ການຈູດປ່າ ເຮັດໄຮ່ ທີ່ແຂວງ ຊຽງຂວາງ ເປັນອັນຕຣາຍ ຕໍ່ຊີວີດ ຂອງສັດ ແລະສີ່ງ ແວດລ້ອມ

ການຈູດປ່າເຮັດໄຮ່ ຂອງຊາວເຜົ່າ ທີ່ແຂວງຊຽງຂວາງ ເປັນອັນຕຣາຍຕໍ່ຊີວີດ ແລະການຢູ່ກີນ ຂອງສັດສາວາສີ່ງແລະສພາບແວດລ້ອມ ໃນແຂວງດັ່ງກ່າວ ຢ່າງໃຫຍ່ຫລວງ.

ປັດຈຸບັນ ທີ່ແຂວງຊຽງຂວາງ ຍັງມີ ຊາວເຜົ່າຈຳນວນນື່ງ ຍັງທຳການຈູດປ່າ ເຮັດໄຮ່ ເພື່ອຫາລ້ຽງຊີບ ຂະເຈົ້າຢູ່ ຊື່ງການກະທຳ ດັ່ງກ່າວ ສົ່ງຜລົກະທົບຕໍ່ ສະພາບ ແວດລ້ອມຢ່າງ ໃຫຍ່ຫລວງ ແລະກໍ່ເປັນການ ທຳລາຍຊີວີດ ການເປັນຢູ່ຂອງ ສັດປ່ານຳອີກ ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນື່ງເວົ້າວ່າ---

ມີບາງຈຳພວກ ກໍ່ຫາຍໄປ ສັດຫາຍາກບາງເທື່ອ ກໍ່ຫາຍໄປຈາກ ແຂວງອື່ນຫລືຫາຍ ໄປເລີຍຫລືວ່າ ຖືກລ້າເນືອ້ໄປກໍ່ມີ ພວກກະທີງ ກໍ່ບໍ່ມີຫລາຍ ແລ້ວດຽວນີ້ມັນ ຍ້າຍໄປຢູ່ບ່ອນອື່ນ ຕົວຊ້າງກໍ່ບໍ່ມີ.

ທ່ານວ່າ ການຈູດປ່າເຮັດໄຮ່ ນັ້ນເປັນການ ທຳລາຍແຫລ່ງ ຫາຢູ່ຫາກີນ ຂອງສັດປ່າ ປະເພດຕ່າງໆ ຮ່ວມດ້ວຍການ ທຳລາຍວົງຈອນ ຄວາມສົມດູນ ຂອງທັມມະຊາດ ແລະຣະບົບນີເວດ ທີ່ສັດແລະ ມະນຸດ ອາສັຍຢູ່ ສີ່ງເຫລົ່ານີ້ແມ່ນ ການທຳລາຍຊີວີດ ຂອງສັດປ່າ ໂດຍທາງອ້ອມ ດ້ວຍການໂຍກຍ້າຍ ໄປຫາຢູ່ຫາກີນ ໃນແຫລ່ງອື່ນ ຊື່ງເປັນແຫລ່ງດຽວ ກັນກັບມະນຸດ ທີ່ຈະພາໃຫ້ເກີດ ບັນຫາ ຄວາມຂັດແຍ່ງ ຣະຫວ່າງຄົນ ກັບສັດ ຈື່ງມີການ ປະທະກັນ ເກີດຂື້ນ. ທ່ານກ່າວກ່ຽວ ກັບການ ອະນຸລັກ ສັດປ່າວ່າ-------

ຕົວກະທີງ ກໍ່ຍັງ ຈຳນວນນື່ງທີ່ ກຳລັງປົກປອ້ງ ຮັກສາຢູ່ ຍັງສ່ຳໃດນັ້ນ ບໍ່ຮູ້ເທື່ອ ຮ່ວມມືກັບ ອຳນາດປົກຄອງ ທ້ອງຖີ່ນ ແລະຊາວບ້ານເພື່ອ ແກ້ໃຂບັນຫາ ມີບາງທ້ອງຖີ່ນ ກໍ່ແກ້ໄດ້ແລະ ບາງທອ້ງຖີ່ນ ກໍ່ຍັງມີ ບັນຫາຍຸ້ງຍາກ ສັບສົນຢູ່.

ໃນທີ່ສຸດ ທ່ານວ່າ ສັດປ່າຖືກທຳລາຍ ນອກຈາກ ການຈູດປ່າເຮັດ ໄຮ່ແລ້ວ ກໍ່ຍັງເກີດຈາກ ການທຳລາຍ ປ່າໄມ້ ຂອງກຸ່ມຄ້າໄມ້ຖ່ອນ. ການຂຸດຄົ້ນແຮ່ທາດ ການສ້າງເຂື່ອນແລະ ການພທັນາ ປະເພດຕ່າງໆ ໃນລາວ ຮ໋ວມໄປດ້ວຍ ການຂຍາຍຕົວຂອງ ປະຊາກອນລາວ ໃນເຂດຊົນນະບົດ ແລະການລັກລອບ ຄ້າສັດປ່າ ຂອງກຸ່ມ ອັນຕະພານ ຄ້າສັດປ່າ ຂ້າມຊາດ.



2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org