ວຽດນາມຈະຂຸດ ເເຮ່ທ່ານຫີນ
2010.06.02
ແຂວງຫົວພັນ ໄດ້ຕົກລົງເຊັນ ສັນຍາ ອະນຸຍາດ ໃຫ້ບໍຣິສັດ ວຽດນາມ ເຂົ້າມາຕັ້ງ ໂຄງການຂຸດຄົ້ນ ແຮ່ຖ່ານຫີນ ANTHRACITE ຢູ່ເມືອງຊຳເຫນືອ ເປັນໂຄງການ ຕົວຢ່າງໃນການ ຄົ້ນຄວ້າແຮ່ທາດ ຖ່ານຫີນ ໃນແຂວງດັ່ງກ່າວ ກ່ອນຈະອະນຸຍາດ ໃຫ້ບໍຣິສັດອື່ນ ເຂົ້າມາສຳຣວດ ເພີ້ມເຕີ່ມ ໃນເຂດອື່ນໆ ຄາດວ່າ ມີແຮ່ຖ່ານຫີນ ເປັນຈຳນວນຫລວງຫລາຍ ໃນແຂວງຫົວພັນ. ດັ່ງເຈົ້າຫນ້າທີ່ ຜແນກພລັງງານ ແລະບໍ່ແຮ່ ທີ່ແຂວງຫົວພັນ ທ່ານນຶ່ງເວົ້າວ່າ:
"ທາງແຂວງເຮັດເປັນ ແບບອຸດສາຫະກັມ ຂນາດນ້ອຍປະມານ ສີ່ຫ້າສິບເຮັກຕາ ໃຫ້ວຽດນາມເນາະ ເປັນຂັ້ນແຂວງ ອະນຸຍາດ ແຕ່ວ່າ ສາຍແຮ່ ອັນຕຣາໄຊນັ້ນ ມັນມີຍາວຫລາຍ ມັນມີຫລາຍແຕ່ ໃນປັດຈຸບັນ ຍັງບໍ່ມີບໍຣິສັດ ໃດມີສືກສາຕໍ່".
ທ່ານກ່າວຕໍ່ໄປວ່າ ໃນວັນທີ 24 ພືສພາ ແຂວງຫົວພັນ ໄດ້ລົງນາມກັບ ບໍຣິສັດ ຫຸ້ນສ່ວນວຽດນາມ 667 ຈາກແຂວງເຊິນລາ ໃຫ້ເຂົ້າມາສຳຣວດ ແລະຂຸດຄົ້ນ ແຮ່ຖ່ານຫີນ ເປັນບໍຣິສັດ ທຳອິດ ໃນເຂດບ້ານດອນ ບ້ານຣາມເຫນືອ ເມືອງຊຳເຫນືອ ທີ່ມີມູນຄ່າ ການລົງທຶນ ປະມານ 2 ແສນໂດລາ ສະຫະຣັຖ.
ໂຄງການດັ່ງກ່າວ ເປັນການລົງທຶນ ຂນາດນ້ອຍ ທີ່ບໍ່ໃຊ້ເທກໂນໂລຈີສູງ ໃນການສຳຣວດ ເພື່ອຢາກຮູ້ວ່າ ຈະມີປາຣິມານ ຖ່ານຫີນຫລາຍ ປານໃດ ໃນແຂວງດັ່ງກ່າວ ໃນເຂດ ເມືອງຊຳເຫນືອ ແລະຈະມີຄ່າທາງ ດ້ານເສຖກິດຫລາຍ ປານໃດ. ຖ້າຫາກໂຄງການ ດັ່ງກ່າວ ປະສົບຜົລສຳເຣັດ ທາງການແຂວງຄາດວ່າ ຈະດຶງດູດ ນັກລົງທຶນລາຍອື່ນ ເຂົ້າມາລົງທຶນ ຂຸດຄົ້ນແຮ່ທາດ ໃນແຂວງຫົວພັນ ຫລາຍຂຶ້ນ.
ປັດຈຸບັນທີ່ ແຂວງຫົວພັນ ມີໂຄງການຂຸດຄົ້ນ ແຮ່ທາດຢູ່ 2 ໂຄງການ ດັ່ງ ໂຄງການຂຸດຄົ້ນແຮ່ ເຫລັກແລະແຮ່ກາລີນາ ຮ່ວມດ້ວຍໂຄງການ ສຳຣວດ ທາດທອງແດງ ແລະກົ່ວທີ່ກຳລັງ ສຳຣວດ ຢູ່ໃນເວລານີ້.









