ບຸນທາດຫລວງ ເລິ້ມຂື້ນ ວັນທີ 7 ພຶສຈິກາ

ທ່ານ ສົມສວາດ ເລັ່ງສວັດ ຮອງນາຍົກ ຣັຖມົນຕຣີ ພ້ອມທັງ ເປັນຜູ້ປະຈຳການ ຄະນະ ຣັຖບານ ສປປ ລາວ ໄດ້ກ່າວ ເປີດງານບຸນ ປະຈຳປີ ດັ່ງກ່າວ ຢ່າງເປັນທາງການ ຕໍ່ໜ້າທີ່ຜູ້ມີກຽດ ທັງພາຍໃນ ແລະຕ່າງປະເທດ.

ເຈົ້າໜ້າ​ທີ່ ​ຈັດ​ງານ ​ໄດ້​ກ່າວ ​ໃນ​ພິທີ​ເປີດ​ ໃນ​ຕອນ​ນຶ່ງ​ວ່າ:

“ພະນະ​ທ່ານ ສົມ​ສະ​ວາດ ​ເລັ່ງສວັດ ກັມມະການ ​ກົມການ​ເມືອງ ​ສູນ​ກາງ​ພັກ ຮອງ ນາຍົກຣັຖມົນຕຣີ ປະຈຳຣັຖບານ ຂໍ​ເຊີນ​ບັນດາ ​ທ່ານຣັຖມົນຕຣີ ​ແລະ ​ຜູ້ນຳ​ການ​ທູດ​ ເປັນ​ກຽດ ​ຕັດ​ຜ້າ​ເປີດ​ງານ ​ພຣະທາດ​ຫລວງ ​ຢ່າງ​ເປັນ​ທາງ​ການ ​ໃນ​ປີ 2008 ຂໍ​ຮຽນ​ເຊີນ.”

ບຸນ​ນະມັສການ ​ພຣະທາດ​ຫລວງ ​ຈະ​ເລິ້ມ​ແຕ່ ​ວັນ​ທີ່ 7 ຈົນ​ເຖິງ ​ວັນ​ທີ່ 12 ​ເດືອນພຶ​ສຈິ​ກາ​ນີ້. ​ໃນ​ພິທີ​ທາງ​ດ້ານ​ສາສນາ ​ໃນ​ວັນ​ທີ່ 12 ຕອນ​ເຊົ້າ ຈະ​ມີ​ພິທີ​ຕັກບາດ, ຕອນ​ຄ່ຳ ຈະ​ການ​ວຽນທຽນ ​ອ້ອມ​ພຣະທາດຫລວງ ​ແລະ ​​ໃນ​ມື້​ຕໍ່​ມາ ຈະ​ມີ​ການ​ແຫ່​ພະ​ສາດ​ເຜິ້ງ ​ແລະ ​ການ​ແຂ່ງຂັນຕີ​ຄີ.

ນອກຈາກ ​ພິທີ​ທາງ​ດ້ານ​ສາສນາ ຄະນະ​ກັມມະການ​ ຈັດ​ງານ ຍັງ​ໄດ້​ຈັດ​ໃຫ້​ມີ ​ການບັນ​ເທີ​ງ ​ເຊັ່ນ​ ການ​ສະ​ແດງ​ ດົນຕຣີ ຮ້ອງ​ເພັງ ​ແລະ ​ຈັດ​ໃຫ້​ມີ​ການ​ເປີດ​ ຂາຍ​ສິນຄ້າ ​ເກືອບ​ທຸກຊນິດ ຊຶ່ງ​ສ່ວນ​ຫລາຍ​ ຈະ​ມີ​ການ​ສະ​ແດງ ​ສິນຄ້າ ​ຢູ່​ເດີ​ນພຣະທາດ​ຫລວງ​ເອງ ​ແລະ ​ໃນ​ບໍ​ຣິ​ເວນ ສູນ​ສະ​ແດງ​ສິນຄ້າ ​ນານາ​ງຊາດ ​ຫລື​ໄອ​ແທກ.

​ໃນ​ບຸນ​ທາດຫລວງ​ ບາງ​ປີ ​ທີ່​ຜ່ານ​ມາ ​ໄດ້​ມີ​ເຫດການ ຣະ​ເບີດ​ແຕກ​ຂື້ນ ​ເລັກ​ນ້ອຍ ​ໄດ້ພາ​ໃຫ້​ມີ​ການ​ແຕກ​ຕື່ນ​ຫລາຍ​ສົມຄວນ; ສະນັ້ນ​ ໃນ​ປີ​ນີ້ ທາງ​ຄະນະ ​ກັມມະການ​ ຈັດ​ງານ ຈຶ່ງ​ຈະ​ເອົາ​ໃຈ​ໃສ່ ​ຮັກສາ​ຄວາມ​ສງົບ ຢ່າງ​ຈິງ​ຈັງ ດັ່ງ ​ເຈົ້າໜ້າ​ທີ່​ ຈັດ​ງານ ​ໄດ້​ປະກາດ ​ຕອນ​ນຶ່ງ​ວ່າ:

“ບັນດາ​ ທ່ານ​ຜູ້​ມີ​ກຽດ ງານ​ບຸນ​ນະມັສການ​ ພຣະທາດ​ຫລວງ ​ແລະ ​ງານ​ຕລາດ​ນັດ ​ສາກົນ ​ປະຈຳ​ປີ 2008 ​ໄດ້​ສຸມ​ໃສ່ ​ປະຕິບັດ ຕ້ອງ​ຮັບປະກັນ​ ໃຫ້​ບຸນ​ນະມັສການ ​ພຣະທາດ​ຫລວງ ​ມີ​ຄວາມສງົບ ມີ​ສະ​ເຖັຽຣະພາບ ທາງ​ດ້ານ​ການ​ເມືອງ ​ເປັນຣະບຽບຮຽບຮ້ອຍ ບໍ່​ໃຫ້​ມີ​ເຫດການ ​ເກີດ​ຂື້ນ.”

ຕາມ​ປະ​ເພນີ ​ວັທນະ​ທັມ ​ຂອງ​ລາວ​ແລ້ວ ຫລັງ​ຈາກ ​ບຸນ​ທາດຫລວງ ຊາວ​ລາວ ກໍ​ຈະ​ເຮັດບຸນ ​ຕໍ່​ທີ່ ​ວັດ​ອົງ​ຕື້​ ໃນ​ວັນ​ທີ່ 14 ​ແລະ ​ວັດ​ສີ​ເມືອງ ​ໃນ​ວັນ 15 ​ເດືອນ​ນີ້ ​ເຊັ່ນ​ກັນ.