ກ໊າສຊີວະພາບ ຂຍາຍກິຈການໃນລາວ

ບໍຣິສັທ ພລັງງານ ກ໊າສ ຊີວະພາບ ຂອງໄທຽ ມີໂຄງກາຣ ທີ່ຈະ ຂຍາຍ ຢູ່ເມືອງ ລາວ ຕື່ມອີກ.

0:00 / 0:00

ກົດຟັງສຽງ

ບໍຣິສັທ ພລັງງານ ກ໊າສ ຊີວະພາບ ຂອງໄທຽ ມີແຜນ ທີ່ຈະເພີ່ມ ກາຣລົງທຶນ ຕື່ມອີກ ປະມານ 4 ລ້ານ ດອລລາຣ໌ ສະຫະຣັຖ ເພື່ອປຸກສ້າງ ໂຮງງານ ຜລິຕ ພລັງງານ ກ໊າສ ຊີວະພາບ ແຫ່ງທີ່ 2 ຢູ່ ເມືອງລາວ ພ້ອມຍັງມີ ໂຄງກາຣ ທີ່ຈະຂຍາຍ ຕໍ່ໄປຢູ່ ກັມພູຊາ ແລະ ວຽຕນາມ ໃນອະນາຄົຕ ອັນໃກ້ນີ້.

ທາງ ບໍຣິສັທ ພລັງງານ ກ໊າສ ຊີວະພາບ ຂອງໄທຽ ມີກຳໜົດ ທີ່ຈະເຊັນ ສັນຍາ ໃນຂໍ້ ຕົກລົງ ກັບ ບໍຣິສັທ “ມັນຕົ້ນດວງຜາສຸຂ” ໃນມື້ວັນ ພຣະຫັດ ນີ້ ເພື່ອກໍ່ສ້າງ ໂຮງງານ ແຫ່ງທີ່ 2 ຂຶ້ນ ຢູ່ແຂວງ ອັຕປື ເພື່ອຜລິຕ ພລັງງານ ກ໊າສ ຊີວະພາບ ຈາກນ້ຳເສັຽ ຂອງ ບໍຣິສັທ ຜລິຕມັນຕົ້ນ ປະມານ 1,500 ຕັນ ໃນແຕ່ລະມື້ ຈາກ ສວນມັນຕົ້ນ ທີ່ທາງ ບໍຣິສັທ ປູກ ໃນພື້ນທີ່ ສັມປະທານ 5,000 ເຮັກຕ໊າຣ໌.

ໃນຂນະດຽວກັນ ທາງ ບໍຣິສັທ ກໍມີໂຄງກາຣ ຮັບຊື້ ມັນຕົ້ນ ຈາກຊາວ ກະສິກອນ ທ້ອງຖິ່ນ ໃນພື້ນທີ່ ປະມານ 5,000 ເຮັກຕ໊າຣ໌ ຕື່ມອີກ ເພື່ອສົ່ງເຂົ້າ ໂຮງງານ ແລະ ຜລິຕເປັນພລັງ ກ໊າສ ຊີວະພາບ ສຳລັບ ສົ່ງຂາຍ ໃຫ້ຕ່າງ ປະເທສ ເປັນສ່ວນໃຫຍ່ ໂດຽມີ ກຳໜົດ ໃຫ້ສ້າງແລ້ວ ແລະ ເຣີ່ມຜລິຕ ພາຍໃນ ເດືອນມີນາ 2012 ໃນ ປະຣິມານ 30,000 ແມ໊ຕກ້ອນ ໃນແຕ່ລະມື້.

ນອກຈາກ ໂຮງງານ ທີ່ຈະສ້າງ ຂຶ້ນຢູ່ທາງ ພາຄໃຕ້ ຂອງລາວ ດັ່ງກ່າວ ນີ້ແລ້ວ ທາງໂຮງງານ ຜລິຕພລັງງານ ແຫ່ງທີ່ 1 ຢູ່ແຂວງ ວຽງຈັນ ກໍມີກຳໜົດ ສ້າງແລ້ວ ແລະ ເຣີ່ມມີກາຣ ຜລິຕພລັງງານ ກ໊າສ ຊີວະພາບ ໄດ້ເຖິງ 30,000 ແມ໊ຕກ້ອນ ເຊັ່ນກັນ ພາຍໃນ ທ້າຍປີ 2011 ນີ້.

ບໍຣິສັທ ພລັງງານ ກ໊າສ ຊີວະພາບ ຂອງໄທຽ ດັ່ງກ່າວ ເປັນ ບໍຣິສັທ ກາຣຮ່ວມມື ລົງທຶນ ກັບ ບໍຣິສັທ ຂອງ ປະເທສ Finland ຊຶ່ງໄດ້ ເຣີ່ມຂຶ້ນ ຢູ່ປະເທສໄທຽ ແຕ່ປີ 2003 ເປັນຕົ້ນມາ ແລະ ມີໂຮງງານ ຢູ່ແຂວງ ຣະຍອງ ກາລສິນ ສະຣະບູຣີ ແລະ ສຸຣາຊທານີ ທີ່ສາມາຖ ຜລິຕພລັງງານ ກ໊າສ ຊີວະພາບ ໄດ້ທັງໝົດ 80,000 ແມ໊ຕກ້ອນ ໃນ ປັຈຈຸບັນ.