ຕ່າງປະເທດ ລົງທືນໃນລາວ ຂາດປະສິດທິພາບ

ກະຊວງພະລັງງານ ແລະບໍ່ແຮ່ ຂອງລາວເວົ້າວ່າ 30% ຂອງບໍຣິສັດ ລົງທືນ ຕ່າງປະເທດ ດໍາເນີນວຽກງານ ແບບບໍ່ມີ ປະສິດທິພາບ.

ກະຊວງພະລັງງານ ແລະບໍ່ແຮ່ ຂອງລາວ ເປີດເຜີຽ ເມື່ອສັປດາ ຜ່ານມາວ່າ ໃນ 115 ບໍຣິສັດລົງທືນ ຕ່າງປະເທດ ໃນລາວນັ້ນ ມີ 30% ດໍາເນີນວຽກງານ ແບບບໍ່ມີ ປະສິດທິພາບ 30% ດໍາເນີນ ວຽກງານ ທີ່ມີປະສິດທິພາບ ພໍປານກາງ ແລະ 40% ດໍາເນີນວຽກງານ ແບບມີ ປະສິດທິຜົນ ປະຕິບັດຕາມ ລະບຽບກົດໝາຍ ແລະ ສັນຍາ. ເຈົ້າໜ້າທີ່ ກະຊວງເວົ້າວ່າ ປັດຈຸບັນມີ 152 ບໍຣິສັດ ລົງທືນ ດ້ານບໍ່ແຮ່ ແລະພະລັງງານ ໃນລາວ ລວມທັງໝົດມີ 270 ໂຄງການ. ການປະເມີນ ດັ່ງກ່າວ ແມ່ນຫລັງຈາກ ກະຊວງໄດ້ ລົງມື ສໍາຣວດກວດກາ ເພື່ອຢາກຮູ້ວ່າ ໂຄງການລົງທືນ ໂຄງການໃດທີ່ ປະຕິບັດ ຫລືບໍ່ປະຕິບັດ ຕາມລະບຽບການ ສັນຍາ. ການສໍາຣວດ ໄດ້ພົບວ່າ ມີບໍຣິສັດ ຈໍານວນນື່ງໄດ້ ດໍາເນີນວຽກງານ ຂອງຕົນ ແບບບໍ່ໄດ້ແຈ້ງ ຕໍ່ທາງການກ່ຽວຂ້ອງ ເຊັ່ນວ່າ ໂຄງການຊັກຊ້າ ຍ້ອນຂາດເຂີນ ທືນຮອນ, ຂາດເຂີນຄວາມຮູ້ ປະສົປການ ດ້ານວິຊາການ ອັນເຣັດໃຫ້ ການດໍາເນີນ ໂຄງການບໍ່ມີ ປະສິດທິພາບ. ມີບໍຣິສັດ ຈໍານວນນື່ງ ລະເມີດສັນຍາ ໂດຍດໍາເນີນການ ຂຸດຄົ້ນແຮ່ທາດ ກາຍຂອບເຂດ ສັນຍາກໍານົດໄວ້ ແລະນໍາເອົາແຮ່ທາດ ອອກໄປຂາຍໂດຍ ບໍ່ໄດ້ຮັບ ອານຸຍາດ ຈາກຣັຖບານ. ບາງໂຄງການ ລົງທືນທີ່ໝົດ ອາຍຸສັນຍາ ແລ້ວ ກໍຍັງສືບຕໍ່ ວຽກງານ ແລະບາງໂຄງການ ມີການຂັດແຍ້ງກັນ ລະຫ່ວາງຂາຫຸ້ນ ດ້ວຍກັນ ເຮັດໃຫ້ການດໍາເນີນ ໂຄງການ ບໍ່ໄປບໍ່ມາ. ແຕ່ທາງການລາວ ບໍ່ໄດ້ລະບຸ ໂດຍລະອຽດວ່າ ມີໂຄງການໃດແດ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org