ແຂວງເຊກອງ ຄວບຄຸມ ໄຂ້ເລືອດອອກ ໄວ້ໄດ້

ບັນຫາ ກາຣຣະບາດ ຂອງໂຣຄ ໄຂ້ເລືອດອອກ ຢູ່ແຂວງ ເຊກອງ ປັຈຈຸບັນນີ້ ມີພຽງເລັກນ້ອຍ ເທົ່ານັ້ນ ຊື່ງ ທາງເຈົ້າໜ້າທີ່ ສາທາຣະນະສຸຂ ກໍສາມາດ ຄວບຄຸມ ສະຖານະກາຣ ໄວ້ໄດ້ ໂດຽບໍ່ໄດ້ ສົ່ງ ຜົລກະທົບ ຕໍ່ປະຊາຊົນ ແຕ່ຢ່າງໃດ ດັ່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ທ້ອງຖີ່ນ ກ່າວວ່າ:

"ມັນ​ມີ ​ບາງ​ຈຸດ ​ຫລື​ ບາງ​ຄົນ ທັມ​ດາ​ແລ້ວ ​ເຂົາ​ກໍ​ເຕືອນ​ສະ​ຖີຕິ ​ໄວ້​ວ່າ ​ໄດ້​ກວດ​ພົບ​ພໍ້ ບາງ​ບຸ​ຄຄົນ​ ຊື່ໆ​ ກໍ​ໄດ້​ພົບ​ພໍ້ ນຳ​ພຽງ 2-3 ຄົນ ​ເທົ່າ​ນັ້ນ ກໍ​ບໍ່​ທັນ​ໄດ້ ​ຮຸນ​ແຮງ ດຽວ​ນີ້​ ເຂົາ​ກໍ​ໄດ້ ​ປັບປຸງ​ ໄດ້​ແຈ້ງ​ກາຣ ​ແລ້ວ​ ແລະ ​​ໃຫ້ຣະມັດຣະວັງ ​ໄປມາ ກາຣຢູ່​ກາຣນອນ ​ໃຫ້​ກາງ​ມຸ້ງ"

​​ເຈົ້າໜ້າ​ທີ່​ລາວ​ ໄດ້​ແຈ້ງ ​ເພີ່ມ​ວ່າ: ກາຣຣະບາດ​ ຂອງ​ໄຂ້​ເລືອດ​ອອກ ​ດັ່ງກ່າວ​ນີ້ ​ແມ່ນ​ຢູ່​​ເຂ​ຕ ເມືອງ​ທ່າ​ແຕງ ທີ່​ວ່າ ພົບ​ເຫັນ ​ມີ​ຜູ້​ປ່ວຍ 42 ຄົນ ​ແຕ່​ກໍ​ບໍ່​ມີ ຣາຍງານ​ ຂອງ​ຜູ້​ຄົນ​ປ່ວຍ ​ເສັຽຊີ​ວີ​ຕ ​ແຕ່​ຢ່າງ​ໃດ ​ແລະ ​ທາງ​ເຈົ້າໜ້າ​ທີ່​ ກໍ​ໄດ້​ເຕືອນ ​ປະຊາຊົນ​ ໃຫ້​ມີ​ຄວາມ ຣະມັດຣະວັງ ​ເພາະ​ກຳລັງ ​ເຂົ້າສູ່ ຣະດູ​ຝົນ​ ຊື່​ງ​ ເປັນຣະຍະ ​ທີ່​ມີ​ໜອນ​ນ້ຳ ​ແລະ ​ຍຸງ​ລາຍ​​ແພ່ ​ຢ່າງ​ຫລວງຫລາຍ​ ເຖີງ​ແມ່ນ​ທາງ ​ເຈົ້າໜ້າ​ທີ່ ​ພຍາ​ຍາມ ກຳຈັດ​ ດ້ວຍ​ກາຣອອກ ​ສີດ​ພົ່ນ​ຢາ ຂ້າ​ຍຸງ​ ຕາມ​ເຂ​ຕ ທີ່​ມີ​ຄວາມ​ສ່ຽງ​ນັ້ນ ກໍ​ຕາມ ດັ່ງ​ທີ່​ ທ່ານ​ໄດ້​ກ່າວ​ຢ້ຳ ອີກ​ວ່າ:

"ດ໋ຽວນີ້​ ໄດ້​ຍີ​ນຂ່າວ​ວ່າ​ ເຂົາ​ຈະ​ມາ​ເບີ່​ງ ​ເຣື່ອງຂ້າ ​ແມ່ພຍາ​ທ ຂອງ​ຍຸງ​ລາຍ​ນີ້ ​ໄຂ້​ເລືອດ​ອອກ ​ແຕ່​ ກໍ​ບໍ່ທັນ​ ໄດ້​ເຫັນ​ເທື່ອ ໄດ້​ຍີ​ນ​ ແຕ່​ຂ່າວ​ອອກ"

​ໃນ​ຂະນະ​ດຽວ​ກັນ ​ນີ້ ດຣ. ວຽງ​ພອນ ​ແດງ​ສວັດ ຮອງ​ຫົວໜ້າ​ ຝ່າຍ​ບໍຣິຫາ​ຣ ສູນ​ໄຂ້ຍຸງ ​ແມ່​ກາ​ຝາກ ​ແລະ ​ແມງ​ໄມ້ ກໍ​ໄດ້​ກ່າວ ​ໃຫ້​ທັສນະ​ວ່າ: ຕາມ​ເຂ​ຕ​ແຂວງ ​ຕ່າງໆ​ ໃນ​ຈຳນວນ 11 ​ແຂວງ​ ທີ່​ຕ້ອງ​ໄດ້​ມີ​ກາຣຕິດຕາມ​ ເຝົ້າຣະວັງ​ນັ້ນ ມີ 4 ​ແຂວງ​ ດ້ວຍ​ກັນ​ ທີ່​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ ເປັນ​ພິ​ເສດ​ ເຊັ່ນ: ກຳ​ແພງ​ນະຄອນ​ວຽງ​ຈັນ ສວັນນະ​ເຂ​ຕ ຈຳປາ​ສັກ ​ແລະ​​ ແຂວງ​ໄຊ​ຍະ​ບຸຣີ ​ເພາະ​ຢ້ານ​ ຈະ​ເກີດ​ ມີ​ບັນຫາ​ກາຣຣະບາດ ​ຂອງ​ໂຣຄ​ໄຂ້​ເລືອດ ອອກ ​ດັ່ງກ່າວ​ນີ້.