ບໍຣິສັດ MMG ຈະລົງທຶນຂຍາຍ ບໍ່ທອງແດງເຊໂປນ

ບໍຣິສັດຂຸດຄົ້ນ ບໍ່ແຮ່ MMG ຫລື Minerals and Metals Group ຂອງ ອອສເຕຣເລັຍ ຊຶ່ງເປັນສາຂາ ຂອງບໍຣິສັດ China Minmetals ຈະເພີ້ມທຶນອີກ 60ລ້ານ4ແສນໂດລາ ເພື່ອເພີ້ມປະຣິມານ ການຜລິດທອງແດງ ຢູ່ເຊໂປນ ສປປລາວ ຊຶ່ງທາງບໍຣິສັດ MMG ໄດ້ອອກປະກາດ ໃນມື້ວັນທີ4 ພຶສຈິກາ 2009ນີ້.
ໂພໄຊສວັດ
2009.11.05

ບໍຣິສັດຂຸດຄົ້ນບໍ່ແຮ່ MMG ເປີດເຜີຍວ່າ ໂຄງການຂຍາຍເພີ້ມ ປະຣິມານການຜລິດ ຈະເຮັດໃຫ້ຜົນຜລິດ ເພີ້ມຈາກ65ພັນຕັນ ຕໍ່ປີ ເປັນ80ພັນ500ຕັນ ຊຶ່ງໂຄງການຂຍາຍ ຈະເລີ້ມໃນທັນທີ ແລະ ຄາດວ່າຈະແລ້ວ ໃນເດືອນກັນຍາ ປີ2010.

ທ່ານ Andrew Michelmore ປະທານຜູ້ບໍຣິຫານ ບໍຣິສັດ MMG ກ່າວວ່າ ທາງບໍຣິສັດ ຍັງປະກາດອີກວ່າ MMG ຍັງມີໂຄງການ ທີ່ຈະເພີ້ມ ປະຣິມານການຜລິດ ທອງແດງ ຈາກບໍ່ແຮ່ເຊໂປນ ໃຫ້ໄດ້83ພັນຕັນ ຕໍ່ປີ ໃນອະນາຄົດ.

ເຈົ້າຂອງເກົ່າ OZ Minerals ໄດ້ໃຊ້ງົບປະມານ 103ລ້ານໂດລາ ໃນໂຄງການຂຍາຍເພີ້ມ ປະຣິມານການຜລິດ ແຕ່ໄດ້ເລີກລົ້ມໂຄງການ ໃນທ້າຍປີ2008.
ບໍ່ທອງແດງເຊໂປນ ເລີ້ມຜລິດທອງແດງ ມາແຕ່ຕົ້ນປີ2005 ແລະເລີ້ມຜລິດແຮ່ທາດຄຳ ມາແຕ່ເດືອນທັນວາ ປີ2002.

ບໍຣິສັດ China Minmetals ໄດ້ຊື້ບໍ່ແຮ່ເຊໂປນ ໃນສປປລາວ ຈາກ OZ Minerals ຮວມທັງໂຄງການ ຂຸດຄົ້ນແຮ່ທາດ ຫລາຍແຫ່ງໃນ ອອສເຕຮເລັຍ ແລະ ຄານາດາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.