ລາວບໍ່ມີບ່ອນຜລິດ ຢາງປູທາງ

ສປປລາວ ຍັງບໍ່ມີແຫລ່ງຜລິດ ຢາງໝາກຕອຍ (asphalt) ຈຶ່ງຕ້ອງໄດ້ ນໍາເຂົ້າຈາກ ຕ່າງປະເທດ.

ໃນປັຈຈຸບັນ ປະເທດລາວ ຍັງບໍ່ມີໂຮງງານ ຫລືແຫລ່ງຜລິດ ຢາງປູທາງ ເຖິງແມ່ນວ່າ ທີ່ຜ່ານມາຈະມີ ຄວາມຮຽກຮ້ອງ ຕ້ອງການວັຖຸດິບ ດັ່ງກ່າວ ເພື່ອນໍາມາສນອງ ການກໍ່ສ້າງເສັ້ນທາງ ພັທນາໂຄງຮ່າງ ການຄົມນາຄົມ  ຊຶ່ງເປັນເງື່ອນໄຂ ສໍາຄັນ ຊຸກຍູ້ການຂຍາຍໂຕ ທາງສັງຄົມແລະເສຖກິດ  ແລະໄດ້ຕ້ອງສັ່ງຊື້ ນໍາເຂົ້າຈາກປະເທດ ໃກ້ຄຽງ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະການຄ້າ:

"ກ່ຽວກັບໂຮງງານ asphalt ຍັງບໍ່ມີເນາະ ນໍາເຂົ້າທັງໝົດ ແຕ່ບໍ່ແນ່ໃຈວ່າ ຂະເຈົ້ານໍາເຂົ້າ ມາແຕ່ປະເທດໃດ ແຕ່ນ່າຈະມາຈາກ 3 ປະເທດ ຈີນ ໄທ ວຽດນາມ ແຕ່ກືຄືສິແມ່ນ ຈາກໄທ ເປັນສ່ວນຫລັກ".

ທ່ານກ່າວຕໍ່ໄປວ່າ ການທີ່ລາວ ບໍ່ມີແຫລ່ງຜລິດ ຢາງປູທາງ ເຮັດໃຫ້ສູນເສັຽ ເງິນຫລວງຫລາຍ ໃນແຕ່ລະປີ ເພື່ອຊື້ຢາງນັ້ນມາ ພັທນາຣະບົບ ຄົມນາຄົມຂອງ ປະເທດ.  ພ້ອມດຽວກັນ ການເພິ່ງພາການ ນໍາເຂົ້າຍັງເຮັດໃຫ້ ບໍ່ສາມາດ ຮັປກັນໄດ້ວ່າ ຫາກເກີດສະພາບ ການຂາດເຂີນຂຶ້ນ ໃນພູມີພາກ ລາວຈະນໍາວັຖຸດິບ ດັ່ງກ່າວ ຈາກໃສເພື່ອໃຊ້ ໃນການສ້າງສ້າງ ເສັ້ນທາງ.

ຢ່າງໃດກໍຕາມ ພາກສ່ວນກ່ຽວຂ້ອງ ກໍຢາກໃຫ້ຕ່າງ ປະເທດ ເຂົ້າມາລົງທຶນ ພັທນາແຫລ່ງ ຜລິດຢາງປູທາງ ຂຶ້ນພາຍໃນລາວ. ແຕ່ການທີ່ຍັງບໍ່ຮູ້ ແນ່ນອນວ່າຈະມີ ແຫລ່ງນໍ້າມັນດິບ ຫລາຍປານໃດ ໃນລາວ ເຮັດໃຫ້ການ ພັທນາ ໂຮງງານຜລິດຢາງ ນັ້ນບໍ່ສາມາດ ເກີດຂຶ້ນໄດ້ເທື່ອ ເພາະຜົລຜລິດຢາງ ດັ່ງກ່າວ ເປັນສ່ວນນຶ່ງຂອງ ອຸດສາຫະກັມ ທີ່ກ່ຽວເນື່ອງກັບ ການກັ່ນ ນໍ້າມັນດິບ. 

ດັ່ງນັ້ນ ຣັຖບານລາວ ແລະພາກສ່ວນທີ່ ກ່ຽວຂ້ອງ ຈຶ່ງຕ້ອງໄດ້ເລັ່ງລັດ ການສໍາຣວດນໍ້າມັນດິບ ທີ່ແຂວງ ສວັນນະເຂດ ແລະສາຣະວັນ ໃຫ້ແລ້ວໄວຂຶ້ນ.  ຫລັງຈາກນັ້ນ ຈຶ່ງຈະຊາບແນ່ນອນ ວ່າລາວຈະສາມາດ ພັທນາ ອຸດສາຫະກັມ ການກັ່ນນໍ້າມັນ ແລະອຸດສາຫະກັມ ທີ່ກ່ຽວເນື່ອງອື່ນໆ ພາຍໃນປະເທດ ໄດ້ຫລືບໍ່  ຊຶ່ງຕ້ອງຍອມຮັບວ່າ ບໍ່ສາມາດບອກໄດ້ວ່າ ຈະຕ້ອງໃຊ້ ລະຍະເວລາ ເທົ່າໃດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org