ກົດຟັງສຽງ
ທາງເຈົ້າໜ້າ ຝ່າຍກະສິກັມ ໄດ້ນໍາໃຊ້ ແນວພັນເຂົ້າ ອາຍຸສັ້ນ ແລະ ແນວພັນເຂົ້າ ທີ່ທົນຕໍ່ນໍ້າຖ້ວມ, ພ້ອມດຽວກັນນັ້ນ, ຍັງນໍາໃຊ້ ເທັກນິກໃໝ່ ເຂົ້າສູ່ ການຜລິດ ແລະ ມີແຜນການສໍາລັບ ອະນາຄົດ ໂດຍນໍາໃຊ້ ທ່າແຮງ ຂອງໂຄງການຕ່າງໆ ໄປໃຊ້ກັບ ຣະບົບຊົລປະທານ ເພື່ອໃຫ້ພື້ນທີ່ນາ ຂອງຊາວ ກະສິກອນ ມີນໍ້າພຽງພໍ ຕໍ່ການຜລິດ. ເຈົ້າໜ້າທີ່ ຫ້ອງການກະສິກັມ ແລະ ປ່າໄມ້ ແຂວງຄໍາມ່ວນ ກ່າວວ່າ:
“ຕໍ່ຜົນເດັ່ນ ໃນຂົງເຂດ ກະສິກັມ ກໍແມ່ນເຮົາສາມາດ ໄດ້ນໍາເອົາເທັກນິກໃໝ່ ເຂົ້າມາສູ່ການຜລິດ, ໂດຍສະເພາະ ແມ່ນການຜັນປ່ຽນ ຣະບົບ ຈາກນາ ທີ່ເຄີຍຖ້ວມ ທີ່ປ່ຽນ ເຮົາກໍບໍ່ດໍາ, ຊ່ວງນໍາຫລຸດລົງ ເຮົາກໍດໍາ ສ່ວນສອງ ເຮົາ ກໍໄດ້ມີຄອບຄົວ ທີ່ວ່າ ສຸມໃສ່ຜລິດ ໃນແນວພັນເຂົ້າ ສາມາດສນອງໄດ້ ພາຍໃນແຂວງ”.
ທ່ານ ກ່າວຕື່ມວ່າ ການຫັນປ່ຽນ ຂແນງກະສິກັມ ທັມມະຊາດ ໄປສູ່ສິນຄ້າ ທັມມະຊາດ ເພື່ອແກ້ໄຂ ຄວາມທຸກຍາກ ຂອງປະຊາຊົນ ບັນດາເຜົ່າ ໃຫ້ຫລຸດລົງ, ຊຶ່ງການນໍາໃຊ້ ແນວພັນ ດັ່ງກ່າວ ແລະ ເທັກນິກໃໝ່ນັ້ນ ຈະເຫັນໄດ້ວ່າ ການຜລິດເຂົ້າເພີ້ມຂຶ້ນ, ໂດຍສະເລັ່ຍ 6% ຕໍ່ປີ, ສະເລັ່ຍຕໍ່ຄົນ ໄດ້ 730 ຕໍ່ຄົນ ຕໍ່ປີ, ຮວມໄປເຖິງ ການຜລິດ ພືດສໍາຮອງຕ່າງໆ ກໍມີການຂຍາຍຕົວ ຢ່າງວ່ອງໄວ ເຊັ່ນດຽວກັນ.
ນອກຈາກ ການແກ້ໄຂບັນຫາ ດັ່ງກ່າວແລ້ວ, ທາງຜແນກ ກະສິກັມ ແລະ ປ່າໄມ້ ຍັງມີແຜນການ ທີ່ຈະນໍາໃຊ້ ທ່າແຮງ ຈາກໂຄງການຕ່າງໆ ເປັນຕົ້ນແມ່ນ ໂຄງການສ້າງເຂື່ອນ ນໍາມາໃຊ້ ເປັນຣະບົບ ຊົລປະທານ ເພື່ອໃຫ້ຊາວ ກະສິກອນ ມີນໍ້າພຽງພໍ ໃນໜ້າຜລິດ, ດັ່ງເຈົ້າໜ້າທີ່ ກ່າວຕື່ມວ່າ:
“ຄິດວ່າ ອີກ 4 ແຜນການ 5 ປີ ຕອນໜ້ານີ້ ພວກເຮົາ ຈະສຸມໃສ່ ເຮັດກະເສດສຸມ, ໂດຍສະເພາະ ນໍາໃຊ້ ທ່າແຮງ ຂອງບັນດາ ໂຄງບການ ແຜນກະສິກັມ ປ່າໄມ້ນີ້. ປັດຈຸບັນນີ້ ພວກເຮົາ ກໍາລັງສຶກສາ ວ່າ ສິເຮັດແນວໃດ ເອົານໍ້າເຂົ້າ ມາຮັບໃຊ້ ໂດຍຣະບົບ ໄຫລເຂົ້າເອງ.”
ການແກ້ໄຂ ບັນຫາວຽກງານ ກະສິກັມ ໃຫ້ກັບ ຊາວກະສິກອນນີ້ ເປັນການສົ່ງເສີມ ການຜລິດ ເພື່ອສ້າງ ຣາຍໄດ້ ໃຫ້ແກ່ ປະຊາຊົນ ຜູ້ທຸກຍາກ, ຊຶ່ງມາຮອດ ປັດຈຸບັນນີ້, ແຂວງຄໍາມ່ວນ ສາມາດ ແກ້ໄຂ ຄວາມທຸກຍາກ ໄດ້ແລ້ວ ປະມານ 1,800 ຄອບຄົວ ແລະ ຍັງເຫລືອ ອີກປະມານ 3,000 ກ່ວາຄອບຄົວ ໃນທົ່ວແຂວງ.
