ການສໍາຣວດ ແຮ່ທາດ ທີ່ຫລວງນໍ້າທາ ເຮັດໃຫ້ ແມ່ນໍ້າ ເປີເປື້ອນ

ເຈົ້າໜ້າທີ່ລາວ ວ່າ ການສໍາຣວດ ແລະ ຂຸດຄົ້ນ ແຮ່ທາດ ທອງແດງ ຂອງບໍຣິສັດ Amanta Resources ຈາກ ປະເທດ ຄານາດາ ໃນແຂວງຫລວງນໍ້າທາ ເຮັດໃຫ້ ແມ່ນໍ້າຫ້ວຍ ແລະ ນໍ້າເຊ ເປິ້ະເປື້ອນ ເພາະວ່າ ມີການລັກປ່ອຍ ນໍ້າໂສໂຄກ ຈາກບໍ່ທອງ ລົງໃສ່ ແມ່ນໍ້າ.

0:00 / 0:00

ເຈົ້າໜ້າທີ່ ຫ້ອງການພະລັງງານ ແລະ ບໍ່ແຮ່ ແຂວງຫລວງນໍ້າທາ ເປີດເຜີຽວ່າຍັງມີ ການລັກລອບ ປ່ອຍນໍ້າ ໂສໂຄກ ອອກຈາກ ບໍ່ທອງແດງ ໃນຕອນກາງຄືນ ແລະ ເປັນລະຍະໆທັ້ງໆ ທີ່ທາງການ ໄດ້ຕັກເຕືອນ ແລ້ວກໍຕາມດັ່ງທີ່ ເຈົ້າໜ້າທີ່ ໄດ້ກ່າວ:

"ການລັກປ່ອຍ ອອກຈາກ ອ່າງເກັບນໍ້າ ຂອງເຂົາ ຍັງມີ ຕໍ່ເນື່ອງກັນມາ . ລາຍງານມາ ແລ້ວ ເຂົາ ກໍຍັງສືບຕໍ່ ປ່ອຍ ສ່ວນຫລາຍ ເຂົາກໍປ່ອຍ ໃນຍາມກາງຄືນ ພະນັກງານເຮົາ ເມືອປະຈໍາ ຢູ່ພຸ້ນ ກໍໄດ້ເຕືອນ ເຂົາຫລາຍແລ້ວ ແຕ່ເຂົາ ກໍບໍ່ຟັງ . ຊາວບ້ານ ເຂົາ ກໍເດືອດຮ້ອນ ເມື່ອເຫັນ ນໍ້າຂຸ່ນ ແລ້ວເຂົາ ກໍບໍ່ກ້າໃຊ້ " .

ທ່ານວ່າ ຜ່ານມາເຈົ້າໜ້າທີ່ ທາງການ ໄດ້ເຂົ້າໄປ ຊີ້ແຈງ ແລະ ຕັກເຕືອນ ແລ້ວວ່າການປ່ອຍ ນໍ້າໂສໂຄກ ອອກຈາກ ບໍ່ທອງ ເປັນການຜິດ ລະບຽບ ຫລັກການແລະ ໄດ້ຂໍໃຫ້ ເຈົ້າໜ້າທີ່ບໍ່ທອງ ຍຸຕິ ການປ່ອຍ. ເຣື້ອງນີ້ ທາງບໍຣິສັດ ບໍ່ທອງ ກໍໄດ້ຮັບຊາບແລ້ວທັງຮັບປາກວ່າ ຈະບໍ່ປ່ອຍອີກ, ແຕ່ປາກົດວ່າ ຍັງມີການລັກ ປ່ອຍນໍ້າໂສໂຄກ ຈາກບໍ່ທອງ ຢູ່ຄືເກົ່າ.

ປະຊາຊົນ ທີ່ອາໃສ ຢູ່ໃນເຂດ ບໍ່ທອງ ທີ່ເຄີຽໃຊ້ນໍ້າ ຢູ່ໃນນໍ້າຫ້ວຍນໍ້າເຊນັ້ນ ບໍ່ກ້າໃຊ້ ນໍ້າອີກໃນເມື່ອ ເຫັນແມ່ນໍ້າຫ້ວຍນໍ້າເຊ ມີສີຂຸ້ນ. ຫລາຍຄົນ ກໍເຊື່ອວ່າ ນໍ້າໃນຫ້ວຍ ໃນເຊ ອາດມີ ສານເຄມີ ປົນ ຢູ່ນໍາແລະ ຍິ່ງມີຄວາມກາງວົນ:

"ເຮົາກໍຍັງ ບໍ່ທັນຢັ້ງຢືນ ໄດ້ວ່າ ມັນມີສານພິດ ແນວໃດແດ່ ແລະ ສານພິດໂຕນັ້ນ ມັນມີ ອັນຕຣາຍ ສໍ່າໃດ , ແຕ່ວ່າ ປະຊາຊົນ ມັນກ່າ ມີຫລືບໍ່ມີ ມັນກໍບໍ່ຮູ້ ແຕ່ປະຊາຊົນ ມັນເຫັນໃດ ເມື່ອມັນເຫັນ ກັບຕາ ມັນກໍ ບໍ່ມີຄວາມພໍໃຈ ປານໃດ ເນາະ "

ເມື່ອບໍ່ນານມານີ້ບໍຣິສັດ Amanta Resources ໄດ້ແຈ້ງຜົນຄືບໜ້າຂອງການສໍາຣວດແຮ່ທາດທອງແດງຢູ່ໃນແຂວງຫລວງນໍ້າທາວ່າໄດ້ພົບແຮ່ທາດທອງແດງແຮ່ທາດເງິນແຮ່ທາດໂມລິບເດນໍາແລະແຮ່ທາດຄໍາຢູ່ໃນບໍຣິເວນທີ່ມີເນື້ອທີ່ 200 km2. ປັດຈຸບັນນີ້ທາງບໍຣິສັດໄດ້ເລີ້ມສໍາຣວດແລະຂຸດຄົ້ນບໍ່ທອງຜາກ້ຽງຊື່ງກວມບໍຣິເວນ 12 km2 ເພາະເປັນບໍຣິເວນທີ່ພົບເຫັນແຮ່ທາດມີຄວາມໜາແໜ້ນຫລາຍກ່ວາແຫ່ງອື່ນ.