ທີ່ເມືອງສັງທອງ ທີ່ດິນລຽບຕາມຖນົນ ຖືກຈັບຈອງ ໂດຍ ຜູ້ມີອຳນາຈ
ປະຊາຊົນ ຊາວເມືອງສັງທອງ ນະຄອນຫລວງວຽງຈັນ ຈົ່ມທຸກຂ໌ວ່າ ທີ່ດິນລຽບຕາມ ສອງຝາກທາງ ຖືກຈັບຈອງໂດຽ ເຈົ້າໜ້າທີ່ ຜູ້ມີອຳນາຈ ແຕ່ບໍ່ມີກາຣ ພັທນາໃດໆ.
-
ຫວາດ ສີມູນ
2009-09-14 -
-
-
Your browser doesn’t support HTML5 audio
ແຫລ່ງຂ່າວທ້ອງຖີ່ນ ແຈ້ງວ່າ ປະຊາຊົນຊາວ ທີ່ເມືອງສັງທອງ ນະຄອນຫລວງວຽງຈັນ, ໂດຽສະເພາະໃນ ເຂຕບ້ານເຕົາໄຫ ເກີດຄວາມບໍ່ພໍໃຈ ນຳທາງເຈົ້າໜ້າທີ່ ຜູ້ມີສິທອຳນາຈ ກາຣປົກຄອງທ້ອງຖີ່ນ ໃນທຸກຂັ້ນ, ທີ່ໄດ້ພາກັນຍຶດ ຫລືຈັບຈອງເອົ່າ ດິນດອນຕອນຫຍ້າ ຂອງປະຊາຊົນ ທີ່ພາກັນປົກປັກ ຮັກສາແລະຫວງແຫນ, ເປັນເວລາດົນນານ ມາແລ້ວນັ້ນ.
ກາຣຈັບຈອງທີ່ດິນ ຂອງຜູ້ມີສິທ ທັ້ງມີເງີນຄຳ ດັ່ງກ່າວຊ້ຳພັດ ບໍ່ມີກາຣ ພັທນາໃດໆ ຄົງອາຈຣໍຖ້າ ໃຫ້ໄດ້ໂອກາສ ເພື່ອຂາຍໃຫ້ນາຍທຶນ ແລ້ວ ແບ່ງປັນຜົລສ່ວນໄດ້ ນຳກັນ ແລະສ່ວນຜູ້ເປັນ ນາຍທຶນກໍຈະນຳ ໄປຂາຍຕໍ່ເອົາ ກຳໄຣຕື່ມອີກຕໍ່ໆໄປ.
ກ່ຽວກັບບັນຫານີ້ ຊາວບ້ານເຕົາໄຫ ຜູ້ໜື່ງອາຍຸ60ປີ ທີ່ມີຊື່ສົມມຸດວ່າ “ລຸງຮຽງ” ໄດ້ເປີດເຜີຽວ່າ ຣະຫວ່າງ3-4ປີມານີ້ ມີເຈົ້າໜ້າທີ່ ເຂົ້າມາຈັບຈອງ ເອົາທີ່ດີນຕາມ ສອງແຄມທາງແຕ່ ເຂຕບ້ານເຕົາໄຫ ເຂົ້າໄປຮອດເຂຕ ນະຄອນຫລວງວຽງຈັນ ແຕ່ບໍ່ປາກົດ ເຫັນມີກາຣປູກຝັງ ຫລືພັທນາໃດໆ. ນອກຈາກທີ່ວ່າ ເຫັນມີກາຣຕັດ ເອົາໄມ້ຕ່າງໆ ທີ່ມີຄ່າອອກໄປຂາຍ, ໂດຽອ້າງວ່າແມ່ນ ໄມ້ໃນຮົ້ວສວນປາຍນາ ຂອງຕົນເທົ່ານັ້ນ. ໂດຽບໍ່ມີກາຣ ຄຳນືງເຖີງ ຫ້ວຍນ້ຳວັງປາ ແລະເຂຕປ່າສງວນ ຕ່າງໆເລີຽ, ນອກຈາກມີແຕ່ ຢາກໄດ້ເປັນຜົລ ປະໂຍຊສ່ວນຕົວ ເທົ່ານັ້ນ.
ໃນຂນະດຽວກັນນີ້ ຊາວບ້ານຄົນອື່ນໆ ກໍພາກັນຈົ່ມວ່າ, ບັນຫາກາຣຈັບຈອງ ຫລືຍຶດເອົາທີ່ດິນ ເປັນຂອງສ່ວນຕົວ ຂອງຜູ້ມີອໍານາຈ ດັ່ງກ່າວບໍ່ມີ ແຕ່ໃນເຂຕບ້ານ ເຕົາໄຫ ເມືອງສັງທອງ ນະຄອນຫລວງວຽງຈັນ ເທົ່ານັ້ນ ແຕ່ກໍຫາກມີ ກາຣຍຶດຈັບຈອງ ເອົາທີ່ດິນຂອງ ປະຊາຊົນຫລື ຕາມເຂຕປ່າສງວນ ແຫ່ງຊາຕ ໃນຫລາຍໆແຂວງ ທົ່ວປະເທສລາວ ນັ້ນດ້ວຍ.