ອາກາດເຢັນ ເຮັດໃຫ້ເດັກນ້ອຍ ບໍ່ສະບາຍ

ອາກາດ ໜາວເຢັນ ໃນແຂວງໄຊຍະບູຣີ ເຮັດໃຫ້ ສຸຂະພາບ ຂອງເດັກນ້ອຍຕົກ ຢູ່ໃນຄວາມສ່ຽງ ຕາມການເປີດເຜີຽ ຂອງ ດຣ. ທອງຈັນ ອານຸພັນ ຫົວໜ້າ ຫ້ອງການ ສາທາຣະນະສຸກ ແຂວງໄຊຍະບູຣີ.

0:00 / 0:00

ໂຣກອັກເສບປອດ ຂອງເດັກນ້ອຍ ເພາະວ່າຈໍານວນ ເດັກນ້ອຍ ທີ່ເຈັບປ່ວຍ ກ່ຽວກັບ ລະບົບຫາຍໃຈ ປາກົດວ່າມີເພີ້ມຂື້ນ ແດ່ແລ້ວ:

"ມັນຈະສ່ຽງເກີດຂື້ນ ໃນລະຍະນີ້ ກໍສີ່ແມ່ນ ກ່ຽວກັບ ພະຍາດ ລະບົບຫາຍໃຈ ກ່ຽວກັບ ພະຍາດ ປອດ ຫລື ພະຍາດ ອັກເສບປອດ ຂອງເດັກນ້ອຍນີ້ ປາກົດວ່າ ເລີ້ມທະຍອຍກັນ ເຂົ້າແລ້ວນະ ."

ປັດຈຸບັນນີ້ ອາກາດ ໃນແຂວງ​ໄຊຍະບູຣີ ມີຄວາມໜາວເຢັນ ຫລາຍອາກາດ ໃນເວລາ ກາງເວັນໂດຍສະເລັ່ຽແລ້ວ ມີປະມານ 11-12 ອົງສາ ແຊນຊຽສ, ອາກາດ ໃນຕອນກາງຄືນສະເລັ່ຽ ແລ້ວປະມານ 7-8 ອົງສາ ແຊນຊຽສ. ຈາກອາກາດ ໜາວເຢັນນີ້ເຮັດໃຫ້ ປະຊາຊົນ ໃນແຂວງໄຊຍະບູຣີໂດຍສະເພາະ ເດັກນ້ອຍເລີ້ມເຈັບປ່ວຍ ເປັນໄຂ້ຫວັດແລະ ເປັນພະຍາດ ອັກເສບ ໃນປອດເພີ້ມຂື້ນ.

ກ່ຽວກັບ ວ່າເດັກນ້ອຍ ຢູ່ໃນເຂດສອກຫລີກ ຫ່າງໄກ ນັ້ນມີຄວາມ ສ່ຽງເປັນພະຍາດນີ້ ຫລາຍປານໃດທ່ານກໍວ່າ:

"ກໍສີ່ ບໍ່ມີຄວາມສ່ຽງສູງດອກ ເພາະວ່າ ພວກເຮົາ ໄດ້ກະຈາຍ ສະຖານີ ການບໍຣິການ ຂອງພວກ ເຮົາລົງ ເຖິງເຂົາເຈົ້າໝົດແລ້ວ ຕົວຢ່າງ ອາສາ ສມັກ ພວກເຮົາ ກໍເຕັມໝົດທຸກບ້ານ ແລ້ວ ແລະ ກໍກອງທືນ ຢາໝູນວຽນ ຂອງແຕ່ລະບ້ານ ຖ້າມີຄວາມສ່ຽງ ກໍບໍ່ສູງ ເພາະວ່າ ຄັ້ນເກີດ ເຂົາເຈົ້າ ກໍປິ່ນປົວ ກະທັນຫັນໄດ້ ."

ໃນຍາມ ລະດູໜາວນີ້ບໍ່ວ່າ ແຕ່ປະເທດລາວ ຫລື ປະເທດ ທີ່ຈະເຣີນ ທາງດ້ານສາທາຣະນະສຸກ ແລ້ວກໍດີມັນບໍ່ແມ່ນ ຂອງງ່າຍ ທີ່ຈະຕໍ່ສູ້ ກັບເຊື້ອພະຍາດ ຊນິດ ຕ່າງໆໂດຍສະເພາະ ພະຍາດ ທີ່ກ່ຽວກັບປອດເພາະວ່າ ເຊື້ອພະຍາດ ຢູ່ໃນທຸກຫົນທຸກແຫ່ງ ໃນອາກາດ. ໃນລະດູ ໜາວນີ້ຫລາຍປະເທດ ມີໂຄງການ ສັກຢາປ້ອງກັນ ໄຂ້ຫວັດ ໃຫ້ແກ່ເດັກນ້ອຍ ແລະ ຄົນ ແກ່ອາຍຸ. ນອກນັ້ນ ຍັງມີ ໂຄງການປ້ອງກັນ ຫລາຍຢ່າງ ນັບຕັ້ງແຕ່ ການກິນການຢູ່ ແລະ ການນຸ່ງຫົ້ມກໍຕ້ອງສະອາດແລະມີຄວາມອົບອຸ່ນແກ່ຮ່າງກາຍເພື່ອປ້ອງກັນບໍ່ໃຫ້ເປັນຫວັດເປັນໄອ.