ອາຫານ ເຄື່ອງອຸປໂພຄ ໃນເຂດ ເສຖກິດ ພິເສດ ຂາດອາຍຸ ໝົດຄຸນນະພາບ

ຫ້ອງການຄວບຄຸມ ອາຫານແລະຢາ ຂອງລາວ, ໄດ້ພົບກັບຄວາມ ຫຍຸ້ງຍາກ ໃນການກວດກາ ຄຸນນະພາບ ຂອງອາຫານ ແລະຢຸກຢາຕ່າງໆ ໃນເຂດ ເສຖກິດພິເສດ ສາມຫລ່ຽມຄຳ.

ທາງການລາວພົບກັບ ຄວາມຫຍຸ້ງຍາກໃນ ການເຂົ້າໄປກວດ ຄຸນນະພາບ, ຂອງອາຫານໃນເຂດ ເສຖກິດພິເສດ ສາມຫລ່ຽມຄຳ ແຂວງບໍ່ແກ້ວ ຍ້ອນວ່າເປັນເຂດ ສັມປະທານພິເສດ, ຈຳເປັນຕ້ອງໄດ້ ຂໍອະນຸຍາດ ຈາກທາງຈີນທີ່ ສັມປະທານ ທຸຣະກິດ ກາຊີໂນ.

ທີ່ຜ່ານມາ ທາງການເຄີຍ ກວດພົບອາຫານ ທີ່ໝົດອາຍຸ, ແລະຍັງເອົາມາ ຂາຍຢູ່ຕາມຕລາດ ເປັນຈຳນວນ ຫລວງຫລາຍ. ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງແຂວງ ບໍ່ແກ້ວ ໄດ້ເວົ້າວ່າ:

"ເຂດບ່ອນ ບໍ່ໄດ້ໄປກວດ ກໍບໍ່ໄດ້ເຂົ້າໄປ, ຖ້າຈະເຂົ້າໄປ ມັນຕ້ອງໄດ້ລົງ, ທຳເຣື້ອງຕ່າງໆ ຕ້ອງໄດ້ຊອກຫາ ເຫດຜົນເຂົ້າໄປ, ຄິດວ່າຍາກໜ້ອຍນຶ່ງ ເພາະວ່າເຂົາບໍ່ ຢາກໃຫ້ຄົນອື່ນ ເຂົ້າໄປ, ເພາະວ່າມັນ ເປັນເຂດຂອງເຂົາ."

ການກວດສອບ ຄຸນນະພາບອາຫານ ໃນເຂດ ເສຖກິດພິເສດ ສາມຫລ່ຽມຄຳ ແຂວງບໍ່ແກ້ວ, ຕ້ອງໄດ້ເຮັດເປັນ ກໍຣະນີພິເສດ ເພາະສຖານທີ່ ດັ່ງກ່າວເປັນແຫລ່ງ ທ່ອງທ່ຽວທີ່ສຳຄັນ, ຈຶ່ງຕ້ອງໄດ້ ຄວບຄຸມຢ່າງໃກ້ຊິດ ແລະໃຫ້ໄດ້ມາຕຖານ. ເພື່ອບໍ່ໃຫ້ເກີດບັນຫາ ກັບນັກທ່ອງທ່ຽວ ແລະ ຜູ້ບໍຣິໂພກ ທົ່ວໄປ.

ອາຫານການກິນ ໃນເຂດນີ້ສ່ວນຫລາຍ ໄດ້ນຳມາຈາກ ຈີນແລະໄທ. ທີ່ຜ່ານມາ ທາງການລາວ ກໍໄດ້ໄປກວດກາ ດ້ານຄຸນນະພາບ ຕາມຕລາດ ແລະບໍຣິເວນ ໃກ້ຄຽງ ແລະ ໄດ້ພົບອາຫານ ທີ່ໝົດອາຍຸ. ດັ່ງເຈົ້າໜ້າທີ່ ໄດ້ເວົ້າກ່ຽວກັບ ເຣື້ອງນີ້ວ່າ:

"ພວກອາຫານ ທີ່ໝົດອາຍຸແລ້ວ ມີຫລາຍ, ເຮົາໄປກວດ ຊຸດທີ່ແລ້ວ ກໍໄດ້ຫລາຍປະເພດ ອາຫານ ປະມານ 200-300ກິໂລ ຄັ້ງແລກເຮົາກໍ ມີແຕ່ທຳລາຍ ແລະ ຈົດບັນທຶກໄວ້, ຄັ້ງທີສອງກໍໄດ້ ປັບໃໝ ສອງເທົ່າຕົວ ຂອງມູນຄ່າສິນຄ້າ."

ເຈົ້າໜ້າທີ່ໄດ້ ເວົ້າສະຫລຸບວ່າ ຜລິຕພັນອາຫານ ແລະ ເຄື່ອງດື່ມທີ່ນຳເຂົ້າ ມາຈາກ ແຂວງຊຽງຮາຍ ປະເທດໄທ ຈະເປັນປະເພດ ນົມຜົງ ແລະ ເຄື່ອງດື່ມນ້ຳອັດລົມ ຊຶ່ງໃກ້ຈະໝົດອາຍຸ ຕັ້ງແຕ່ນຳເຂົ້າ ມາຮອດຝັ່ງລາວ ແຕ່ທຳອິດແລ້ວ. ຊຶ່ງການແກ້ໄຂ ທີ່ຍັງບໍ່ສາມາດ ເຮັດໄດ້ແບບເດັດຂາດ, ເພາະການຕິດຕໍ່ ພົວພັນປາບປາມ ຣະຫວ່າງ ແຂວງຊຽງຮາຍ ແລະບໍ່ແກ້ວ ຍັງບໍ່ທັນເປັນ ທາງການເທື່ອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org