ຊາວບ້ານ ໂຍກຍ້າຍ ຈາກບໍຣິເວນ ບໍ່ຄໍາ

ທາງການກ່ຽວຂ້ອງ ສປປລາວ ໂຍກຍ້າຍ ຊາວບ້ານຫລາຍຮ້ອຍຄົນ ອອກຈາກ ບໍຣິເວນ ບໍ່ຄຳ ທີ່ເມືອງຄຳເກີດ ແຂວງບໍຣິຄຳໄຊ ທີ່ປະປົນ ໄປດ້ວຍສານພິດ.

ການ​ໃຊ້​ ສານ​ເຄມີ ​ທີ່​​ເປັນ​ພິດ ​ໃນ​ການ​ຂຸດ​ຄົ້ນ​ ແຮ່​ທາດ​ຄຳທີ່​ເມືອງຄຳ​ເກີດ ​ແຂວງ​ບໍ​ຣິ​ຄຳ​​ໄຊ ​ໃນ​ຣະ​ຍະ​ຫລັງໆ​ມາ​ນີ້ ​ເຮັດ​ໃຫ້​ຊາວບ້ານ ​ຫລາຍ​ຮ້ອຍຄົນ ​ໄດ້​ຮັບຜົລກະທົບຈາກ​ການ​ຫາ​ຢູຸ່ຫາ​ກີ​ນ ​ແລະ ​ການໃຊ້​ນ້ຳຕາມ​ແມ່ນ້ຳລຳ​ທານ​ ໃນ​ເຂດ​ດັ່ງກ່າວທາງ​ການ​ ກ່ຽວຂ້ອງ ​ຂອງ​ແຂວງ​ ຈື່ງ​ມີ​ການ​ໂຍກ​ຍ້າຍ​ປະຊາຊົນອອກ​ຈາກ ​ເຂດ​ດັ່ງກ່າວ ​​ເພື່ອຄວາມ​ປອດ​ພັຍ ​ຂອງ​ພວກ​ຂະ​ເຈົ້າ. ດັ່ງ​ເຈົ້າຫນ້າ​ທີ່ ​ທ່ານ​ນື່ງ ​ໃຫ້ກ່າວວ່າ:

"ຍ້ອນ ເຫດຜົລ ດັ່ງກ່າວ ກໍ່ ໄດ້ ຍ້າຍ ປະຊາຊົນ ໃນ 7 ມູ່ບ້ານ ອອກ ຈາກ ພື້ນທີ່ ເພາະວ່າ ຂະ ເຈົ້າຈະ ໃຊ້ ນ້ຳ ຂະ ເຈົ້າ ຈະ ຫາ ກີ ນ ຕາມ ແຫ ລ່ງ ທັມມະ ຊາດ ທີ່ຢູ່ອາສັຍ ໃນ ບໍ ຣິ ເວນ ດັ່ງກ່າວ ກໍ່ ແນ່ນອນ ທີ່ ຈະ ມີ ຜລົກະທົບ ທີ່ ບໍ່ດີ ໃນ ອານາ ຄົດ ."

ທ່ານ​ວ່າທາງ​ການ ຈະ​ຈັດ​ສັນ​ ຊາວບ້ານ ​ໃນ 7 ຫມູ່​ບ້ານຈາກ​ຄຳ​ເກີດ ​ໄປ​ຢູ່​ເມືອງ​ບໍ​ຣິ​ຄັນ ​ໃນ​ພື້ນທີ່ທີ່​ພວກ​ຂະ​ເຈົ້າ ຈະ​ສາມາດ ​ປູກຝັງ​ ທຳ​ມາ​ຫາ​ກີ​ນ​ໄດ້ ​ແລະ ​ຈະ​ມີ​ການ​ຈ່າຍ​ຄ່າ​ຊົດ​ເຊີຍ ​ໃຫ້ຊື່​ງ​ໃນ​ປັດຈຸບັນຊາວບ້ານ​ບາງ​ຄົນກໍ່​ຍັງ​ ບໍ່ຮູ້​ເຖີງອັນຕຣາ​ຍ ທີ່ຈະ​ເກີດ​ຂື້ນ ​ກັບ​ພວກ​ຂະ​ເຈົ້າຈາກ​ສານ​ເຄມີ ​ເທົ່າ​ເຖີງປັດຈຸບັນກໍ່​ຍັງ ​ບໍ່​ມີ​ລາຍ​ງານ​ວ່າມີ​ການ​ເຈັບ​ປ່ວຍ ​ເກີດ​ຂື້ນ​ ກັບ​ຊາວບ້ານຍ້ອນ​ເຫດການ ​ດັ່ງກ່າ​ວນີ້​​ເທື່ອ. ຫນ່ວຍ​ງານ ​ດ້ານ​ສີ່​ງ​ແວດ​ລ້ອມ ​ກໍ່​ໄດ້​ຕັກ​ເຕືອນບໍ​ຣິ​ສັດ​ ກ່ຽວກັບ​ ການ​ໃຊ້​ສານ​ເຄມີ ທີ່​ເປັນ​ພິດ ​ແຕ່​ກໍ່​ບໍ​ຟັງຈື່ງ​ສັ່ງ​ໃຫ້ ​ມີ​ການປີດ​ໂຮງງານ​ ດັ່ງກ່າວທ່ານ​ກ່າວ​ ​ເພີ້​ມອີກ​ວ່າ:

"​ ເຕືອນ ຫລາຍ ຄັ້ງ ແລ້ວ ຖືກ ເຕືອນ ແລ້ວ ກໍ່ ຖືກ ເຮັດ ບົດ ບັນ ທືກ ມາ ຫລາຍ ຄັ້ງ ແລ້ວ ຍັງ ປ່ອຍ ສີ່ ງດີ ລົງ ແມ່ນ້ຳ ເຮັດ ໃຫ້ ແມ່ນ້ຳ ເປື້ອນ ເປີ້ ໄປ ດ້ວຍ ສານ ຊາຍ ນາຍ ກໍ່ ໃກ້ ຄຽງ ກັບປຮອນ ນັນ ແລ້ວ .

​​ໃນ​ທີ່​ສຸດທ່ານ​ວ່າທາງ​ການ​ແຂວງ​ ຈະ​ທຳ​ການ​ບຳບັດ​ນ້ຳເສັຽ ​ໃນ​ສຖານ​ທີ່ ​ແຫ່ງ​ນັ້ນ ​ໃຫ້​ກັບ​ຄືນ ມາ​ແບບ​ແຫ​ລ່ງນ້ຳທັມມະ​ຊາດ ​ຕາມ​ເຄີຍ ​ແຕ່​ຕ້ອງ​ໃຊ້​ເວລາ​ດົນ​ນານ, ສຳລັບ​ບໍ່​ຄຳ​ແຫ່ງ​ນັ້ນຣັຖບານ​ລາວຈະ​ເຂົ້າ​ມາ​ດຳ​ເນີນ​ກິ​ຈການ​ເອງ.