ປ່າໄມ້ ຢູ່ລາວ ຍັງເຫລືອ ພຽງແຕ່ 35% ຂອງພື້ນທີ່

ທ່ານ ຄຳອ້ວນ ບຸຜາ ຣັຖມົນຕຣີ ປະຈຳ ສຳນັກງານ ນາຍົກ ຣັຖມົນຕຣີ ພ້ອມທັງເປັນຫົວໜ້າ ອົງການ ຄຸ້ມຄອງ ທີ່ດິນ ແຫ່ງຊາດລາວ ໄດ້ແຈ້ງ ຕໍ່ສື່ມວນຊົນ ວ່າ ໃນຣະຍະ ສາມສິບປີ ທີ່ຜ່ານມາ ສປປ ລາວຕັດໄມ້ ທຳຣາຍປ່າ ຢ່າງຫລວງຫລາຍ ເປັນເຫດໃຫ້ ປ່າໄມ້ ຫລຸດໜ້ອຍ ຖອຍລົງ ຢ່າງໜ້າວິຕົກ.

ເມື່ອ​ປີ 1988 ປ່າ​ໄມ້​ ໃນ​ລາວ​ຍັງເຫລືອ​ຢູ່ ​ປະມານ 47 ສ່ວນ​ຮ້ອຍ ​ແຕ່ ​ໃນ​ປີ 2008 ນີ້ ຍັງ​ເຫລືອ​ ພຽງ​ແຕ່ 35 ສ່ວນ​ຮ້ອຍ ​ເທົ່າ​ນັ້ນ. ທ່ານ ຄຳ​ອ້ວນ ບຸ​ຜາ ຊີ້​ແຈງ​ ອີກ​ວ່າ ​ເມື່ອ​ປີ 2000 ຣັຖບານ​ລາວ​ ມີ​ແຜນການ ​ຈະ​ປູກຕົ້ນ​ໄມ້ ​ຕື່ມ​ ​ໃຫ້​ປ່າ​ໄມ້ ​ຕຶບ​ໜ້າ​ຂື້ນ ​ເປັນ 70 ສ່ວນ​ຮ້ອຍ ​ຂອງ​ພື້ນ​ທີ່ ​ທົ່ວ​ປະ​ເທດ ​ແຕ່​ປະກົດ​ວ່າ ​ແຜນການ​ນັ້ນ ຫລົ້ມ​ແຫ​ລວ ບໍ່​ພຽງ​ແຕ່ ​ປະຕິບັດ​ບໍ່​ໄດ້​ ເທົ່າ​ນັ້ນ ປະ​ເທດ​ລາວ ​ຍັງ​ຕັດ​ຕົ້ນ​ໄມ້ ​ແລະ ​ທຳຣາຍປ່າ ​ຢ່າງ​ວ່ອງ​ໄວ ​ນຳ​ອີກ.

​ກ່ຽວ​ກັບ ​ບັນຫາ​ປະຣິມານ​ ປ່າ​ໄມ້​ ຢູ່​ລາວ ຫ້ອງການ ຣັຖບານ​ລາວ ​ເອງ ກໍ​ມີ​ ສະຖິຕິ​​ ແຕກ​ຕ່າງກັນ ​ເຊັ່ນ ​ອົງການ ​ທີ່​ດິນ​ ແຫ່ງ​ຊາດ​ລາວ ແຈ້ງວ່າ ປ່າ​ໄມ້ ​ຢູ່​ລາວ ​ຍັງ​ເຫລືອ​ ພຽງ​ແຕ່ 35 ສ່ວນ​ຮ້ອຍ ດັ່ງ​ທີ່​ໄດ້​ກ່າວ​ ມານັ້ນ ​ແຕ່​ກະຊວງ ​ກຳ​ສິກັມ​ ແລະ ​ປ່າ​ໄມ້ ພັດ​ເຊື່ອ​ວ່າ ປ່າ​ໄມ້​ ຢູ່​ລາວ ​ຍັງ​ເຫລືອ​ ຢູ່ 42 ສ່ວນ​ຮ້ອຍ.

ທ່ານ ຄຳ​ອ້ວນ ບຸ​ຜາ ອະທິບາຍ​ ວ່າ ການລັກລອບ​ ຕັດ​ຕົ້ນ​ໄມ້ ຢູ່​ລາວ ຍັງ​ມີ​ຫລາຍ​ ໃນ​ປັດຈຸ​ບັນ ສ່ວນ​ໃຫຍ່ ​ກໍ​ຍ້ອນການ ​ສົມຮູ້​ຮ່ວມ​ຄິດ ​ຂອງ​ເຈົ້າໜ້າທີ່ ​ຣັຖບານ​ເອງ; ​ເຈົ້າໜ້າ​ທີ່ ​ມັກ​ຮັບ ​ເງິນ​ສິນ​ບົນ ​ແລະ​ ຖືກ​ຊື້ ​ຈ້າງ​ຈອບ​ອອຍ​ ຈາກ​ນາຍທຶນ ​ແລະ ​ພວກ​ພໍ່ຄ້າ​ ແມ່​ຄ້າ​ໄມ້. ບັນຫາ​ນີ້ ​ແກ້​ໄຂ​ຍາກ ​ທີ່​ສຸດ ຜ່ານ​ມາ ຣັຖບານ ​ກໍ​ພຽງ​ແຕ່ ​ຮຽກ​ເອົາ ​ພະນັກງານ ​ມາ​ສຶກສາ ​ອົບຣົມ ​ເທົ່າ​ນັ້ນ ​ແຕ່ບໍ່​ເຄີຍ ​ລົງ​ໂທດ ​ຜູ້​ກະທຳ​ຜິດ​ແຕ່​ຢ່າງ​ໃດ​ເລີຍ.