ໂຄງກາຣ ໂຮງໄຟຟ້າລິກໄນຕ໌ ເມືອງຫົງສາ

ທາງກາຣລາວ ແລະໄທຽ ຕຣຽມກາຣ ເຊັນສັນຍາ ຊື້ຂາຍໄຟຟ້າ ຈາກໂຄງກາຣ ໂຮງໄຟຟ້າລິກໄນຕ໌ ເມືອງຫົງສາ ໃນເດືອນ ກຸມພາ ນີ້.
ຫວາດ ສີມູນ
2010.02.08

ໂຄງກາຣ ໂຮງໄຟຟ້າລິກໄນຕ໌ ເມືອງຫົງສາ ແຂວງ ໄຊຍະບູຣີ ກຳລັງຕຣຽມ ກາຣເຊັນສັນຍາ ຊື້ຂາຍ ກັບກາຣໄຟຟ້າ ຝ່າຍຜລິຕ ແຫ່ງປະເທສໄທຽ ຫລື Egat ທີ່ຈະມີຂຶ້ນ ໃນເດືອນ ກຸມພາ ນີ້ ແລະ ທາງບໍຣິສັທ ກໍຢູ່ໃນຣະຫວ່າງ ເກັບກຳຂໍ້ມູລ ຕ່າງໆ ຂອງປະຊາຊົນ ທີ່ຈະໄດ້ ຮັບຜົລກະທົບ ຈາກໂຄງກາຣ ດັ່ງກ່າວ ດັ່ງເຈົ້າໜ້າທີ່ ແຜນກພລັງງານ ແລະ ບໍ່ແຮ່ ປະຈຳ ແຂວງໄດ້ ກ່າວວ່າ:

“ເຂົາເຈົ້າເຊັນ CA ແລ້ວ ສັນຍາກໍ່ສ້າງ ແຕ່ວ່າ ເຈຣະຈາ ຂາຍໄຟນີ້ ເຂົາເຈົ້າ ກໍເຈຣະຈາ ຄັ້ງໜຶ່ງແລ້ວ ມັນມີກາຣ ເໜັງຕິງ ໃນກາຣ ກໍ່ສ້າງເນາະ ແລ້ວເຂົາເຈົ້າ ຍັງເຈຣະຈາ ກັນຕື່ມຢູ່ບໍ? ເຂົາຕົກລົງ ຊື້ແລ້ວ ແຕ່ວ່າເຂົາ ເຈຣະຈາ ເຣື່ອງຣາຄາກັນ”.

ທ່ານໄດ້ແຈ້ງ ເພີ່ມວ່າ ກາຣເຊັນສັນຍາ ກໍ່ສ້າງ ມີຂຶ້ນແຕ່ ເດືອນພຶສຈິກາ 2009 ຜ່ານມາ ແລະມີກາຣ ລົງນາມ ໃນບັນທຶກ ຄວາມເຂົ້າໃຈ ຫລື MOU ກາຣຮັບຊື້ ໄຟຟ້າຈຳນວນ 1400 ເມກະວັຕ. ແຕ່ວ່າກາຣ ກະຕຣຽມ ເຊັນສັນຍາ ຊື້ຂາຍ ຣະຫວ່າງກັນ ໃນເດືອນກຸມພາ ນີ້ນັ້ນ ອາຈມີກາຣ ເຈຣະຈາ ປັບຣາຄາໃໝ່ ກໍເປັນໄດ້ ຍ້ອນທາງ ບໍຣິສັທ ປະສົບກັບ ບັນຫາ ວິກິຕ ເສຖກິຈໂລກ. ພ້ອມດຽວກັນ ທາງບໍຣິສັທ ກໍຄາດວ່າ ຈະຂາຍ ໄຟຟ້າຈຳນວນ 100 ເມກະວັຕ ໃຫ້ກັບ ກາຣໄຟຟ້າລາວ ແລະອີກ 75 ເມກະວັຕ ເພື່ອນຳໃຊ້ ໃນໂຄງກາຣ.

ຢ່າງໃດກໍຕາມ ຕາມແຜນຂອງ ກາຣດຳເນີນ ວຽກງານນັ້ນ ທາງໂຄງກາຣ ໄຟຟ້າລິກໄນຕ໌ ຈະສາມາດ ເຣີ່ມກາຣກໍ່ສ້າງ ໃນທ້າຍປີ 2010 ແລະຈະໃຫ້ແລ້ວ ສຳເຣັຈພາຍໃນປີ 2015 ໂດຽເປັນກາຣ ລົງທຶນຮ່ວມກັນ ຣະຫວ່າງ ບໍຣິສັທ ບ້ານປູຈຳກັດ (ມະຫາຊົນ) ກັບບໍຣິສັທ ຣາຊບຸຣີ ຂອງໄທຽ ຝ່າຍລະ 40% ແລະອີກ 20% ເປັນຂອງ ຣັຖວິສາຫະກິຈ ຖືຫຸ້ນ ສປປລ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.