ອາດພົບ ແກັສຫລືນ້ຳມັນ ຢູ່ລາວພາກໃຕ້
2009.06.10
ພາຍຫລັງທີ່ ບໍຣິສັດ Salamander Energy Group ບໍຣິສັດ ນ້ຳມັນ ຈາກອັງກິດ ແລະບໍຣິສັດ ໜອງຊື່ນ ຈະເຣີນພັທນາ ຈຳກັດ ໄດ້ທຳການ ສຳຣວດຫາ ແຫລ່ງນ້ຳມັນ ຢູ່ແຂວງ ສວັນນະເຂດ ແລະແຂວງ ສາລະວັນ ມາຕັ້ງແຕ່ປີ 2007 ພົບວ່າໜ້າ ຈະມີແຫລ່ງອາຍ Gas ທັມມະຊາດ ໃນແຂວງ ສາລະວັນ ດັ່ງເຈົ້າໜ້າ ທີ່ທີ່ກ່ຽວຂ້ອງ ຜແນກພະລັງງານ ແລະບໍ່ແຮ່ ແຂວງ ສວັນນະເຂດ ເປີດເຜີຍວ່າ:
"ຢູ່ທີ່ ນະຄອນເພັງ ສາຣະວັນ ຄາດຄະເນວ່າ ມັນຈະເປັນອາຍແກັສ ພວກແກັສ ທັມມະຊາດ ເພາະວ່າການ ສຳຣວດແທກ ຣະບົບຈີໂອໂຟນ ນັ້ນມັນບອກວ່າ ເປັນ ຄື້ນຢູ່ລຸ່ມ ໄຕ້ດິນ ເປັນອ່າງເປົ່າ ແຕ່ບົ່ງບອກ ບໍ່ແມ່ນນ້ຳມັນ ຜົນການສຶກສາ ເປັນແນວນັ້ນ."
ແຕ່ໃນ ປັດຈຸບັນນີ້ ບໍ່ໄດ້ມີການ ເຈາະສຳຣວດ ຍ້ອນມີ ຄວາມຫຍູ້ງຍາກ ທາງການເງິນ ແລະກໍຢູ່ໃນ ລະຍະເຂົ້າສູ່ ຣະດູຝົນ ເຮັດໃຫ້ມີການ ເລື່ອນການ ຂຸດສຳຣວດ ຈາກແຜນການ ທີ່ວ່າຈະ ປະຕິບັດ ໃນຕົ້ນປີນີ້ ອອກໄປເປັນ ທ້າຍປີແທນ.
ແຕ່ເຖິງຢ່າງໃດ ບໍຣິສັດ Salamander Energy Group ກໍລາຍງານວ່າ ທີ່ເມືອງ ທ່າປາງທອງ ແລະເມືອງສອງຄອນ ໃນແຂວງ ສວັນນະເຂດ ມີປາກົດການ ທີ່ຄາດວ່າ ຈະພົບແຫລ່ງ ນ້ຳດິບ ແລະຈະດຳເນີນ ການເຈາະສຳຣວດ ຕໍ່ໄປດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜແນກພະລັງງານ ແລະບໍ່ແຮ່ ທ່ານດຽວກັນນີ້ ກ່າວວ່າ:
"ມັນມີປະກົດ ການນ້ຳມັນ ມັນອອກມາແບບ ຢູ່ໃນນ້ຳຄໍາ ແບບເຫັນມັນ ແຕ່ດົນແລ້ວ ພຽງແຕ່ມັນມີ ຄວາມສ່ຽງຢູ່ວ່າ ອ່າງ(ນ້ຳມັນ) ແຕກຫລືວ່າ ອ່າງ(ນ້ຳມັນ) ມັນຍັງໜ້ອຍ ຍັງຫລາຍ ແຕ່ຂະເຈົ້າ ຂໍເຈາະເບິ່ງ ສາຣະວັນ ກ່ອນ ຈຶ່ງຈະເຂົ້າ ໄປພູ້ນແຕ່ພວກ ເຂົາເຈົ້າກໍມີ ຄວາມຫວັງຄືກັນ 50-50 ນີ້ແຫລະ."
ເວົ້າເຖິງ ພະລັງງານ ເຊື້ອເພີງ ໃນປັດຈຸບັນນີ້ ລາວ ນຳເຂົ້ານ້ຳມັນ ຈາກຕ່າງປະເທດ 100ສ່ວນຮ້ອຍ ແຕ່ຣັຖບານ ສປປລາວ ຫວັງຈະພັທນາ ພະລັງງານທາງ ຜລິດນ້ຳມັນ ໄບໂອດີເຊລ ພາຍໃນປະເທດ ໃຫ້ໄດ້ ໃນປະມານ 30 ສ່ວນຮ້ອຍ ໃນປີ 2020.









