ບໍຣິສັດ ລາວ-ຈີນ ຕຽມສ້າງໂຮງງານ ອາລູມີນຽມ

ບໍຣິສັດຜລິດ ອາລູມີນຽມ ລາວ-ຈີນ ຕຽມສ້າງໂຮງງານຂື້ນ ຢູ່ທີ່ເຂດເມືອງ ສະໜາມໄຊ ແຂວງອັຕປື.

ຜແນກແຜນການ ແລະການລົງທຶນ ແຂວງອັຕປື ເປີດເຜີຽວ່າ ໃນຂນະນີ້ ການສໍາຣວດ ຄວາມເປັນໄປໄດ້ ໃນການຂຸດແຮ່ທາດ ບ໊ອກຊ໊າຍ ຢູ່ໃນເຂດເມືອງ ປາກຊ່ອງ ແຂວງຈໍາປາສັກ ຂອງບໍຣິສັດ ອາລູມີນຽມ ຊາຍໂນ-ລາວ ກໍາລັງຕຽມສ້າງ ໂຮງງານຜລິດ ອາລູມີນຽມ ຢູ່ເຂດ ເມືອງສະໜາມໄຊ ແຂວງອັຕປື. ສ່ວນວ່າຈະມີ       ການໂຍກຍ້າຍ ປະຊາຊົນອອກ ຈາກເຂດ ຕັ້ງໂຮງງານນັ້ນ ທ່ານວ່າຍັງບໍ່ເປັນ ທີ່ແຈ່ມແຈ້ງເທື່ອ:

"ຢູ່ເມືອງສະໜາມໄຊ ນີ້ເຂົາຈະຕັ້ງ ໂຮງງານ ຜລິດບ໊ອກຊ໊າຍ ນີ້ອອກມາເປັນ ອາລູມີນຽມ. ໄດ້ສັມປະທານ ແລ້ວ ເຊັນສັນຍາ ກັບຣັຖບານ ແລ້ວ ກໍກໍາລັງເລີ້ມ ກໍ່ສ້າງສຖານທີ່."

ທ່ານວ່າ ໂຮງງານຜລິດ ອາລູມີນຽມ ນີ້ຈະຕັ້ງຢູ່ໄກ້ ກັບສໍານັກງານ ເມືອງສະໜາມໄຊ ໃນພື້ນທີ່ປະມານ 20-30ເຮັກຕາ ໂດຍມີກໍາໜົດ ສັມປະທານ ເປັນເວລາ30ປີ ຕາມຂໍ້ຕົກລົງ ໃນສັນຍານັ້ນ ບໍຣິສັດ ອາລູມີນຽມ ຊາຍໂນ-ລາວ ຕ້ອງສ້າງທາງປູຢາງ ຖນົນເລກ18A ຊຶ່ງເປັນເສັ້ນທາງ ຈາກເມືອງສະໜາມໄຊ ໄປຫາ ເມືອງອຸທູມພອນ ທີ່ມີໄລຍະຍາວ 116km ແລະ ສ້າງຂົວຫລາຍແຫ່ງ. ໃນປັດຈຸບັນນີ້ ທ່ານວ່າ ກໍາລັງສໍາຣວດກັນຢູ່ ການກໍ່ສ້າງອາຈໃຊ້ ເວລາປະມານ ນຶ່ງປີ.

ສໍາລັບຜົນກະທົບ ຕໍ່ຊີວິດ ການເປັນຢູ່ຂອງ ປະຊາຊົນ ແລະຕໍ່ ສະພາບແວດລ້ອມນັ້ນ ທ່ານວ່າຍັງບໍ່ມີ ລາຍລະອຽດທີ່ ແຈ່ມແຈ້ງເທື່ອ ຮູ້ແຕ່ວ່າບໍຣິສັດ ຈະເປັນຜູ້ຈ່າຍ ຄ່າຊົດເຊີຽ ຄວາມເສັຽຫາຍໃຫ້. ຄາດວ່າຈະມີ ຜົນກະທົບຈາກ ຂີ້ຝຸ່ນຂອງແຮ່ທາດ:

"ເຂົາບອກວ່າ ເຂົາມີລະບົບດູດ ເວລາເຂົາຜລິດ ເຂົາມີ ລະບົບດູດຝຸ່ນ ເພື່ອບໍ່ໃຫ້ປີວ ອອກໄປໄກ ເຮົາກໍບໍແນ່ໃຈວ່າ ຜົນກະທົບ ມັນສີ່ມີ ໃນລະດັບໃດ ແຕ່ແນ່ນອນມັນ ຈະມີຜົນກະທົບ ເນື່ອງມາຈາກ ຝຸ່ນລະອອງຕ່າງໆ ຂອງໂຮງງານ."

ໂຄງການຂຸດຄົ້ນ ແລະຜລິດອາລູມີນຽມ ຊາຍໂນ-ລາວ ທີ່ກ່າວມານີ້ ເປັນການລົງທຶນ ຫຸ້ນສ່ວນ ລະຫ່ວາງບໍຣິສັດ ອີຕາລຽນ-ໄທ ບໍຣິສັດ ສະຫະລາວ ບໍຣິການ ແລະ ກຸ່ມບໍຣິສັດ ລວຍໄຊ ອິນເຕີແນຊັນໂນ ອິນແວສມັນ ຂອງຈີນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org