ຊີວິດຂອງແມ່ແລະເດັກ ໃນເຂດຫ່າງໄກ ແຂວງຫົວພັນ

ອັດຕຣາ ການຕາຍຂອງ ແມ່ແລະເດັກ ໃນເຂດຫ່າງໄກ ສອກຫລີກ ແຂວງຫົວພັນ ຍັງຢູ່ໃນ ອັນດັບສູງ

ອັດຕຣາ ການຕາຍຂອງ ແມ່ແລະເດັກ ຍັງຢູ່ໃນ ອັບດັບສູງ ເຖິງ 70 ສ່ວນຮ້ອຍ ຍ້ອນວ່າ ປະຊາຊົນ ທີ່ອາສັຍ ຢູ່ຕາມເຂດ ພູດອຍ ຈະແຈກຢາຍ ກັນຢູ່ ເຮັດໃຫ້ການ ຊ່ວຍເຫລືອດ້ານ ສາທາຣະນະສຸຂ ໄປບໍ່ທົ່ວເຖິງ. ນອກເໜືອ ຈາກນັ້ນ ຄວາມເຊື່ອຖື ແບບດັ້ງເດີມ ຂອງແຕ່ລະເຜົ່າ ກໍຍັງມີຢູ່. ເຈົ້າໜ້າທີ່ ຈາກຫ້ອງການ ແມ່ແລະເດັກ ຜແນກ ສາທາຣະນະສຸຂ ແຂວງຫົວພັນ ເວົ້າວ່າ:

"ອັດຕຣາ ການຕາຍ ຂອງ ແມ່ແລະເດັກ ຍັງຖືເປັນ ບັນຫາ ຍຸທສາດ ຂອງວຽກງານ ແມ່ແລະເດັກ ຢູ່ດຽວນີ້ ເກີດຢູ່ບ້ານນອກ ຫ່າງໄກ ສອກຫລີກ ສະເພາະ ແຂວງ ຫົວພັນ ກໍຫລາຍ ປະມານ 70 ປາຍ ນີ້".

ນາງເວົ້າ ຕໍ່ໄປວ່າ ການຕາຍຂອງ ແມ່ແລະເດັກ ນັ້ນສ່ວນ ຫລາຍແລ້ວ ແມ່ຈະເສັຍ ຊີວິດ ເນື່ອງຈາກການ ອອກລູກທີ່ ບໍ່ຖືກວິທີ ເຮັດໃຫ້ແມ່ ເສັຍເລືອດຫລາຍ ໃນເມື່ອ ແມ່ເສັຍຊີວິດ ແລ້ວລູກກໍຈະ ເສັຍຊີວິດນຳ ຫລືຫາກມີ ຊີວິດ ກໍຈະບໍ່ມີ ອາຍຸຍືນ ເພາະບໍ່ມີ ພູມຕ້ານທານ ພຍາດ. ນອກຈາກນີ້ ຢູ່ຕາມພູດອຍ ກໍບໍ່ມີ ສຸຂສາລາ ໄວ້ຖ້າ ຊ່ວຍເຫລືອໄດ້.

ເຖິງຢ່າງໃດ ກໍຕາມ ອຸປສັກຂອງ ການຊ່ວຍເຫລືອ ຂອງທາງການ ກໍແມ່ນ ການເດີນທາງ ຍ້ອນປະຊາຊົນ ເຂດພູດອຍ ຈະຢູ່ຢາຍ ກັນໄປ ບໍ່ເປັນກ້ອນ ເປັນກຸ່ມ ແລະ ໃນແຕ່ລະເຂດ ກໍຍັງບໍ່ມີ ການພັທນາ ຈຶ່ງລໍາບາກ ທີ່ຈະເຂົ້າ ໄປເຖິງໄດ້. ເຈົ້າໜ້າທີ່ ເວົ້າອີກວ່າ:

"ເຂົ້າບໍ່ເຖິງ ເພາະມັນໄກ ໄກແລະ ສຸຂສາລາ ກໍບໍ່ທັນ ເຖິງຊີ້ນາ ເປັນພູ ພູສູງ ໄກສຸດອີກ ຕົວຢ່າງວ່າ ຍາມຝົນ ຊີ້ມັນກໍມາ ບໍ່ໄດ້ ຢູ່ສຸຂສາລາ ມາຫາເມືອງມັນ ກໍມາບໍ່ໄດ້ ຮີດຄອງ ປະເພນີຂອງເຂົາ ເຂົາບໍ່ຍອມມາ ສຸຂສາລາ ຫລືວ່າບໍ່ຍອມ ມາໂຮງໝໍ ກໍມີສ່ວນ".

ນາງເວົ້າສລຸບ ວ່າເມືອງຊໍາໃຕ້ ເມືອງວຽງທອງ ແລະ ເມືອງຫົວເມືອງ ເປັນ 3 ເມືອງ ທີ່ມີບັນຫາ ຫລາຍທີ່ສຸດ ກ່ຽວກັບການ ຕາຍຂອງ ແມ່ແລະເດັກ ເຖິງ ປັດຈຸບັນນີ້ ກໍຍັງແກ້ໄຂ ຢ່າງຈິງຈັງ ບໍ່ທັນໄດ້ເທື່ອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org