ກອງປະຊຸມ ມີການສລຸບ ໃນວັນສຸກ ນີ້ ດ້ວຍການອອກ ຖແລງການຮ່ວມ ໃຫ້ຄໍາໝັ້ນ ສັນຍາ ທີ່ຈະສ້າງຕັ້ງ ຣະບົບ ການສນອງ ແລະແລກປ່ຽນ ຂໍ້ມູນ ຣະຫວ່າງກັນ ພ້ອມທັງ ຕັ້ງຣະບົບ ຕິດຕໍ່ສາຍດ່ວນ hotlines ຣະຫວ່າງທາງການ ສາທາຣະນະສຸກ ຊຶ່ງກັນ ແລະກັນດ້ວຍ.ຕໍ່ກອງປະຊຸມ ຖແລງຂ່າວ ວັນສຸກ ນີ້ Dr. Francisco T Duke T3 ຣັຖມົນຕຣີ ສາທາ ຣະນະສຸກ ຂອງ ຟິລິບປິນ, ປະທານ ກອງປະຊຸມ ສາທາຣະນະສຸກ ອາຊຽນບວກ3 ຄື ຈີນ ຍີ່ປຸ່ນ ແລະເກົາຫລີໄຕ້ ທີ່ບາງກອກ ກ່າວໃຫ້ຄໍາໝັ້ນ ໃຈວ່າ:
the healthcare system in the region is fully prepared to contain any… ຣະບົບ ສາທາ ຣະນະສຸກ ໃນພາກພື້ນ ມີຄວາມພ້ອມ ຢ່າງເຕັມທີ່ ທີ່ຈະຄວບຄຸມ ການຣະບາດຂອງ ເຊື້ອພະຍາດ ຕ່າງໆທີ່ ອາດເກີດຂຶ້ນ ໄດ້ນັ້ນ ໃນພາກພື້ນ. ແລະຈາກການ ຫາລືຜ່ານ video conference ກັບບັນດາ ຜູ້ຊ່ຽວຊານ ຈາກສູນ ແລະປ້ອງກັນໂຣກ ຂອງສະຫະຣັດ ອົງການ ອະນາໄມໂລກ ແລະ ທະນາຄານໂລກ ໃຫ້ຮູ້ວ່າ ເຖິງແມ່ນວ່າ ເຊື້ອພະຍາດ ໄຂ້ຫວັດໃຫຍ່ ສາຍພັນ A H1N1 ຈະຢູ່ໃນ ສະພາບ ບໍ່ຮ້າຍແຮງ ມາຮອດ ເວລານີ້ ແຕ່ສະພາບການ ກໍສືບຕໍ່ ຜັນແປ. ໃນນັ້ນ ຈໍາເປັນຕ້ອງ ມີການຕິດຕາມ ເຝົ້າຣະວັງ. ຕອນເກີດໂຣກ ຣະບາດ ເມື່ອປີ 1918 ນັ້ນ ກໍເລີ່ມດ້ວຍ ສະພາບທີ່ບໍ່ ຮ້າຍແຮງ ຕອນຣະດູ ໄບໄມ້ປົ່ງ ແຕ່ຫາກ ຮ້າຍແຮງຂຶ້ນ ເມື່ອຮອດ ຣະດູໜາວ. ດັ່ງນັ້ນ ບັນດາປະເທດ ໃນພາກພື້ນ ຈຶ່ງດໍາເນີນ ການຕ່າງໆເພື່ອ ກຽມຄວາມພ້ອມ ຮັບມື ແລະຕອບໂຕ້ ເປັນຕົ້ນຕິດຕາມ ແລະຕີຣາຄາ ສະພາບການ ຣະບາດ ຂອງເຊື້ອໂຣກນັ້ນ ລຸດຜ່ອນ ການຂຍາຍ ເຕືອນໃຫ້ ປະຊາຊົນ ຮູ້ເຖິງ ໄພອັນຕຣາຍ ແລະຄວາມສ່ຽງ ຮວມຢູ່ດ້ວຍ.
ຂະນະດຽວກັນ ດຣ. ສຸຣິນ ພິດສຸວັນ ເລຂາທິການ ອາຊຽນ ກໍກ່າວເພີ່ມຕື່ມ ໂດຍມີໃຈຄວາມ ສໍາຄັນ ຕອນນຶ່ງວ່າ:
WE are open to listen to coop ພວກທ່ານ ເປີດກວ້າງ ທີ່ຈະຮັບຟັງ ຮ່ວມມື ແລະປະສານ ເລື້ອງການປ້ອງກັນ ກັບອົງການ ສາກົນຕ່າງໆ ກັບປະຊາຄົມ ຊຸມຊົນໃນໂລກ ແລະທ່ານ ກໍຄິດວ່າ ໃນຍຸກໂລກາ ພິວັດ ແລະຮວມຕົວ ກັນນີ້ ການຊ່ວຍກັນ ປ້ອງກັນ ຜ່ານການຮ່ວມມື ເປັນວິທີການ ດຽວທີ່ຊ່ວຍໃຫ້ ມີຄວາມຄືບໜ້າ ຕ້ານໄພຂົ່ມຂູ່ ດັ່ງກ່າວ. ຖແລງການ ທີ່ອອກພາຍຫລັງ ການປະຊຸມ 2 ວັນ ຂອງຣັຖມົນຕຣີ ອາຊຽນບວກ3 ທີ່ບາງກອກ ໄດ້ເນັ້ນຕື່ມວ່າ ບັນດາປະເທດ ທີ່ເຂົ້າຮ່ວມ ຈະປະຕິບັດ ຕາມຂໍ້ ແນະນໍາ ຂອງອົງການ ອະນາໄມໂລກ ກ່ຽວກັບການ ເດີນທາງ ຣະຫວ່າງປະເທດ ແທນທີ່ຈະ ປະກາດຈໍາກັດ ການເດີນທາງ ເພື່ອຫລີກລ່ຽງ ການເກີດບັນຫາ ທາງສັງຄົມແລະ ເສຖກິດ ສໍາລັບ ປະຊາຄົມ ໃນພາກພື້ນ ແລະໃນໂລກ.