ລາວ ອາດປະສົບກັບ ການຂາດແຄນ ພື້ນທີ່ ດິນປູກຝັງ ແລະ ປ່າໄມ້

ສະຫະປະຊາຊາດ ເຕືອນ ປະເທດລາວ ວ່າ ປະຊາຊົນລາວ ອາດຈະຂາດເຂີນ ທີ່ດິນ ບ່ອນທຳມາຫາກິນ ແລະ ລາວຈະກາຍເປັນ ປະເທດ ທີ່ບໍ່ມີຕົ້ນໄມ້ ແລະ ປ່າໄມ້.

0:00 / 0:00

ໜັງສືພິມ The Manila Times ຂອງ​ຟີ​ລິບ​ປິ່ນ ຣາຍງານ ​ເມື່ອ​ວັນ​ຈັນ ວັນ​ທີ່ 5 ມົກກະຣາ ນີ້​ວ່າ ​ເຈົ້າໜ້າ​ທີ່ ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ສະ​ແດງ​ ຄວາມ​ເປັນ​ຫ່ວງ ​ຕໍ່​ສະພາບ​ແວດ​ລ້ອມ ໃນ​ຫຼາຍປະ​ເທດ​ ໃນ​​ເອ​ເຊັຍ​ຕາວັນ​ອອກ​ສ່ຽງ​ໃຕ້ ທີ່ຣັຖບານ ​ໃຫ້​ຕ່າງປະ​ເທດ​ ເຊົ່າ​ທີ່​ດິນ ​ເພື່ອ​ປູກ​ພຶດສິນຄ້າ ​ຫຼາຍ​ເກີນ​ໄປ. ​

ໃນ​​ປະ​ເທດ​ລາວ ສະຫະ ​ປະຊາ​ຊາດ ​ເຕືອນ​ວ່າ ສປປລາວ ​ເປັນ​ປະ​ເທດ​ນຶ່ງ ​ທີ່​ທຸກຍາກ ​ທີ່​ສຸດ​ ໃນ​ໂລກ ​ແລະ​​ ກໍ​ມີ​ການ​ສໍ້​ຣາສບັງ​ຫລວງ ​ຂອງ​ເຈົ້າໜ້າ​ທີ່ ​ຫລາຍ​ທີ່​ສຸດ ​ປະ​ເທດ​ນຶ່ງ​ ໃນ​ເອ​ເຊັຍ. ນັກ​ຊ່ຽວຊານ​ຕ່າງປະ​ເທດ ​ຄາດ​ຄະ​ເນ​ວ່າ ​ເມື່ອ​ບໍ່​ດົນ​ຜ່ານ​ມາ ຣັຖບານ​ລາວ​ ໄດ້​ອະນຸຍາດ​ ໃຫ້​ບໍຣິສັດ ​ຕ່າງປະ​ເທດ ​ເຊົ່າ​ທີ່​ດິນ​ ເພື່ອ​ປູກ​ຢາງພາຣາ​ ສາລີ​ ອ້ອຍ ​ແລະ ​ພຶດສິນຄ້າ ຊະນິດ​ອື່ນໆ ​ຫລາຍ​ແສນ​ເຮັກຕາຣ໌; ​ປັດຈຸບັນ ປະຊາຊົນ​ລາວ ​ໃນ​ຫລາຍໆ​ເຂດ ​ເລີ້ມ​ຂາດເຂີນ ​ບ່ອນຢູ່ ​ແລະ ​ບ່ອນ​ທຳ​ມາ​ຫາ​ກິນ ​ແລະ ຣັຖບານ​ລາວ ກໍ​ສຶກ​ໂຕ ​ໄດ້​ປະກາດ​ໂຈະ ​ການ​ໃຫ້ສັມປະທານ ​ທີ່ດິນ​ ແກ່​ບໍຣິສັດ ​ຕ່າງປະ​ເທດ​​ແລ້ວ ເມື່ອ​ບໍ່​ດົນ​ຜ່ານ​ມາ.

ອົງການ ​ອາຫານ ​ແລະ ​ກະສິກັມ ຊຶ່ງ​ເປັນ​ອົງການ​ນຶ່ງ ​ຂອງ​ສະຫະ​ປະຊາ​ຊາດ ​ໄດ້​ສະ​ແດງ ຄວາມ​ເປັນ​ຫ່ວງ ​ທີ່​ປະຊາຊົນ​ລາວ ​ໄດ້​ສູນ​ເສັຍ ​ທີ່​ດິນ​​ໃຫ້​ແກ່​ ຕ່າງປະ​ເທດ ​ຢ່າງ​ວ່ອງ​ໄວ; ຊາວ​ລາວ ​ຕ້ອງການ​ທີ່​ດິນ​ເພື່ອ​ທຳ​ມາ​ຫາ​ກິນ; ​ເດັກນ້ອຍ​ລາວ ​ຢູ່​ໃນ​ເຂດ​ຊົນນະບົດ ​ເຖິງ​ເຄິ່ງນຶ່ງ ຂາດ​ເຂີນ​ອາຫານ. ທ່ານ Serge Verniau ຜູ້ຕາງໜ້າ​ ອົງການ​ອາຫານ ​ແລະ ​ກະສິກັມ ​ປະຈຳ​ລາວ ​ກ່າວ​ວ່າ ບັນຫາ ​ທີ່​ຮ້າຍ​ແຮງ ​ອີກ​ຢ່າງ​ນຶ່ງ ທີ່​ປະຊາຊົນ​ລາວ​ ກຳລັງ​ປະ​ສົບຢູ່​ ໃນ​ປັດຈຸບັນ ​ແມ່ນ ບັນຫາ​ພື້ນ​ທີ່​ດິນ ​ຂາດ​ເຂີນ ​ຕົ້ນ​ໄມ້ ​ແລະ ປ່າ​ໄມ້. ຊາວ​ລາວ​​ເຖິງ 80 ສ່ວນ​ຮ້ອຍ ຍັງ​ທຳ​ມາ​ຫາ​ກິນ ​ແລະ ​ດຳ​ເນີນ​ຊີວິດ ​ໂດຍ​ອາ​ໃສ​ ປ່າ​ໄມ້​ ​ແຕ່​ປັດຈຸບັນ ປ່າ​ໄມ້ ​ແລະ​ ຕົ້ນ​ໄມ້ ຢູ່​ລາວ ​ໄດ້​ຖືກ​ທຳຣາຍ​ ເກືອບ​ໝົດ​ແລ້ວ ດິນ​ຟ້າ​ອາກາ​ດ ກໍ​ປ່ຽນ​ແປງ ພາ​ໃຫ້​ແຫ້ງ​ແລ້ງ ​ເກີນ​ໄປ ​ໃນ​ຍາມ​ແລ້ງ ​ແລະ ​ມີ​ລົມ​ພະຍຸ​ແຮງ ​ຝົນຕົກ​ໜັກ ​ເກີນ​ໄປ ໃນ​ຍາມ​ຝົນ.