ລາຍງານວ່າ ເຄື່ອງໝາຍ ຍີ່ຫໍ້ ສິນຄ້ານົມຝຸ່ນ ກາໝີທີ່ມີຮູບກາຕູນ ທາຣົກໝີ ຢູ່ໃນອ້ອມແຂນ ແລະ ຢູ່ໃນທ່າ ກິນນົມແມ່ ເປັນເຄື່ອງໝາຍ ອັນດຽວກັນ ກັບເຄື່ອງໝາຍ ຍີ່ຫໍ້ສິນຄ້າ ທີ່ໃຊ້ ຕິດໃສ່ ນົມ ຝຸ່ນ ສໍາລັບ ປົນ ໃສ່ ກາ ເຟຊື່ງບໍ່ເໝາະສົມ ສໍາລັບ ບໍາຣຸງ ສຸຂະພາບ ຂອງເດັກນ້ອຍ ທົ່ວໄປແລະ ທາຣົກ ທີ່ໃຫ່ຽກ່ວາ 6 ເດືອນ ຂື້ນໄປ.
ໃນເຄື່ອງໝາຍ ດັ່ງກ່າວ ມີຂໍ້ຄວາມ ຕັກເຕືອນ ຢ່າງຄັກແນ່ ວ່ານົມຝຸ່ນ ກາເຟ ຄຣີມເມີ້ ນີ້ ບໍ່ແມ່ນ ຜລິຕພັນ ໃຊ້ທົດແທນ ນົມແມ່. ຂໍ້ຄວາມຕັກເຕືອນນີ້ເປັນພາສາອັງກິດພາສາໄທ ແລະ ພາສາລາວ, ແຕ່ວ່າ ອັຕຣາ ຄົນກືກໜັງສື ໃນລາວ ໂດຍສະເພາະ ໃນເຂດຊົນະບົດ ຍັງສູງຢູ່ ຈື່ງບໍ່ສາມາດ ເຂົ້າໃນໄດ້ໝົດ.
ທ່ານ Hubert Barennes ແລະ ເພື່ອນຮ່ວມງານ ຈາກສະຖາບັນ ການແພດ ປະເທດຮ້ອນ Francophonie ຢູ່ສປປລາວ ໄດ້ທໍາການສໍາຣວດ ເຣື້ອງນີ້ເພາະວ່າ ເດັກນ້ອຍ ໃນລາວ ທີ່ເຂົ້າໂຣງພະຍາບານ ຍ້ອນເປັນໂຣກ ຂາດອາຫານ ແມ່ນເນື່ອງມາຈາກ ລ້ຽງລູກດ້ວຍນົ ມຝຸ່ນ ກາ ໝີ ສໍາລັບ ປົນ ໃສ່ ກາ ເຟໂດຍສະເພາະ.
ຈາກ ການສໍາພາດ ແພດທາຣົກ 26 ຄົນ ທີ່ເຮັດວຽກ ຢູ່ໃນ 8 ແຂວງ ຂອງລາວ ເມື່ອປີ 2006 ແລະການເກັບກໍາ ຂໍ້ມູນ ຂອງແພດ ທີ່ສອບຖາມ ຊາວບ້ານພົບວ່ານົມຝຸ່ນ ຍີ່ຫໍ້ ກາໝີ ສໍາລັບ ປົນໃສ່ ກາເຟ ເປັນທີ່ ຮູ້ຈັກກັນ ຢ່າງກ້ວາງຂວາງ, ທຸກຄົນ ກໍເຊື່ອວ່າ ແມ່ນອັນດຽວກັນ ກັບນົມຝຸ່ນ ຍີ່ຫໍ້ ກາໝີສໍາລັບ ໃຫ້ທາຣົກ ກິນກໍເລີຽ ເອົານົມນີ້ ໃຫ້ລູກກິນ.
ຄົນສ່ວນຫລາຍແລ້ວ ແທນທີ່ຈະອ່ານ ຄໍາແນະນໍາທີ່ຂຽນລົງໃນເຄື່ອງໝາຍຍີ່ຫໍ້ການຄ້າ ພັດຖືເອົາຕາມຮູບກາໝີກໍເລີຽພາກັນເອົານົມຝຸ່ນກາໝີສໍາລັບປົນໃສ່ກາເຟ ໃຫ້ລູກກິນ, ອັນນີ້ ແພດວ່າມັນແມ່ນຕົ້ນເຫດນື່ງທີ່ພາໃຫ້ເດັກນ້ອຍ ໃນລາວຈໍານວນຫລວງຫລາຍ ເປັນໂຣກຂາດອາຫານ.