ລາວຈະປັບປຸງພື້ນຖານ ລະບົບການຮັກສາ ສຸຂພາບ
2010.02.01
ADB ໄດ້ຕົກລົງໃຫ້ເງິນຊ່ວຍເຫລືອ ຈຳນວນດັ່ງກ່າວ ເພື່ອຊ່ວຍຣັຖບານລາວ ໃຫ້ສາມາດເຮັດຕາມເປົ້າໝາຍ ສະຫະສວັດຂອງ ສະຫະປະຊາຊາດ ຫລື Millennium Development Goals ໄດ້.
ADB ຈະຊ່ອຍເງິນເປັນສອງງວດ; ງວດທີ່ນຶ່ງ ສິບລ້ານໂດລາ ເພື່ອສນັບສນູນແຜນການ ພັທນາສາທາຣະນະສຸຂ ຂອງຣັຖບານລາວ ແຜນການທີ່ເຈັດ ຊຶ່ງຈະເລິ້ມນັບແຕ່ປີ 2011ຈົນເຖິງປີ2015. ສ່ວນອີກສິບລ້ານໂດລາ ຣັຖບານ ຈະໃຊ້ເພື່ອເປັນງົບປະມານ ໃຫ້ແກ່ອຳນາດ ການປົກຄອງທ້ອງຖິ່ນ; ເພື່ອຝຶກອົບຮົມ ນາງໝໍປະດຸງຄັນ ແລະ ນາຍແພດປະເພດອື່ນໆ ແລະປັບປຸງສ້ອມແປງ ໂຮງໝໍຫລາຍແຫ່ງ ໃນທົ່ວປະເທດ.
ສປປລາວ ສາມາດຫລຸດຜ່ອນ ຈຳນວນການຕາຍ ຂອງເດັກນ້ອຍທີ່ເກີດໃໝ່ໄດ້ ພາຍໃນ15ປີຜ່ານມາ, ແຕ່ການຂາດເຂີນ ອາຫານທີ່ມີສຸຂພາບ ຍັງມີສູງຫລາຍຢູ່ ສຳລັບ ເດັກນ້ອຍໃນລາວ, ອັນນີ້ກໍຍ້ອນວ່າ ການໃຊ້ການບໍຣິການ ດ້ານສຸຂພາບຍັງຕໍ່າຢູ່, ແລະສປປລາວ ອາດຈະບໍ່ສາມາດ ເຮັດຕາມເປົ້າໝາຍ ສະຫະສວັດຂອງ ສະຫະປະຊາຊາດ ດ້ານການຫລຸດຜ່ອນ ການຕາຍ ຂອງເດັກນ້ອຍເກີດໃໝ່ໄດ້.
ນັກຊ່ຽວຊານດ້ານ ສາທາຣະນະສຸຂຂອງ ADB ວ່າ: “ການຊ່ວຍເຫລືອເທື່ອນີ້ ມີຈຸດປະສົງ ເພື່ອເປີດໃຫ້ໂອກາດ ແກ່ຄົນລາວໄດ້ ຮັບການຮັກສາສຸຂພາບ ຫລາຍຂື້ນ ໂດຍສະເພາະຜູ້ທຸກຍາກ, ແມ່ຍິ່ງ, ເດັກນ້ອຍ ແລະບັນດາຊົນເຜົ່າ ສ່ວນນ້ອຍຕ່າງໆ.”









