ສັຕປ່າຢູ່ລາວ ຍັງຖືກລ່າໄປຂາຍ

ກາຣລັກລອບ ຄ້າສັຕປ່າຢູ່ ສປປລາວ ຍັງເປັນບັນຫາ ທີ່ແກ້ໄຂໄດ້ຍາກ ເພາະຊາວບ້ານ ເຊື່ອວ່າສັຕປ່າ ເປັນຢາປົວພຍາຕ ໄດ້ຫລາຍຢ່າງ.

0:00 / 0:00

ກາຣລັກລອບ ຄ້າສັຕປ່າຢູ່ ສປປລາວ ຍັງເປັນບັນຫາທີ່ແກ້ໄຂ ໄດ້ຍາກ ທັ້ງໆທີ່ທາງ ອົງກາຣອະນຸຮັກ ສັຕປ່າ ໄດ້ໃຫ້ກາຣຊ່ວຍເຫລືອ ຣັຖບາລ ໃນກາຣດຳເນີນ ກາຣປາບປາມ ແລະກຳຈັດກຸ່ມ ຜູ້ລັກລອບ ຄ້າຂາຍສັຕປ່າ ຕລອດມາ ແຕ່ຍັງປາກົດເຫັນ ເປັນບັນຫາຢູ່ ຄືເກົ່າ ດັ່ງເຈົ້າໜ້າທີ່ ຈາກອົງກາຣ ອະນຸຮັກສັຕປ່າ ໄດ້ກ່າວວ່າ:

“ເປັນຄວາມຈິງ ທີ່ກາຣລັກລອບ ຄ້າສັຕປ່າໃນລາວ ຍັງເປັນບັນຫາ ທີ່ສຳຄັນແລະ ແກ້ໄຂໄດ້ຍາກ ຊຶ່ງທາງຣັຖບາລ ລາວ ກໍວ່າມີກາຣກຳຈັດ ແລະຄວບຄຸມຢ່າງ ເຂັ້ມງວດ ແຕ່ກໍບໍ່ປາກົດ ຈະເຫັນມີຂໍ້ມູລ ຫລັກຖານໃດໆ ພໍທີ່ຈະແສດງ ໃຫ້ເຫັນວ່າກາຣ ລັກລອບຄ້າສັຕປ່າ ຫລຸດຫນ້ອຍລົງ ຫລືມີຫລາຍເພີ່ມຂຶ້ນ ເພາະ ບໍ່ມີຂໍ້ມູລເລີຽ! ແລະກໍແນ່ນອນວ່າ ຍັງເປັນບັນຫາ ໜັກໜ່ວງທີ່ແກ້ໄຂ ໄດ້ຍາກ”.

ບັນຫາສຳຄັນອີກ ອັນໜຶ່ງທີ່ແກ້ໄຂ ໄດ້ຍາກນັ້ນ ກໍຍ້ອນວ່າ ປະຊາຊົນທົ່ວ ເມືອງລາວ ຍິ່ງພາກັນນິຍົມ ບໍຣິໂພຄສັຕປ່າ ໂດຽສະເພາະ ອະວັຍວະ ແລະເຄື່ອງໃນໄສ້ພຸງ ຂອງສັຕປ່າ ຍ້ອນມີຄວາມເຊື່ອວ່າ ເປັນຢາບຳຣຸງແລະ ຮັກສາໂຣຄພັຍຕ່າງໆ ດັ່ງເຈົ້າໜ້າທີ່ ຈາກອົງກາຣນາໆຊາຕ ເພື່ອກາຣອະນຸຮັກ ທັມມະຊາຕ ແລະສັຕປ່າ ນະຄອນຫລວງ ວຽງຈັນ ໄດ້ກ່າວວ່າ:

“ບັນຫານີ້ ກໍຍັງຍາກຢູ່ ມີຫລາຍບັນຫາ ກໍຄືວ່າປະຊາຊົນ ເຂົາກໍຕ້ອງກາຣເງິນ ສ່ວນຫລາຍ ປ່ານນີ້ຄົນຢູ່ ໃນເມືອງ ກໍຍັງພາກັນ ບໍຣິໂພຄສັຕປ່າ ຍັງພາ ກັນນິຍົມແບບ ງົມງາຍຢູ່ ຕົວຢ່າງວ່າ ເຄື່ອງອະວັຍວະ ເປັນຢາບຳຣຸງ ຍັງເຊື່ອຖືຢູ່”.

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ທັງສອງ ໄດ້ກ່າວໃຫ້ທັສນະ ວ່າ ຖ້າຫາກກາຣ ລັກລອບຄ້າຂາຍສັຕປ່າ ຍັງເກິດຂຶ້ນເລື້ອຽໆ ເຊັ່ນນີ້ ຈະເຮັດໃຫ້ຈຳພວກ ສັຕປ່າ ແຕ່ 13-42% ຂອງສັຕທັງໝົດ ໃນເຂຕເອເຊັຽ ຕາເວັນອອກສ່ຽງໃຕ້ ສູນພັນໄປກໍເປັນໄດ້ ພ້ອມຍັງຈະເປັນ ກາຣເຮັດໃຫ້ ຣະບົບນິເວສວິທຍາ ເສື່ອມໂຊມລົງ ຢ່າງບໍ່ຕ້ອງ ສົງສັຍ.