ລາວ ເພີ້ມເຄື່ອງແທກ ອຸ່ນຫະພູມ ອີກສາມແຫ່ງ
ທາງການລາວ ຈະຕິດຕັ້ງເຄື່ອງວັດແທກ ອຸ່ນຫະພູມ ໃນຮ່າງກາຍ ຜູ້ໂດຍສານ ຕາມສນາມບີນ ເຂົ້າອອກ ເພີ້ມອີກ 3 ແຫ່ງ ໃນເດືອນ ກໍຣະກະດາ ປີນີ້.
-
ສິດນີ
2009-07-08 -
-
-
Your browser doesn’t support HTML5 audio
ກະຊວງ ສາທາຣະນະສຸກ ສປປລາວ ຈະນຳເອົາເຄື່ອງ ວັດແທກ ອຸ່ນຫະພູມ ຮ່າງກາຍ ຂອງຜູ້ໂດຍສານ ຫລື thermo-scan ມາຕີດຕັ້ງໃສ່ ສນາມບີນ ເຂົ້າອອກ ເພີ້ມອີກ 3ເຄື່ອງ. ເພື່ອກວດເຊື້ອ ໄຂ້ຫວັດໃຫຍ່ ສາຍພັນ H1N1 ຂອງຜູ້ໂດຍສານ ຜູ້ທີ່ເດີນທາງ ເຂົ້າອອກປະເທດ ຊື່ງສາມເຄື່ອງ ດັ່ງກ່າວນີ້ ຈະຕິດຕັ້ງໃສ່ ສນາມບີນ ຫລວງພຣະບາງ ສວັນນະເຂດ ແລະຈຳປາສັກ ໃຫ້ສຳເຣັດ ໃນເດືອນ ກໍຮະກະດາ. ດັ່ງ ດຣ. ບຸນຫລາຍ ພົມມະສັກ ຫົວຫນ້າຫ້ອງການ ດ້ານການຄວບ ຄຸມພຍາດຕິດຕໍ່ ແຫ່ງຊາດ ກ່າວວ່າ:
"ທັງຫມົດມີ 4ເຄື່ອງ ຕັ້ງແລ້ວ1ເຄື່ອງ ແລະ ກຳລັງຈະຕັ້ງ ອີກ3ແຫ່ງ ເຄື່ອງມັນກໍ່ມາຊ້າ ແລະກໍ່ກຳລັງ ຈະໄປຕັ້ງທີ່ ສນາມບີນ ຫລວງພຣະບາງ 18-19 ແລະກໍ່ ສວັນນະເຂດ 24-25 ແລະກໍ່ສນາມບີນ ຈຳປາສັກ."
ຣັຖບານລາວ ໄດ້ຮັບການ ຊ່ອຍເຫລືອເຄື່ອງ thermo-scan 4ເຄື່ອງ ຈາກປະເທດ ສີງກະໂປ ແລະຫນ່ວຍທຳອີດ ແມ່ນຕິດຕັ້ງຢູ່ ສນາມບີນວັດໃຕ ທີ່ນະຄອນ ຫລວງວຽງຈັນ ເພື່ອກວດສອບ ເຊື້ອໂຣຄ ໄຂ້ຫວັດໃຫຍ່ ສາຍພັນ H1N1 ໃນຮ່າງກາຍຂອງ ຜູ້ໂດຍສານ ເຂົ້າອອກປະເທດ ໃນແຕ່ລະມື້.
ສ່ວນການຝືກ ອົບຮົມພນັກງານ ກ່ຽວກັບເຄື່ອງຈັກ 3ຫນ່ວຍນັ້ນ ທ່ານກ່າວວ່າ:
"ແຕ່ວ່າເຮົາກໍ່ ໄປຕຽມຫມົດແລ້ວ ພນັກງານແພດຫມໍ ເຈົ້າຫນ້າທີ່ ສາທາຣະນະສຸກ ຄວນເຮັດແນວໃດ ປະສານງານກັບ ເຈົ້າຫນ້າທີ່ ສນາມບີນ ແລະ ກໍ່ເຈົ້າຫນ້າທີ່ ຄົນເຂົ້າເມືອງ ແບບໃດ ເຮົາກໍ່ເປັນທີມ ເພື່ອຕຽມໄວ້ຫມົດແລ້ວ."
ຍ້ອນການໃຊ້ເຄື່ອງ ວັດແທກ ອຸ່ນຫະພູມ ໃນຮ່າງກາຍ ຜູ້ໂດຍສານທີ່ ສນາມບີນວັດໃຕ ທາງການລາວຈື່ງ ສາມາດພົບເຫັນ ຜູ້ຕິດເຊື້ອໃນ 7ກໍຮະນີ ໃນຣະຍະທີ່ ຜ່ານມາ ດັ່ງນັ້ນສນາມບີນ 3ແຫ່ງໃນລາວ ກໍ່ມີຜູ້ໂດຍສານ ເຂົ້າອອກບໍ່ນ້ອຍ ຈື່ງມີການຕິດຕັ້ງ ໃສ່ທີ່ນັ້ນເພີ້ມອີກ.