ເຈົ້າໜ້າທີ່ ຫ້ອງການ ສິ່ງແວດລ້ອມ ແຂວງຜົ້ງສາລີກ່າວເຖິງ ສິ່ງແວດລ້ອມທີ່ກຳລັງ ມີບັນຫາ ແລະ ໜ່ວຍງານທີ່ກ່ຽວຂ້ອງ ກຳລັງ ຕຽມແຜນ ການແກ້ໄຂບັນຫາທີ່ເກີດຂື້ນ ຢ່າງຮີບ ດ່ວນນັ້ນວ່າ:
"ບັນຫາ ຫລາຍ ທີ່ ສຸດ ນີ້ ຄື ປັດຈຸບັນ ແກ້ ຢູ່ ກໍ ຄື ວ່າ ການ ຫລຸດນ້ອຍ ລົງ ຂອງ ເນື້ອທີ່ ປ່າ ໄມ້ ເນື້ອທິ່ປ່າ ໄມ້ ຢູ່ ໃນ ປີ 1989 ມີ ອັດຕາ ສ່ວນ ປົກ ຄຸມ ຢູ່ 41 ສ່ວນ ຮ້ອຍ ຮອດ ມື້ນີ້ ຍັງ 18 ສ່ວນ ຮ້ອຍຫລຸດລົງ ມາ ເທົ່າ ກັບ 23.75 ສ່ວນ ຮ້ອຍ"
ນອກຈາກ ບັນຫາ ທີ່ວ່າ ນັ້ນແລ້ວຍັງມີບັນຫາ ການເສື່ອມໂຊມ ຂອງຄຸນນະພາບດິນທີ່ຈະຕ້ອງ ໄດ້ເລັ່ງແກ້ໄຂຍ້ອນວ່າ ມັນມີຜົນກະທົບ ຕໍ່ສິ່ງແວດລ້ອມທີ່ເກີດຈາກ ສານພິດ ຕ່າງໆຊຶ່ງຕົກຄ້າງ ຈາກການສີດຢາ ຂ້າຫຍ້າຫລື ຢາປາບ ສັດຕຣູພືດ.
ສຳລັບການແກ້ໄຂບັນຫາທີ່ກ່ຽວຂ້ອງ ກັບການເພິ່ມ ພື້ນທີ່ປ່າໄມ້ ໃນແຂວງຜົ້ງສາລີ ນັ້ນທ່ານວ່າມີຫລາຍໜ່ວຍງານ ໄດ້ໃຫ້ຄວາມຊ່ວຍເຫລືອ:
"ມາ ຮອດ ປີ 2008 ນີ້ ມີ ໂຄງການ ຈັດ ສັນ ອາຊີບ ຄົງ ທີ່ ແລະ ເລິ່ມຈັດ ສັນ ເຂົ້າມາ ດ້ວຍ ໂຄງການ ປູກ ຢາງພາລາ ຄິດ ວ່າ ຮອດ ປີ 2010 ນີ້ ບໍ່ ໄດ້ ເວົ້າ ເຖິງ ປ່າດົງ ດິບ ແລະ ອັດຕາ ສ່ວນ ປົກ ຄຸມ ໂດຍ ທົ່ວ ໄປ ກະຈະ ໃຫ້ ໄດ້ ປະມານ 47 ສ່ວນ ຮ້ອຍ"
ພ້ອມກັນນັ້ນທ່ານກໍໄດ້ສະຫລຸບວ່າທາງແຂວງຜົ້ງສາລີມີການວາງ ເປົ້າໝາຍ ທີ່ຈະຕ້ອງ ແກ້ໄຂ ບັນຫາ ສິ່ງແວດລ້ອມ 6 ຢ່າງຄືບັນຫາ ເນື້ອທີ່ປ່າໄມ້ ຫລຸດນ້ອຍລົງ, ບັນຫາຄຸນນະພາບດິນເສື່ອມໂຊມ, ບັນຫາການເພີ່ມຂື້ນ ຂອງປະຊາກອນ, ບັນຫາ ສິ່ງແວດລ້ອມ ພາຍໃນຕົວເມືອງ, ບັນຫາ ການບຸກລຸກ ຍອດແຫລ່ງນ້ຳ ແລະບັນຫາ ການສູນເສັຍ ທາງດ້ານ ຊີວະນາໆພັນ ແລະ ການຂ້າມຊາຍແດນ.
