ຜູ້ຍິງແລະເດັກນ້ອຍ ສີດຢາກັນພຍາດ
ແຂວງ ໄຊຍະບຸຣີ ເລີ້ມສີດວັກຊີນ ໃຫ້ແກ່ຜູ້ຍິງ ແລະເດັກນ້ອຍ ເພື່ອຕ້ານພຍາດ ໃນຣະດູຮ້ອນ.
-
ສິດນີ
2010-04-20 -
-
-
Your browser doesn’t support HTML5 audio
ແຂວງໄຊຍະບຸຣີ ເລີ້ມສັກຢາ ວັກຊີິນ ກັນພຍາດໃຫ້ແກ່ຜູ້ຍິງ ແລະເດັກນ້ອຍ ໃນເຂດເປົ້າຫມາຍ ແລະ ເຜີຍແຜ່ສຸຂສຶກສາ ກ່ຽວກັບພຍາດ ຣະດູຮ້ອນ ໃນປີນີ້ ໃຫ້ແກ່ບຸກຄົນ ກຸ່ມດ່ັງກ່າວ ໃນແຂວງ. ທາງການແຂວງ ບອກວ່າ ໃນຊ່ວງນີ້ ຜູ້ຍິງ ແລະເດັກນ້ອຍ ມັກຈະເກີດໂຣຄ ຣະດູຮ້ອນ ໂດຍສະເພາະ ໂຣຄຖອກທ້ອງ ດ່ັງ ດຣ ຄຳຫລ້າ ພູທອນສີ ຮອງຫົວຫນ້າຜແນກ ສາທາຣະນະສຸຂ ແຂວງໄຊຍະບຸຣີ ເວົ້າວ່າ:
"ພວກເຮົາໄດ້ຮັບ ຊາບກ່ຽວກັບ ສະພາບ ຂອງປະຊາຊົນ ກ່ຽວກັບການເກີດ ພຍາດທີ່ຈະເກີດຂື້ນ ໃນຣະດູຮ້ອນ ໂດຍສະເພາະ ພຍາດຖອກທ້ອງ ແລະພຍາດ ສີນເຊື້ອຕ່າງໆ ຈັດຕັ້ງທີມງານ ສຸຂສືກສາ ຂອງແຕ່ລະເມືອງ ແຕ່ລະສຸຂສາລາ ລົງໄປເຜີຍແຜ່ ໃຫ້ກັບ ປະຊາຊົນ ໃນແຕ່ລະບ້ານ ໃຫ້ຮັບຮູ້".
ທ່ານກ່າວ ຕໍ່ໄປວ່າ ການສັກຢາກັນ ພຍາດນີ້ ເປັນການສັກຢາ ຄັ້ງທີສອງ ຖືວ່າປະສົບ ຜົລສຳເຣັດ ຕາມແຜນການທີ່ ໄດ້ວາງໄວ້ ຍ້ອນວ່າຫນ່ວຍງານ ທີ່ກ່ຽວຂ້ອງໄດ້ ທຳການໂຄສະນາ ປຸກໃຈປະຊາຊົນ ຊາວເຜົ່າ ໄດ້ຮັບຮູ້ເຖິງ ພັຍອັນຕຣາຍ ທີ່ເກີດຈາກໂຣຄ ຣະດູຮ້ອນ ໂດຍສະເພາະ ກຸ່ມເປົ້າຫມາຍຄື ແມ່ຍິງທີ່ມີ ອາຍຸຣະຫວ່າງ 15-45 ປີ ໃຫ້ຮູ້ເຖິງ ບັນຫານີ້.
ດຣ ຄຳຫລ້າ ກ່າວມ້ວນທ້າຍວ່າ ການສັກຢາໃນ ຄັ້ງນີ້ ນອກຈາກເພື່ອປ້ອງ ກັນໂຣຄ ຣະດູຮ້ອນ ໃຫ້ກັບຜູ້ຍິງ ໃນກຸ່ມເປົ້າຫມາຍ ແລ້ວ ຍັງມີການສັກຢາ ໃຫ້ກຸ່ມເປົ້າຫມາຍ ກຸ່ມອື່ນອີກ ດັ່ງກຸ່ມເດັກນ້ອຍ ເພື່ອປ້ອງກັນພຍາດ ຄໍຕີບ ໄອຮືດໄອຫອບ ແລະໂຣຄ ຫມາກສຸຂຫມາກໃສ ທີ່ຈະເກີດຂຶ້ນ ກັບເດັກນ້ອຍໃນ ຊ່ວງຣະດູຮ້ອນ.
ແຂວງໄຊຍະບຸຣີ ກໍ່ເປັນຄືກັບແຂວງ ອື່ນໆໃນລາວ ໃນຣະດູແລ້ງ ກໍ່ຈະປະເຊີນ ກັບບັນຫາໂຣຄ ຖອກທ້ອງ ແລະໂຣຄເມືອງຮ້ອນ ປະເພດຕ່າງໆ ປະຊາຊົນຄວນ ໃຫ້ການ ຣະມັດຣະວັງ ກ່ຽວກັບເຣື້ອງນີ້.