ແຂວງອັຕຕະປື ຜູ້ຕິດໂຣຄເອດສ໌ ບໍ່ມາປິ່ນປົວ
2010.08.11
ທາງເຈົ້າໜ້າທີ່ ປະຈຳຫ້ອງກາຣ ຕ້ານໂຣຄເອດສ໌ ປະຈຳ ແຂວງອັຕຕະປື ປະສົບກັບ ບັນຫາ ບໍ່ແມ່ນແຕ່ເຣື່ອງ ທີ່ບໍ່ສາມາດ ເຂົ້າໄປເຖິງ ກຸ່ມເປົ້າໝາຍ ຢູ່ຕາມເຂຕ ຊົນນະບົທ ເທົ່ານັ້ນ ແຕ່ຫາກຜູ້ປ່ວຍ ຕິດເຊື້ອໂຣຄເອດສ໌ ກໍຍັງບໍ່ ພາກັນມາຂໍ ຄຳປຶກສາ ຫລືກາຣແນະນຳ ແຕ່ຢ່າງໃດ ແລະອີກຢ່າງໜຶ່ງ ພວກຄົນປ່ວຍ ກໍໄປຮັບ ກາຣຮັກສາ ປິ່ນປົວ ຢູ່ທີ່ແຂວງ ຈຳປາສັກ ເປັນປະຈຳ ກ່ຽວກັບເຣື່ອງນີ້ ທ່ານໝໍ ປະຈຳຫ້ອງກາຣ ຕ້ານໂຣຄເອດສ໌ ແຂວງອັຕຕະປື ໄດ້ກ່າວວ່າ:
“ຜູ້ຕິດເຊື້ອນີ້ ຍັງບໍ່ທັນໄດ້ ຮວມກຸ່ມຂອງ ແຂວງພວກເຮົາ (ມີ) ບັນຫາ ທຸກກຸ່ມທີ່ ຢູ່ໃນແຂວງ ທີ່ວ່າຂະເຈົ້າ ຍັງບໍ່ທັນໄດ້ ເຂົ້າມາມີ ສ່ວນຮ່ວມໃນກາຣ ໃຫ້ຄຳປຶກສາ ເພາະວ່າຂະເຈົ້າ ໄປຮັບຢາຢູ່ ແຂວງຈຳປາສັກ ແລະ ກໍບໍ່ສາມາດ ຮ່ວມກຸ່ມໄດ້”.
ພ້ອມດຽວກັນນີ້ ຍານາງກໍວ່າ ໃນຕົ້ນປີ 2005 ຜູ້ປ່ວຍໂຣຄເອດສ໌ ຈະໄປຮັບ ກາຣປິ່ນປົວ ຢູ່ແຂວງ ສວັນນະເຂຕ ແຕ່ດຽວນີ້ ກໍມີກາຣເປີດ ສູນປິ່ນປົວຢູ່ ໃນແຂວງ ຈຳປາສັກ ແລະ ທາງຫ້ອງກາຣ ປະຈຳແຂວງ ອັຕຕະປື ກໍໄດ້ມີກາຣ ປະສານງານ ແລະສົ່ງຄົນປ່ວຍ ໄປຮັບກາຣ ປິ່ນປົວ ຢູ່ແຂວງ ຈຳປາສັກເອງ ເພາະຣະຍະ ທາງກໍໃກ້ ກວ່າ ພ້ອມກັບກາຣ ໄປມາກໍ ສະດວກ ແລະເປັນກາຣ ປະຢັດຄ່າ ໃຊ້ຈ່າຍຕ່າງໆ ນຳດ້ວຍ. ກ່ຽວກັບເຣື່ອງນີ້ ທາງຫ້ອງກາຣ ປະຈຳແຂວງ ອັຕຕະປື ກໍກຳລັງ ຈັດໂຄງກາຣ ຝຶກອົບຮົມ ແລະ ເພີ່ມຄວາມຮູ້ ໃຫ້ແກ່ ພນັກງານ ໃຫ້ມີຄວາມພ້ອມ ໃນກາຣໃຫ້ ຄວາມເບິ່ງແຍງ ແກ່ພວກຄົນ ປ່ວຍດັ່ງກ່າວ:
“ພວກເຮົາສິ ພຍາຍາມ ສ້າງຄວາມເຂັ້ມແຂງ ໃຫ້ພນັກງານ ຣັຖກອນ ເຮົາກ່ອນ ແລະເຮົາກໍ ຂຍາຍຕົວນີ້ ສ້າງຄວາມສາມາດ ຄວາມເຂັ້ມແຂງ ໃຫ້ພນັກງານ ເຮົາແລ້ວ ກໍເຮັດເຣື່ອງ ຂະບວນກາຣ ໂຄສະນາ ໃຫ້ຂະເຈົ້າ ເຂົ້າມາເຖິງ ໃນຈຸດສະຖານທີ່ ຕ່າງໆ ແລະຈັດບ່ອນ ໃຫ້ຄຳປຶກສາ”.
ເຈົ້າໜ້າທີ່ ລາວໄດ້ແຈ້ງເພີ່ມວ່າ ເຖິງແມ່ນວ່າ ກຸ່ມຜູ້ປ່ວຍໄດ້ ໄປຮັບກາຣ ປິ່ນປົວ ຢູ່ເຂຕແຂວງ ອື່ນກໍຕາມ ແຕ່ທາງ ພນັກງານ ປະຈຳຫ້ອງກາຣ ໃນແຂວງ ອັຕຕະປືເອງ ກໍພ້ອມແລ້ວ ທີ່ຈະໃຫ້ຄວາມ ເບິ່ງແຍງ ແລະໃຫ້ຄຳ ປຶກສາໄປ ພ້ອມໆກັນ ພ້ອມກັບມີ ກາຣແນະນຳ ໃຫ້ກຸ່ມທີ່ມີ ຄວາມສ່ຽງໄດ້ ເຂົ້າມາຮັບ ກາຣກວດ ແລະ ຮັບກາຣປິ່ນປົວ ໄດ້ທຸກເມື່ອ.









