ກາຊີໂນ ຂ.ບໍ່ແກ້ວ ເນັ້ນໃສ່ການພັທນາ

ໂຄງການ ກາຊີໂນ ຄິ້ງ ໂຣມັນ ແຂວງບໍ່ແກ້ວ ຈະເນັ້ນໃສ່ ການທ່ອງທ່ຽວ ເພື່ອພັທນາ ສປປລາວ ແລະ ຂົງເຂດ ອາຊຽນ.

0:00 / 0:00

ກົດຟັງສຽງ

ໂຄງການ ກາຊີໂນ ຄິ້ງ ໂຣມັນ ຫລື ເຂດເສຖກິດ ຕົ້ນເຜິ້ງ, ແຂວງບໍ່ແກ້ວນັ້ນ, ຕັ້ງຂຶ້ນມາ ເພື່ອພັທນາ ຂົງເຂດ ແມ່ນໍ້າຂອງ ແລະ ປະເທດ ອາຊຽນ ເພື່ອຊ່ວຍການເຕີບໂຕ ທາງດ້ານເສຖກິດ. ອີງຕາມ ຄໍາເວົ້າ ຂອງ ຍານາງທານທິບ ອະມອນ ພຣະປຣະຫວັດ, ຫົວໜ້າຝ່າຍ ປະຊາສັມພັນ ຂອງໂຄງການ ກາຊີໂນ ຄິງ ໂຣມັນ ຂອງກຸ່ມທຶນຈີນ ດອກງິ້ວຄໍາ ໃນແຂວງບໍ່ແກ້ວ.

ຍານາງ ກ່າວວ່າ “ສົ່ງເສີມ ການທ່ອງທ່ຽວ ທາງວັທນະທັມ ທາງການສຶກສາ ຈັດທໍາໄປເລື້ອຍໆ ແລ້ວກໍໃຫ້ມິຕພາບ ແຕ່ລະປະເທດ ໃຫ້ມີໂອກາດ ເພາະວ່າ ຂຸນໝິງ, ສິບສອງປັນນາ ທີ່ລົງມານີ໋ ກໍຄື ຈີນ ກັບອາຊຽນນີ້ ເປັນເສັ້ນທາງ ທີ່ດີແລ້ວ ກໍໜ້າຈະຕ້ອງສົ່ງເສີມ ໃຫ້ແຕ່ລະປະເທດ ເຂົ້າໃຈກັນ ຫລາຍຂຶ້ນ ແລະ ກໍເສຖກິດ.”

ຍານາງ ກ່າວຕື່ມວ່າ ໂຄງການ ກາຊີໂນ ຄິ໋ງ ໂຣມັນ ເປັນໂຄງການ ຂອງຈີນ ທີ່ໄດ້ສັມປະທານ 99 ປີ, ຈາກ ສປປລາວ ໃຫ້ເປັນເຂດ ເສຖກິດພິເສດ, ໃນນັ້ນ ກໍມີຫລາຍໂຄງການ ຊຶ່ງບໍ່ມີແຕ່ ໂຄງການ ກາຊີໂນ ຢ່າງດຽວ, ແຕ່ຍັງມີໂຄງການ ດ້ານການທ່ອງທ່ຽວ, ສົ່ງເສີມ ເສຖກິດ ການຄ້າ, ສນັບສນູນ ວັທນະທັມ ແລະ ຊ່ອຍໃຫ້ ຄົນລາວ ບັນດາເຜົ່າ ແລະ ປະຊາຊົນ ທົ່ວໄປ ໃນລາວ ໄດ້ມີວຽກເຮັດງານທໍາ ໄປພ້ອມ.

ແລະວ່າ ໃນອະນາຄົດ ຫວັງວ່າ ໂຄງການ ຂອງກຸ່ມທຶນຈີນ ຄິງ ໂຣມັນ ດອກງິ້ວຄໍາ ຈະເປັນຕົ້ນແບບ ໃຫ້ກັບ ນັກລົງທຶນ ໃນຂົງເຂດ ໄດ້ເອົາເປັນແບບຢ່າງ ແລະ ເລັ່ງສນັບສນູນ ໃຫ້ຂົງເຂດ ສາມຫລ່ຽມຄໍາ ແລະ ລາວ ມີການພັທນາ ແລະ ຈະເຣີນກ້າວໜ້າ ຢ່າງວ່ອງໄວ.

ປັດຈຸບັນ ໂຄງການ ຄິ້ງ ໂຣມັນກໍາລັງພັທນາ ພື້ນທີ່ ເພື່ອການຂຍາຍຕົວ ທາງດ້ານການທ່ອງທ່ຽວ ຫລາຍດ້ານ ເພື່ອດຶງດູດ ນັກທ່ອງທ່ຽວ ໂດຍສະເພາະ ຊາວຈີນ ໃຫ້ເຂົ້າໄປ ທ່ອງທ່ຽວ ແລະ ພັກຜ່ອນ ໂດຍເນັ້ນໃສ່ ການທ່ອງທ່ຽວ ໃນກາຊີໂນ.

ສ່ວນ ທ່ານ ເຈິ້ນ, ຜູ້ຮັບຜິດຊອບ ໂຄງການ ເຂດເສຖກິດ, ກ່າວວ່າ ໂຄງາກນ ໃຫ້ຄວາມສໍາຄັນ ດ້ານການທ່ອງທ່ຽວ ຫລາຍຢ່າງ, ຊຶ່ງໃນຂນະນີ້ ໄດ້ແບ່ງການພັທນາ ອອກເປັນ 5 ໂຊ໋ນ ຄື ໂຊ໋ນ A ເປັນເຂດເສຖກິດ ພິເສດ ເນັ້ນ ການຄ້າ ແລະ ກາຊີໂນ, B ກິຈການ ທ່າເຮືອ, C ວັທນະທັມ, D ກິຈການ ດ້ານໂບຮານສະຖານ, ແລະ E ການທ່ອງທ່ຽວ ທາງທັມມະຊາດ ໂດຍໄດ້ປະສານ ການຮ່ວມມື ກັບລາວ ຢ່າງສມໍ່າສເມີ.