ຊັພຍາກອນທັມມະຊາດ ຄືຕົ້ນທຶນຂອງລາວ

ສປປລາວ ເອົາຊັພຍາກອນ ທັມມະຊາດ ທີ່ອຸດົມສົມບູນ ມາເປັນເດີມພັນ ໂດຍການ “ຫັນເອົາ ພື້ນທີ່ດິນ ມາເປັນຕົ້ນທຶນ” ໃນການພັທນາ ເສຖກິດ, ຊຶ່ງຜູ່ຊ່ຽວຊານ ຫລາຍຄົນ ຢ້ານວ່າ ລາວ ຈະບໍ່ສາມາດ ຮັກສາ ຊັພຍາກອນ ທັມມະຊາດໄວ້ໄດ້.

0:00 / 0:00

ກົດຟັງສຽງ

ຄຳວ່າ “ກ້າສ່ຽງ ຢູ່ໃນລາວ” ແມ່ນຊຶ່ຂອງ ຮູບພາບວີດີໂອ ທີ່ເຈົ້າໜ້າທີ່ ລະດັບ ສູງຈາກລາວ ໄດ້ນຳເອົາມາສເນີ ແພ່ຜາຍ ໃນລາຍການ ສົນທະນາ ສຶກສາ ທີ່ໄດ້ຈັດຂຶ້ນ ຢູ່ສະມາຄົມ ຜູ້ສື່ຂ່າວ ຕ່າງປະເທດ ແຫ່ງປະເທດໄທ ຢູ່ບາງກອກ, ໃນຄືນວັນ ອັງຄານ ທີ 5 ຕຸລາ 2010 ຜ່ານມາ.

ໃນລາຍການ ສົນທະນາສຶກສາ ແລະ ສເນີສາຍຮູບພາບ ວີດີໂອ ໄດ້ມີຜູ້ສົນໃຈ, ຜູ້ສື່ຂ່າວ ແລະອົງການ NGO ເຂົ້າຮ່ວມ ຢ່າງຫລວງຫລາຍ, ຊຶ່ງມີ ດຣ ສຸນທອນ ເກດພັນ ຮອງຫົວໜ້າສູນ ຄົ້ນຄວ້າ ປ່າໄມ້ລາວ ດຣ ສົມບັດ ສົມພອນ ຜູ້ອຳນວຍການ ສູນອົບຮົມ ຮ່ວມພັທນາ ກະຊວງສຶກສາທິການ ຍານາງ ລັສໄໝ ສີລາວົງ ຈາກອົງການ ອະນຸຮັກ ທັມມະຊາດ ແລະ ຊັພຍາກອນ ທັມມະຊາດ ສາກົນ ແລະ ທ່ານແຊມໄຊ ຜູ້ຈັດການ ບໍຣິສັດ ບໍຣິເວນຟາມ ເປັນຄນະ ກັມມະການ ອະທິບາຍ ແລະຕອບຄຳຖາມ.

ການຈັດເວທີ ສົນທະນາສຶກສາ ແລະ ສາຍຮູບພາບ ວີດີໂອ ກໍເພື່ອສະແດງ ໃຫ້ເຫັນວ່າ ຊັພຍາກອນ ທັມມະຊາດ ທີ່ອຸດົມສົມບູນ ຂອງລາວ ກຳລັງຖືກຂຸກຄາມ ທຳລາຍ ຢ່າງຕໍ່ເນື່ອງ ຈາກການພັທນາ ເສຖກິດ. ຍ້ອນວ່າ ທາງການລາວ ຖືເອົາເປັນ ຍຸທສາດຫລັກ ໃນການ “ຫັນເອົາພື້ນທີ່ດິນ ມາເປັນຕົ້ນທຶນ” ດຣ ສຸນທອນ ຕອບຄຳຖາມ ທີ່ວ່າ ລາວ ຈະປົກປັກຮັກສາ ຄວາມອຸດົມສົມບູນ ທາງຊັພຍາກອນ ທັມມະຊາດ ອັນລ້ຳຄ່າ ເຫລົ່ານັ້ນ ໄວ້ໄດ້ຫລືບໍ່? ແລະ ຈະເຮັດວິທີໃດ ໃນຂນະທີ່ ຣັຖບານລາວ ເລັ່ງ ສົ່ງເສີມການພັທນາ ທາງດ້ານເສຖກິດ ຢູ່ແບບນີ້. ທ່ານຕອບວ່າ:

"ຈຳກັດ ການນຳໃຊ້ ທີ່ດິນ 5 ແສນເຮັກຕາ ໝາຍຄວາມວ່າ ມັນຈະມີຢູ່ຫັ້ນ ທັງການປູກໄມ້ ເສຖກິດ ນີ້ແຫລ໋ະ ແລະທັງປູກໄມ້ ເພື່ອຟື້ນຟູປ່າ ພວກເຮົາຈຳກັດ ຢູ່ຫັ້ນເກ໋າະ ແລ໋ະກ່າ ມີເຂດຂອງມັນ ທີ່ແນ່ນອນ ຄິດວ່າ ມີຄວາມເຊື່ອໝັ້ນ ຫລາຍຫັ້ນແລ໋ວ".

ເຖິງຢ່າງໃດກໍຕາມ ຜູ້ເຂົ້າຮ່ວມ ໃນເວທີ ສົນທະນາສຶກສາ ໂດຍສະເພາະ ຜູ້ສື່ຂ່າວ ຕ່າງປະເທດ ແລະ ອົງການ NGO ອະນຸຮັກ ສິ່ງແວດລ້ອມ ຫລາຍຄົນ ເປັນຫ່ວງວ່າ ການສ່ຽງຢູ່ໃນ ລາວ ໂດຍການ ເອົາຊັພຍາກອນ ທັມມະຊາດ ທີ່ອຸດົມສົມບູນ ລ້ຳຄ່າຂອງຊາດ ມາເປັນສິ່ງເດີມພັນ ອາດຈະບໍ່ຄຸ້ມຄ່າ ຄືເສັຍຫລາຍກວ່າໄດ້ ເພາະການສ່ຽງ ແມ່ນເອົາຊີວິດ ການເປັນຢູ່ຂອງ ປະຊາຊົນລາວ ທັງປະເທດ ມາເດີມພັນ.