ເມືອງຊໍາເໜືອ ຂ.ຫົວພັນມີຖ່ານຫີນ ແອນທຣາໄຊ

ເມືອງຊໍາເໜືອ ແຂວງຫົວພັນ ເປັນພື້ນທີ່ ທີ່ມີຖ່ານຫີນ ຊະໜິດ ແອນຕຣາຊາຍ ຢູ່ຫລວງຫລາຍ.
ສົມເນ
2010.09.02
ໄດ້ເຄີຽມີ ບໍຣິສັດຈາກ ວຽດນາມ ແລະໄທ ໄປສໍາຣວດ ເບິ່ງແລ້ວ ແຕ່ເທົ່າປານນີ້ ກໍຍັງບໍ່ທັນມີ ບໍຣິສັດໃດ ຂໍສໍາປະທານ, ຕາມການເປີດເຜີຽ ຂອງເຈົ້າໜ້າທີ່ ຜແນກ ພະລັງງານ ແລະ ບໍ່ແຮ່ ປະຈໍາແຂວງ ໄດ້ກ່າວ:

"ຢູ່ຊໍາເໜືອ ມີແອນຕຣາຊາຍ ຫລາຍຢູ່ ມັນມີຢູ່ 2 ຈຸດ ຫວ່າງກ່ອນນີ້ມີ ພວກບໍຣິສັດ ອີຕາລຽນ-ໄທ ເພິ່ນກໍສືກສາຢູ່ ກໍວ່າມີ ຄວາມເປັນໄປ ໄດ້ສູງທາງດ້ານ ເສຖກິດ ເພິ່ນກໍສົນໃຈຢູ່".

ແຮ່ທາດ ທີ່ກໍາລັງ ຂຸດຄົ້ນ ໃນປັດຈຸບັນ ຢູ່ແຂວງຫົວພັນ ກໍມີ ແຮ່ທາດເຫລັກ ແລະແຮ່ທາດ ກາລີນາ. ຖ້າຫາກວ່າ ບໍຣິສັດ ຕ່າງປະເທດ ເຂົ້າມາຂຸດຄົ້ນ ແຮ່ທາດ ຖ່ານຫີນຊະໜິດ ແອັນຕຣາຊາຍ ໃນເຂດ ເມືອງຊໍາເໜືອ          ກໍຈະເຮັດໃຫ້ ແຂວງຫົວພັນ ມີລາຍໄດ້ຕື່ມ. ຖ່ານຫີນຊະໜິດ ແອນຕຣາຊາຍ ເປັນຖ່ານຫີນ ທີ່ມີ ຄຸນນະພາບສູງ ສາມາດນໍາ ມາໃຊ້ເຮັດ ພະລັງງານ ເພື່ອຜລິດ ໄຟຟ້າໄດ້ ຄືກັນກັບ ຖ່ານຫີນ ລິກນາຍ ຢູ່ເມືອງຫົງສາ ແຂວງ ໃຊຍະບຸຣີ. ເທົ່າປານນີ້ ບໍຣິສັດ ໄທ-ອີຕາລຽນ ທີ່ວ່າສົນໃຈນັ້ນ ກໍຍັງບໍ່ທັນ ມາສະເໜີຂໍ ສໍາປະທານ ເທື່ອ. ຫລັງຈາກນັ້ນ ໄດ້ມີ ບໍຣິສັດ ຈາກວຽດນາມ ເຂົ້າມາສໍາຣວດ ສືກສາ:

"ມີບໍຣິສັດ ໄທຍຽງ-ຮາໂນຍ ຂອງວຽດນາມ ມາຊອກຄົ້ນ ສໍາຣວດ ມັນພົບສາຍແຮ່ ຫລັງຈາກພົບເຫັນ ສາຍແຮ່ ແອັນຕຣາຊາຍ ແລ້ວ ຂໍ້ມູນຕ່າງໆ ກໍໄດ້ມອບ ໃຫ້ພວກເຮົາ ແຕ່ປັດຈຸບັນ ກໍຍັງບໍ່ມີ ບໍຣິສັດ ໃດມາສືກສາ".

ປັດຈຸບັນ ແຂວງຫົວພັນ ໄດ້ຮ່ວມມື ກັບບໍຣິສັດ ຫຸ້ນສ່ວນ 667 ຈາກ ແຂວງເຊິນລາ ຂອງວຽດນາມ ເຂົ້າມາສໍາຣວດ ຄົ້ນຫາຂໍ້ມູນ ຕື່ມເພື່ອຢາກຮູ້ວ່າ ມີຖ່ານຫີນ ແອັນຕຣາຊາຍ ຫລາຍປານໃດແທ້ໆ. ທາງແຂວງ ໄດ້ລົງນາມ ສັນຍາກັນ ເມື່ອເດືອນ ພືສພາ ຜ່ານມານີ້.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.