຖິງແມ່ນວ່າ ມາຮອດດຽວນີ້ ນ້ຳ ຈະລົດລົງແລ້ວ ແຕ່ກໍຍັງມີ ນ້ຳຂັງ ຢູ່ຕາມແຫ່ງຕ່າງໆ ອາຈເປັນສາເຫດ ເຮັດໃຫ້ ເກີດພຍາດ ຊຶ່ງພາກສ່ວນ ອະນາໄມເມືອງ ກໍໄດ້ກຽມ ໃຫ້ການຊ່ວຍເຫລືອ ປະຊາຊົນ. ດັ່ງເຈົ້າໜ້າທີ່ ກາແດງລາວ ປະຈຳແຂວງ ຫລວງນ້ຳທາ ເວົ້າວ່າ:
"ເປັນຕົ້ນກ່ຽວກັບ ນ້ຳດື່ມນ້ຳໃຊ້ ດຽວນີ້ ນ້ຳດື່ມ ນ້ຳໃຊ້ ກໍຂາດ ປະເພດພຍາດນີ້ ສ່ວນໃຫຍ່ ມັນຈະເປັນພວກຕີນ ຫລືອາດຈະເປັນ ພວກພຍາດກ່ຽວກັບ ເລື້ອງທາງເດີນ ອາຫານ ກໍເລື້ອງນ້ຳດື່ມ ນ້ຳໃຊ້ ບໍ່ສະອາດ ອີ່ຫຍັງຕ່າງໆ ແລ້ວມັນກໍມີສິ່ງ ໂສໂຄກມາອີກ".
ທ່ານເວົ້າ ຕໍ່ໄປວ່າ ການຊ່ວຍເຫລືອ ດ້ານອະນາໄມ ເປັນບັນຫາ ສຳຄັນຕົ້ນຕໍ ຂອງຄນະກັມມະການ ໄພພິບັດ ແລະໜ່ວຍ ອະນາໄມ ຕ່າງໆ ຂອງເມືອງ ແລະແຂວງ ແລະກາແດງລາວ ກໍໃຫ້ຄວາມ ຊ່ວຍເຫລືອ ໃນບາງສ່ວນ ໂດຍສະເພາະ ໃນເຣື້ອງ ບຸຄລາກອນ.
ໃນຂນະດຽວກັນ ຜແນກ ສາທາຣະນະສຸຂ ກໍໄດ້ຊ່ວຍເຫລືອ ດ້ານອະນາໄມ ຈຳນວນນຶ່ງແລ້ວ ໄດ້ສົ່ງ ນັກວິຊາການ ແລະແພດໝໍ ໄປໃຫ້ຄວາມຮູ້ ດ້ານອະນາໄມ ແກ່ປະຊາຊົນ. ແຕ່ກໍຍັງມີ ບັນຫາຍ້ອນ ຢາຮັກສາໂຣກ ບໍ່ພຽງພໍ ຕາມຄວາມຕ້ອງການ. ດັ່ງເຈົ້າໜ້າທີ່ ຜແນກ ສາທາຣະນະສຸຂ ແຂວງຫລວງນ້ຳ ທາ ເວົ້າວ່າ:
"ອັນພໍກໍບໍ່ພໍ ແຕ່ວ່າທາງແຂວງ ຫລວງນ້ຳທາ ກໍກຽມໝົດແລ້ວ ກໍບໍ່ມີອຸປສັກ ຫຍັງຫລັງຈາກ ນ້ຳຖ້ວມ ບໍ່ຮອດຊົ່ວໂມງ ກໍຖືວ່າທາງ ອຳນາດການ ປົກຄອງເມືອງລອງ ກໍໄດ້ຈັດການ ອະນາໄມ ແລະ ກໍເກັບກຳຂໍ້ມູນ ແລະ ກໍຊ່ວຍເຫລືອ ຜູ້ມີບັນຫາຫັ້ນ ຖືວ່າ ປັດຈຸບັນ ກໍບໍ່ມີ ບັນຫາຫຍັງແລ້ວ".
ແຕ່ແນວໃດ ຜແນກ ສາທາຣະນະສຸຂ ແຂວງ ກໍໄດ້ເຕືອນ ໃຫ້ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຈາກ ນ້ຳຖ້ວມນັ້ນ ໃຫ້ຣະມັດຣະວັງ ໃນການໃຊ້ນ້ຳ ຍ້ອນຢ້ານເປັນ ພຍາດຖອກທ້ອງ ພຍາດຕາແດງ ແລະ ພຍາດຜິວໜັງ.









