ສູນຊອກຄົ້ນວິໄຈແຮ່ທາດ
2010.08.13
ການເປີດສູນ ຊອກຄົ້ນ ແລະ ວິໄຈແຮ່ທາດ ຍັງບໍ່ມີກໍານົດ ວ່າເມື່ອໃດ ຈະເປີດໃຊ້ ເຮັດໃຫ້ ການສນອງຂໍ້ມູນ ເຣື້ອງແຮ່ທາດ ແບບທັນສະໄໝ ແກ່ຜູ້ສົນໃຈ ມາລົງທືນ ລ້າຊ້າໄປຕື່ມ ຍ້ອນວ່າ ການກໍ່ສ້າງອາຄານ ເພື່ອໃຊ້ ເປັນສໍານັກງານ ຄົ້ນຄວ້າ ບໍ່ທັນສໍາເຣັດ ຢ່າງສົມບູນ. ເຈົ້າໜ້າທີ່ຈາກ ກະຊວງພະລັງງານ ແລະບໍ່ແຮ່ ກ່າວຢືນຢັນວ່າ:
"ໝາຍຄວາມວ່າ ຍັງບໍ່ໄດ້ເອົາ ອຸປກອນຫຍັງເຂົ້າ ຍັງບໍ່ທັນໄດ້ ຍ້າຍໄປ ຢູ່ພຸ້ນເນາະ ຍັງບໍ່ທັນຮູ້ ວ່າມື້ໄດ ຈະຍ້າຍໄປ ປະຕິບັດວຽກ ງານຢູ່ພຸ້ນ ຍັງໆເທື່ອເດີ".
ສູນບໍຣິການ ຊອກຄົ້ນ ສໍາຣວດແລະ ວິໄຈແຮ່ທາດ ຕັ້ງຢູ່ບ້ານ ທາດຂາວ ໄດ້ເລີ້ມສ້າງຂື້ນ ຕັ້ງແຕ່ເດືອນ ຕຸລາ ປີ 2009 ໂດຍມີກໍານົດ ວ່າຈະໃຫ້ແລ້ວ ໃນເດືອນ ພືສພາ ປີ 2010. ປັດຈຸບັນ ອາຄານນີ້ ຍັງຢູ່ໃນ ສະພາບຕົກແຕ່ງ ເພື່ອໃຫ້ແລ້ວຢ່າງ ສົມບູນ ກ່ອນຈະຍ້າຍ ຫ້ອງການແລະ ອຸປກອນຕ່າງໆ ເຂົ້າໄປ.
ສູນດັ່ງກ່າວ ຄາດວ່າ ຈະເປັນສູນ ທີ່ທັນສະໄໝ ກ່ຽວກັບການ ໃຫ້ຂໍ້ມູນ ເພື່ອຊອກຄົ້ນ ແລະສໍາຣວດ ແຮ່ທາດຕ່າງໆ ທີ່ມີຢູ່ໃນທົ່ວ ປະເທດ ທັງເຮັດການ ວິໄຈແຮ່ທາດ ອີກດ້ວຍ.
ຂໍ້ມູນຈາກ ວຽງຈັນ ວ່າ ສູນດັ່ງກ່າວ ຖືກສ້າງຂື້ນດ້ວຍ ການຮ່ວມມື ລະຫ່ວາງ ກົມທໍຣະນີສາດ ຂອງລາວ ກັບບໍຣິສັດ ສົມຫວງ ດາວຊິນເຫີ ເຫລັກກ້າ ແລະພັທນາ ບໍ່ແຮ່ ຈໍາກັດ ຈາກປະເທດຈີນ. ບໍຣິສັດ ດັ່ງກ່າວ ປະກອບທືນ ໃນການສ້າງອາຄານ ແລະປະກອບ ອຸປກອນຕ່າງໆ ໃຫ້ໃນວົງເງິນ 20 ລ້ານ ໂດລາ ສະຫະຣັຖ.
ປັດຈຸບັນນີ້ ຍັງແມ່ນ ກົມທໍຣະນີສາດ ເປັນຜູ້ສນອງ ຂໍ້ມູນຕ່າງໆ ໃຫ້ແກ່ ນັກລົງທືນ ທີ່ສົນໃຈສໍາຣວດ ແລະຂຸດຄົ້ນ ແຮ່ທາດຕ່າງໆ ໃນລາວ.









