ຖາງປ່າເຮັດໄຮ່ ລັກຕັດໄມ້ຂາຍ ມີຢູ່ຕລອດໃນລາວ

ກາຣຖາກຖາງ ປ່າເຮັດໄຮ່ ຂອງປະຊາຊົນ ແລະ ກາຣລັກລອບ ຕັດໄມ້ ເປັນກາຣທໍາລາຍ ຊັພຍາກອນ ທັມມະຊາຕ ຢ່າງຫລວງຫລາຍ ຢູ່ ສປປລາວ ໃນແຕ່ລະປີ.
ຫວາດ ສີມູນ
2010.09.02

ປ່າໄມ້ ຊຶ່ງເປັນ ຊັພຍາກອນ ທັມມະຊາຕ ທີ່ສຳຄັນ ໃນເມືອງລາວ ແຕ່ໄດ້ຮັບ ຄວາມເສັຽຫາຍ ຫລາຍທີ່ສຸດ ຕລອດຣະຍະ ຜ່ານມາ ບໍ່ແມ່ນແຕ່ເປັນ ຜົນກະທົບຈາກ ກາຣເຮັດໄຮ່ ຂອງປະຊາຊົນ ຕາມເຂຕ ຊົນນະບົທ ເທົ່ານັ້ນ ແຕ່ຫາກກວມ ໄປເຖິງກາຣ ລັກລອບຕັດໄມ້ ຂອງກຸ່ມຄົນ ຜູ້ບໍ່ຫວັງດີ ແລະໂຄງກາຣ ພັທນາຕ່າງໆ ທີ່ທາງຣັຖບາລລາວ ໃຫ້ສັມປະທານ ແກ່ພວກນາຍທຶນ ນັ້ນນຳດ້ວຍ ດັ່ງນັກວິຊາກາຣ ຈາກອົງກາຣ ສິ່ງແວດລ້ອມ ທີ່ນະຄອນ ຫລວງວຽງຈັນ ທ່ານໜຶ່ງ ໄດ້ກ່າວວ່າ:

“ເປັນຫ່ວງ ຫລືວ່າເສັຽຫາຍ ຫລາຍທີ່ສຸດ ມັນກໍມີ ຫລາຍດ້ານ ເປັນຕົ້ນວ່າເຣື່ອງ ສະພາບປ່າໄມ້ ປ່າໄມ້ກໍມີ ບັນຫາຢູ່ ໂດຽສະເພາະເຣື່ອງ ກາຣຖາງປ່າເຮັດໄຮ່ ສູງ ໃນຣະຍະ ຜ່ານມາ ຕົວນີ້ກໍເປັນ ປະເດັນ ໃນຣະຍະຫລາຍປີ ຜ່ານມາ”.

ພ້ອມດຽວກັນນີ້ ທ່ານກໍວ່າ ພື້ນທີ່ໆ ຖືກບຸກຣຸກ ສ່ວນໃຫຍ່ຈະເກີດ ຈາກກາຣເຮັດໄຮ່ ໂດຽມີກາຣ ຕັດໄມ້ ແລະຈູດເຜົາປ່າ ທັງໝົດ ແລະເວລາຝົນຕົກ ກໍຈະມີນ້ຳໄຫລ ເຊາະເອົາຝຸ່ນ ທີ່ອຸດົມສົມບູນ ລົງສູ່ທີ່ຮາບພຽງ ແລະແມ່ນ້ຳ ລຳທານ ພ້ອມກັບເປັນກາຣ ທຳລາຍ ຄວາມສົມດູນ ທາງນິເວສວິທຍາ ນຳດ້ວຍ ເຊັ່ນດຽວກັບ ໂຄງກາຣພັທນາ ຕ່າງໆຢູ່ ສປປລາວ ປັຈຈຸບັນ ກໍມີ ສ່ວນເຮັດໃຫ້ ຊັພຍາກອນ ທັມມະຊາຕ ຫລຸດນ້ອຍລົງ ເຊັ່ນກັນ:

“ບັນຫາອື່ນນີ້ ຄົງຈະເປັນບັນຫາ ເຣື່ອງກາຣພັທນາ ກໍມີ (ໂດຽສະເພາະ) ເຣື່ອງກາຣພັທນາ ໄຟຟ້ານ້ຳຕົກ ມັນກໍມີສ່ວນ ກ່ຽວຂ້ອງ ສິ່ງແວດລ້ອມ”.

ເຈົ້າໜ້າທີ່ລາວ ທ່ານນີ້ ໄດ້ກ່າວ ເນັ້ນເພີ່ມວ່າ ກາຣຖາງປ່າ ເພື່ອກາຣເຮັດໄຮ່ ຂອງປະຊາຊົນ ນັ້ນ ອາຈເກີດຈາກ ຄວາມຍາກຈົນ ຫລືຄວາມຮູ້ເທົ່າ ບໍ່ເຖິງກາຣ ຂອງປະຊາຊົນ ແລະຄວາມຕ້ອງກາຣ ເນື້ອທີ່ດິນ ເພື່ອກາຣປູກພືຊ ກາຣກະເສຕຕ່າງໆ, ແລະໃນຂນະທີ່ ກາຣທຳລາຍ ປ່າໄມ້ທີ່ມີ ອັຕຣາສູງນັ້ນ ກາຣສົ່ງເສີມດ້ານ ກາຣປູກປ່າ ທົດແທນຊ້ຳພັດ ບໍ່ໄດ້ຕາມ ສັດສ່ວນ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.