ປະຊາຊົນ ເປັນຫ່ວງ ກັບການຂຸດຄົ້ນ ແຮ່ທາດ

ປະຊາຊົນລາວ ສະແດງຄວາມເປັນຫ່ວງ ນໍາການອະນຸຍາດ ໃຫ້ບໍຣິສັດ ຕ່າງປະເທດ ຂຸດຄົ້ນ ບໍ່ແຮ່ ຫລາຍເກີນໄປ.

ການອະນຸຍາດ​ ໃຫ້ນັກ​ລົງທຶນ​ ຈາກ​ຕ່າງປະ​ເທດ ​ແລະ ​ພາຍ​ໃນ ​ຂຸດ​ຄົ້ນ ​ຊັພຍາກ​ອນ ທັມ​ຊາດ ​ເປັນ​ແຮ່​ທາດ ​ຕ່າງໆ ​ໃນ​ລາວ ຫລາຍ​ເກີນ​ໄປ ​ແລະ ຍັງ​ຈະ​ສືບ​ຕໍ່ ​ເພີ່ມ​ຂຶ້ນ​ ໄປ​ເລື້ອຍ ຖ້າ​ບໍ່​ມີ ​ການ​ຍັບ​ຍັ້ງ ຢ່າງ​ຈິງ​ຈັງ​ ຈາກ​ມວນ​ຊົນ, ຕາມ​ຄໍາ​ເວົ້າ ​ຂອງ ນັກວິຊາການ​ລາວ ​ທ່ານ​ນຶ່ງ ທີ່​ບໍ່​ສົງ​ອອກ​ນາມ.

ທ່ານ​ເວົ້າ​ວ່າ ບໍ່​ຊາບ​ວ່າ ມີ​ການ​ຄົ້ນ​ຄ້ວາ ລະ​ອຽດ ​ແນວ​ໃດບໍ່​ ກ່ຽວກັບ​ບັນຫາ​ນີ້ ​ເພາະ​ໃນ​ລະຍະ ​ທີ່​ຜ່ານ​ມາ ມີ​ຫລາຍ ​ກິຈການ​ ຂຸດ​ຄົ້ນ​ບໍ່​ແຮ່ ​ເຮັດ​ໃຫ້ ​ປະ​ເທດ​ລາວ ​ເສັຽຜົນ​ປະ​ໂຫຍ​ດ ​ໂດຍ​ໄດ້​ຮັບ​ ສ່ວນ​ແບ່ງ ຕໍ່າ​ກວ່າ 40​ ເປີ​ເຊັນ ​ຂອງ​ຜົນ​ກໍາ​ໄຣ, ມີ 18 ກິ​ຈການ ທີ່​ບໍ່​ສ້າງ​ຜົນ​ປະ​ໂຫຍ​ດ ຫຍັງ​ເລີຍ ​ແລະ​ ອີກ 71 ກິ​ຈການ ກໍ​ມີ​ທ່າ​ອ່ຽງ ຄ້າຍຄື​ກັນ​ນີ້.

ທາງ​ກະຊວງ ​ແຜນການ​ ແລະ ການ​ລົງທຶນ​ ພ້ອມ​ດ້ວຍ ​ກະຊວງພະລັງງານ ​ແລະ ​ບໍ່​ແຮ່ ບໍ່​ຍອມຮັບ​ວ່າ​ເປັນຄວາມ​ຜິດ​ ຂອງ​ຕົນ ຝ່າຍ​ດຽວ​ ໂດຍ​ອ້າງ​ວ່າ ກ່ອນ​ການ​ອະນຸຍາດ ​ລົງທຶນ ​ໄດ້ຮ່ວມ​ກັນ ​ພິຈາຣະນາ​ແລ້ວ ກັບອໍານາດ​ ການ​ປົກຄອງ ​ແລະ ຂະ​ແໜງການ ​ຕ່າງໆ ທີ່​ກ່ຽວຂ້ອງ.

ການ​ສົ່ງ​ອອກ ​ແຮ່​ທາດ ສ້າງຣາຍຮັບ ​ອັນ​ດັບ​ນຶ່ງ ​ແກ່​ລາວ ​ໃນ​ປັດຈຸບັນ ທົດ​ແທນ ຣາຍຮັບ ​ຈາກ​ການ​ສົ່ງ​ ​ໄມ້​ອອກ ທີ່​ຄອງ​ ອັນ​ດັບ​ນຶ່ງ ​ໃນ​ລະຍະ ​ທີ່​ຜ່ານ​ມາ. ​ແລະ ​ທີ່​ສໍາຄັນ ຕ້ອງ​ສ​ເນີ ​ໃຫ້​ທາງຣັຖບານ ຄົ້ນ​ຄ້ວາ​ເຖິງ​ຜົນໄດ້ຜົນ​ເສັຽ ຢ່າງ​ລະອຽດ ຖີ່​ຖ້ວນ ກ່ອນ​ຈະ​ອະນຸຍາດ ​ໃຫ້​ຂຸດ​ຄົ້ນ. ຖ້າ​ບໍ່​ຈໍາ​ເປັນ ຕ້ອງ​ຮັກສາ​ໄວ້​ເປັນ​ມູນ​ມໍຣະດົກ ​ແກ່​ຄົນ​ຮຸ່ນ​ຫລັງ ​ຊຶ່ງ​ຢູ່​ໃນ​ຍຸກ ທີ່​ປະ​ເທດ​ລາວ ​ອາດ​ມີ​ຄວາມ​ສາມາດ ​ແລະ​ ເຂັ້ມ​ແຂງ​ພໍ ທີ່​ຈະ​ຂຸດ​ຄົ້ນ-ນໍາ​​ໃຊ້ ດ້ວຍ​ຕົນ​ເອງ ຢ່າງ​ມີ​ປະສິດທິພາບ ​ທີ່​ສຸດ.

ມາ​​ເຖິງ​ປັຈຸ​ບັນ​ນີ້ ຣັຖບານ​ລາວ ​ໄດ້​ອະນຸຍາດ​ ໃຫ້​ນັກ​ລົງທຶນ ຂຸດ​ຄົ້ນ​ ບໍ່​ແຮ່​ທັງໝົດ 116 ບໍຣິສັດ ຮວມມີ 196 ກິດຈະການ -​ເພີ່​ມຂຶ້ນ ​ຈາກ​ເດືອນຜ່ານ​ມາ 4 ກິ​ຈການ. ໃນ​ນັ້ນ ​ເປັນ​ການ​ລົງທຶນ​ ຂອງ​ຕ່າງປະ​ເທດ 74 ບໍຣິສັດ -​ເພີ່ມ​ຂຶ້ນ 3 ບໍຣິສັດ -ມີ110ກິດຈະການ -​ເພີ່ມ​ຂຶ້ນ 5 ກິ​ຈການ. ສ່ວນ​ເຫລືອ​ນັ້ນ ​ເປັນ​ການ​ລົງທຶນ ຂອງ​ນັກ​ລົງທຶນ​ ພາຍ​ໃນ ຊຶ່ງ​ສ່ວນ​ໃຫຍ່ ​ເປັນ​ອຸດສະຫະ​ກໍາ ​ຂນາດ​ນ້ອຍ. ​ໃນ​ຈໍານວນ​ ການ​ລົງທຶນ​ ທັງໝົດ ມີ​ພຽງ 34 ບໍຣິສັດ​ ເທົ່າ​ນັ້ນ ທີ່​​ໄດ້ ເຂົ້າ​ສູ່​ ການ​ຂຸດ​ຄົ້ນ ​ໃນ​ພາກ​ຕົວ​ຈິງ​ແລ້ວ.