ປ່າໄມ້ ຍັງຖືກທຳລາຍ ໂດຍ ນາຍທຶນ
ກາຣອະນຸຮັກ ປ່າໄມ້ໃນ ສປປລາວ ມີບັນຫາ ເພາະຍັງມີກຸ່ມ ນາຍທຶນມາ ຈ້າງຊາວບ້ານ ລັກລອບ ຕັດໄມ້ໃຫ້
-
ຫວາດ ສີມູນ
2009-05-22 -
-
-
Your browser doesn’t support HTML5 audio
ບັນຫາສີ່ງ ແວດລ້ອມຢູ່ ສປປລາວ ປັຈຈຸບັນ ກາຍມາເປັນເຣື່ອງ ທີ່ສຳຄັນ ຫລາຍກວ່າເກົ່າ ໂດຽມີກຸ່ມ ອະນຸຮັກ ສະພາບແວດລ້ອມ ພ້ອມດ້ວຍບັນດາ ນັກວິຊາກາຣ ຫລາຍໆຝ່າຍ ຕລອດຮອດ ປະຊາຊົນ ຊາວລາວຕ່າງ ກໍໃຫ້ຄວາມ ສົນໃຈ ແລະມີຄວາມ ຕື່ນຕົວໃນກາຣ ທີ່ຈະຊ່ວຍ ຮັກສາ ໂດຽສະເພາະ ກໍເພື່ອບໍ່ຢາກ ໃຫ້ເກີດມີບັນ ຫາໂລກຮ້ອນ.
ແຕ່ວ່າກາຣ ອະນຸຮັກ ຊັພຍາກອນ ປ່າໄມ້ໂດຽທົ່ວ ໄປແລ້ວນັ້ນ ກໍມີບັນຫາ ຢູ່ຄືເກົ່າ ຍ້ອນຍັງມີ ພວກນາຍທຶນ ມາຈອບອອຍຈ້າງ ປະຊາຊົນ ໃຫ້ໄປຫາ ລັກລອບຕັດໄມ້ ໃຫ້ດັ່ງນັກ ວິຊາກາຣດ້ານ ກາຣກະເສຕ ລາວທ່ານໜື່ງ ໄດ້ກ່າວວ່າ:
ຍຸຕິກາຣຖາງ ປ່າເຮັດໄຮ່ ແລະຍຸຕິກາຣ ຕັດໄມ້ທຳ ລາຍປ່າ ຫລືວ່າ ກາຣຂາຍໄມ້ ແຕ່ວ່າມັນມີ ແຕ່ເຖົ້າແກ່ ໄທຽມາຊອກ ຫາເອົາຢູ່ ມັນກໍຍາກຢູ່ ປະເທສດ້ອຍ ພັທນາກັບ ນາຍທຶນ ກໍນາຍທຶນ ມີເງີນມັນກໍ ມາຈ້າງເອົາ ລັກເອົາ
ນັກວິຊາກາຣ ທ່ານນີ້ໄດ້ ແຈ້ງເພີ່ມວ່າ:ປັຈຈຸບັນນີ້ ກໍມີ ປະຊາຊົນ ລາວພາກັນ ນິຍົມປູກຕົ້ນ ໄມ້ໃຫ້ເປັນປ່າ ຫລາຍຂື້ນ ໂດຽສະເພາະ ໄມ້ເກສນາ ແລະຕົ້ນຢາງ ພາຣາ ຫລາຍເພີ່ມຂື້ນ ແລະວ່າ ສ່ວນ ນະໂຍບາຍ ທີ່ທາງກາຣລາວ ສົ່ງເສີມໃຫ້ມີ ກາຣປົກປັກຮັກ ສາປ່າໄມ້ນັ້ນ ຖືວ່າບໍ່ໄດ້ຜົລ ເທົ່າທີ່ຄວນ ຍ້ອນອຳນາຈ ເງີນຕຣາຈາກ ຜູ້ເປັນນາຍທຶນ ທີ່ນຳເອົາເງີນ ມາຈ້າງ ປະຊາຊົນ ລັກຕັດໄມ້ໃຫ້ ເປັນປະຈຳຕລອດມາ ດັ່ງທີ່ທ່ານ ໄດ້ກ່າວເພີ່ມວ່າ:
ເຣື່ອງຕັດໄມ້ ນີ້ຈີງຈັງ 100% ເຂົາຈັບກັນ ຣະບົບເຮົານີ້ ເພີ່ນບໍ່ບອກ ເຂົາຈັບແລ້ວບໍ່ ເປີດເຜີຽຄື ຢູ່ໄທຽ ສ່ວນຫລາຍແມ່ນ ຄົນຕ່າງປະເທສ ບໍ່ມາຈາກໄທຽ ແຕ່ວ່າຫລາຍເປີເຊັນ ແມ່ນເຖົ້າແກ່ໄທຽ ມັນເປັນຄຳສັ່ງ ຂອງນາຍົກ ຣັຖມົນຕຣີ ທຸກຄົນຕ້ອງໄດ້ ປະຕິບັຕ ຄັນວ່າເພີ່ນ ສັ່ງໃຫ້ຢຸດແລ້ວ ມັນກໍຕ້ອງ ໄດ້ຢຸດ.
ພ້ອມດຽວ ກັນນີ້ທ່ານ ກໍໃຫ້ຄຳເຫັນ ເປັນທັສນະ ສ່ວນຕົວວ່າຖ້າ ປະຊາຊົນ ລາວສາມາດ ປະຕິບັຕ ຕາມນະໂຍບາຍ ທີ່ທາງຣັຖ ອອກໃຫ້ ແລະບໍ່ເຫັນແກ່ ຜົລປະໂຍຊສ່ວນ ຕົວກວ່າສ່ວນຮວມ ນັ້ນແນ່ນອນ ຊັພຍາກອນ ປ່າໄມ້ແລະ ອື່ນໆ ຄົງຈະມີ ກາຣພັທນາ ໃຫ້ໄດ້ຫລາຍ ກວ່ານີ້.