ເຈົ້າໜ້າທີ່ຜແນກສິ່ງແວດລ້ອມໃນແຂວງກ່າວກຽວກັບ ເຣື້ອງນີ້ ວ່າ:
"ມີແຕ່ວ່າມີຈຸດນື່ງຂອງບໍ່ຖ່ານຫີນເຂົາເຈົ້າຂຸດຄົ້ນຢູ່ໄດ້ສົ່ງຜົນກະທົບຕໍ່ແຫ່ລງນໍ້າແຕ່ວ່າໄດ້ແນະນໍາໃຫ້ເຂົາເຈົ້າປັບປຸງແກ້ໄຂຄືນແລ້ວແລະກໍເອົາແຮ່ທີ່ວ່າລົງມາຢູ່ແຄມນໍ້າເອົາອອກໝົດ ແລະປັບປຸງໃຫ້ຢູ່ໃນສະພາບເດີມຄືເກົ່າ."
ບໍຣິສັດຈີນ ທີ່ຂຸດຄົ້ນ ບໍ່ຖ່ານຫີນ ແລະ ແຮ່ທາດ ອື່ນໆ ໃນລາວໂດຍມາກແລ້ວ ບໍ່ປະຕິບັດຫລື ບໍ່ມີໂຄງການ ປົກປັກ ຮັກສາ ສະພາບແວດລ້ອມເລີຽ. ບໍຣິສັດເລົ່ານີ້ ລະເມີດ ລະບຽບ ການທຸກຢ່າງ ເພື່ອວ່າ ຕົນຈະໄດ້ ຜົນກໍາໄລໂດຍບໍ່ຄໍານືງ ເຖິງວ່າ ຈະມີຜົນກະທົບ ຕໍ່ຊີວິດການ ເປັນຢູ່ ຂອງ ປະຊາຊົນລາວ ແບບໃດ.
ນອກຈາກ ຂຸດຄົ້ນ ຖ່ານຫິນແລ້ວບໍຣິສັດຈີນບໍຣິສັດດຽວກັນນີ້ ຍັງໄດ້ຂຸດຄົ້ນ ແຮ່ທາດທອງ ຢູ່ບ້ານຍອດອູຊື່ງເປັນເຂດ ຕິດກັບ ຊາຍແດນ ຂອງປະເທດຈີນ. ເຈົ້າໜ້າທີ່ ລາວ ວ່ານອກຈາກ ເຂົາເຈົ້າ ທໍາຄວາມເປິະເປື້ອນ ໃສ່ແຫລ່ງນໍ້າ ລໍາທານ ໃນແຂວງແລ້ວຍັງມີ ຄວາມເປິະເປື້ອນ ທີ່ເກີດຈາກ ຝຸ່ນລະອອງ ຂອງແຮ່ທາດ ໃນເວລາທີ່ ບໍຣິສັດ ຂົນສົ່ງ ແຮ່ທາດ ອອກຈາກ ແຂວງ ໄປຍັງ ປະເທດຈີນ:
"ກໍມີ ຈໍານວນນື່ງບັນຫາ ກ່ຽວກັບ ຝຸ່ນລະອອງ ຂີ້ຝຸ່ນ ຕາມຖນົນຫົນ ທາງເວລາ ຂົນສົ່ງ ແຮ່ທາດ ເພາະວ່າ ສົ່ງແຮ່ໂຕນີ້ ອອກ ເລີຽບໍ່ໄດ້ ມີການປຸງແຕ່ງ ເອົາແຮ່ດິບ ອອກໄປເລີຽ"
ເຈົ້າໜ້າທີ່ ລາວ ວ່າຫນ່ວຍງານ ກວດກາ ສະພາບ ສິ່ງແວດລ້ອມ ປະຈໍາແຂວງ ໄດ້ກວດກາ ການຂຸດຄົ້ນ ບໍ່ຖ່ານຫີນ ຂອງບໍຣິສັດຈີນ ວ່າບໍ່ໄດ້ ສ້າງຜົນກະທົບ ຕໍ່ສະພາບແວດລ້ອມ ພໍປານໃດເນື່ອງຈາກ ເປັນການຂຸດ ແບບເຈາະອຸບໂມງບໍ່ໄດ້ ມີການໃຊ້ລະເບີດ. ໃນຄວາມເປັນຈິງແລ້ວ ຝຸ່ນລະອອງ ຖ່ານຫີນ ສາມາດ ເຮັດໃຫ້ຄົນ ເປັນໂລກປອດໄດ້.
ເມື່ອບໍ່ນານມານີ້ທາງການລາວ ໄດ້ຖອນສິດທິ ການຂຸດຄົ້ນ ແຮ່ທາດ ຫລາຍແຫ່ງ ໃນລາວ ຍ້ອນວ່າ ບໍຣິສັດ ຂຸດຄົ້ນ ແຮ່ທາດ ລະເມີດ ສັນຍາຫລາຍຢ່າງຮ່ວມທັງ ລະເມີດລະບຽບ ການປົກປ້ອງ ສະພາບ ແວດລ້ອມດ້ວຍ. ນັກວິຊາການ ໃນນະຄອນຫລວງວຽງຈັນ ໃຫ້ຄວາມເຫັນວ່າທາງການລາວ ຄວນທົບທວນ ຄືນໃໝ່ ກ່ຽວກັບ ນະໂຍບາຍ ການສົ່ງເສີມ ໃຫ້ມີການລົງທືນ ດ້ານແຮ່ທາດເພາະວ່າ ຝ່າຍລາວ ເສັຽປຽບ ໃຫ້ບໍຣິສັດ ລົງທືນຫລາຍໂພດແລະ ແຮ່ທາດ ໃນລາວ ກໍມີຈໍານວນ ທີ່ຈໍາກັດ.