ລາວ ຢືນຢັນ ທີ່ກອງປະຊຸມ ບໍ່ມີ AH1N1 ຣະບາດ

ທາງກາຣລາວ ຢືນຢັນ ຍັງບໍ່ທັນພົບ ຜູ້ຕິດເຊື້ອໂຣຄ ໄຂ້ຫວັດໝູ ແຕ່ເຝົ້າຣະວັງ ຢ່າງໃກ້ຊິດ ພ້ອມຍັງມີຢາ ໄວ້ໃຊ້ພຽງພໍ ໃນເມື່ອຫາກມີເຫຕສຸກເສີນ.

ຢາຕ້ານເຊື້ອໄຂ້ຫວັດໃຫຍ່ ສາຍພັນ AH1N1 RFA

ໃນຣະຫວ່າງ ກາຣເຂົ້າຮ່ວມປະຊຸມ ຣັຖມົນຕຣີ ສາທາຣະນະສຸຂ ອາຊ໊ຽນ+(ບວກ) 3 ​ເພື່ອສກັດກັ້ນ ໄຂ້ຫວັດໝູທີ່ບາງກອກໃນມື້ວັນທີ່ 7 ພືສພາ ນີ້ນັ້ນ ດຣ. ບຸນຫລາຍ ພົມມະສັກ ຫົວໜ້າຫ້ອງກາຣປະສານງານຕ້ານແລະ ຄວບຄຸມ ພຍາທຕິດຕໍ່ກະຊວງສາທາຣະນະສຸຂ ສປປລາວໄດ້ກ່າວ ຕໍ່ຜູ້ສື່ຂ່າວເອເຊັຽເສຣີ ວ່າ ຍັງບໍ່ພົບເຫັນມີຜູ້ຕິດເຊື້ອໂຣຄ ແຕ່ຢ່າງໃດແຕ່ກໍມີກາຣເຝົ້າຣະວັງ ຢ່າງໃກ້ຊິດໂດຽສະເພາະທີ່ສນາມບິນວັດໄຕ ຊື່ເປັນຈຸດເຣີ່ມຕົ້ນ ຂອງຊ່ອງທາງເຂົ້າ/ອອກ ຣະຫວ່າງປະເທສເຮັດໃຫ້ເປັນຈຸດທີ່ສ່ຽງຫລາຍ ສະນັ້ນ ຈື່ງຈະມີກາຣກວດຕາມຜູ້ໂດຽສາຣ ຫລາຍເພີ່ມຂື້ນ ດັ່ງທີ່ທ່ານໄດ້ໃຫ້ກາຣອະທິບາຍວ່າ:

ອັນໜື່ງແລ້ວ ແມ່ນຕື່ມແບບ form ຈາກນັ້ນແລ້ວ ກໍ inform ​ເຂົາເຈົ້າ ​​ເວລາເຂົາເຈົ້າ ພັກຢູ່ (​ໃສ) ທີ່ໄໜ່ຖ້າມີອາກາຣ ສົງສັຍ ມີໄຂ້ ມີໄອແໜ້ນໜ້າເອິກ ຂີ້ມູກໄຫລເໝືອນໄຂ້ ດັ່ງຫວັດກໍເຮົາກໍບອກສະຖານທີ່ ຫລື ເບີໂທຣະສັພໃຫ້ເຂົາຮູ້ແລ້ວກໍ contact ​ແລ້ວກໍພວກເຮົາ ກໍມີແພທໝໍກຽມເນາະແລະກໍມີ hot line #166 ດ້ວຍ

ນອກຈາກກາຣເຝົ້າຣະວັງ ແລ້ວນັ້ນ ທາງກາຣ ສປປລາວ ຍັງໄດ້ເຣັ່ງ ດ້ານປະຊາສັມພັນໃຫ້ຄວາມຮູ້ແກ່ປະຊາຊົນ ເພື່ອບໍ່ໃຫ້ແຕກຕື່ນ ກັບສະຖານະກາຣ ທີ່ເກີດຂື້ນ ແຕ່ຢ່າງໃດເພາະບໍ່ຮ້າຍແຮງ ຢ່າງທີ່ຄິດໄວ້ນັ້ນ​ ​ແລະໂດຽສະເພາະ ກໍສາມາດ ປ້ອງກັນໄດ້ຖ້າຫາກຮູ້ຈັກ ວິທີອະນາມັຍເຊັ່ນ: ​ກາຣລ້າງມື ໃຫ້ສະອາດ ຫລື ​​ເອົາຜ້າປິດດັງ ຫາກວ່າ ຕ້ອງໄດ້ເຮັດວຽກງານ ຫລື ສັມຜັສໃກ້ຊິດກັບຜູ້ທີ່ສົງສັຍນັ້ນ. ພ້ອມດຽວກັນນີ້ ທ່ານກໍວ່າ ຍ້ອນທາງກາຣລາວ ໄດ້ຜ່ານກາຣເຝົ້າຣະວັງ ກາຣຣະບາດຂອງໄຂ້ຫວັດນົກແລະ ໂຣຄ SARS ມາກ່ອນແລ້ວ ຈື່ງຄາດວ່າ ມີກາຣຕຣຽມພ້ອມ ໃນທົ່ວປະເທສ ດັ່ງທີ່ທ່ານໄດ້ກ່າວເພີ່ມອີກວ່າ:

“​ເຮົາມີແຜນຕອບໂຕ້ກາຣຣະບາດໃຫຍ່ ສມັຍ H5N1 ຕອນນີ້ ກໍມາໃຊ້ເລີຽເມື່ອກ່ອນໆກໍມີຢູ່ແລ້ວແຕ່ວ່າ train ​ເຂົາເປັນຕົ້ນວ່າໃນກໍຣະນີ AH1N1 ນີ້ ມັນ case division ມັນປ່ຽນເປັນອະໄຣບ້າງ ຢ່າງນັ້ນກໍ train ​ເຂົາໄປ ທັງໝົດ ພວກເຮົາ ກໍມີຢູ່ປະມານ ປັຈຈຸບັນນີ້ກວ່າ 5,000 ​ໂດສ໌ເນາະ ຖືວ່າພຽງພໍກັບຄວາມຕ້ອງກາຣ

ສຳຫລັບກາຣເຝົ້າຣະວັງ ຕາມເຂຕຊາຍແດນນັ້ນ ທາງເຈົ້າໜ້າທີ່ລາວ ທ່ານນີ້ ກໍວ່າ ຕາມປົກກະຕິກໍຈະມີກາຣຝຶກຊ້ອມ ຮ່ວມກັບທາງກາຣກ່ຽວຂ້ອງ ກັບປະເທສເພື່ອນບ້ານ ແລະ ວ່າມີຄະນະເປັນໜ່ວຍສຳຫລັບ​ ​ໃຫ້ຂໍ້ມູລ ແລະ ແລກປ່ຽນຄວາມຄິດເຫັນ ກ່ຽວກັບ ແຜນຂອງກາຣເຝົ້າຣະວັງກາຣແພ່ຣະບາດຂອງເຊື້ອໂຣຄ ຕ່າງໆນັ້ນ.



2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org