ລາວຮັບເງິນກູ້ຈາກຈີນ

ຈີນ ໃຫ້ເງິນກູ້ ແກ່ລາວ ຫລາຍ ສິບລ້ານ ໂດລາ ສໍາລັບ ຕຣຽມໃສ່ ກອງປະຊຸມ ຢູໂຣບ-ອາຊຽນ.

0:00 / 0:00

ກົດຟັງສຽງ

ໃນອາທິດ ຜ່ານມານີ້ ຈີນ ໄດ້ລົງນາມ ສັນຍາ ໃຫ້ເງິນກູ້ ດອກເບັ້ຽຕໍ່າ ແລະ ເງິນ ຊ່ວຍເຫລືອ ລ້າ ແກ່ ຣັຖບານ ລາວ ສໍາລັບສ້າງ ຫໍປະຊຸມ ນາໆຊາດ ແລະ ປັບປຸງ ສນາມບິນ ວັດໄຕ ເພື່ອຕຣຽມ ໃສ່ ກອງປະຊຸມ ຜູ້ນໍາ ເອເຊັຽ-ຢູໂຣບ ທີ່ ສປປລາວ ຈະເປັນ ເຈົ້າພາບ ໃນປີໜ້າ. ເງິນກູ້ ແລະ ເງິນຊ່ວຍເຫຼືອ ຕົກເປັນ ຈໍານວນ $100 ກ່ວາ ລ້ານ.

ຕາມສັນຍາ ກູ້ຢືມນັ້ນ $37.6 ລ້ານ ເປັນປະເພດ ດອກເບັ້ຽຕໍ່າ ສໍາລັບ ປັບປຸງ ສນາມບິນ ນານາຊາດ ວັດໄຕ, ແລະ $70.3 ລ້ານ ສໍາລັບ ສ້າງຫໍ ປະຊຸມ ນາໆຊາດ ຂນາດໃຫ່ຽ ຢູ່ ນະຄອນຫລວງ ວຽງຈັນ. ຕາມລາຍງານ ໜັງສືພິມ ລາຍວັນ ຂອງຈີນ.

ວຽກງານ ການປັບປຸງ ສນາມບິນ ນາໆຊາດ ວັດໄຕ ໄດ້ເລີ້ມ ລົງມື ກໍ່ສ້າງ ຕັ້ງແຕ່ ວັນທີ່ 17 ສິງຫາ ພຸ້ນ ໂດຍບໍຣິສັດ China CAMC engineering ເປັນຜູ້ ຮັບເໝົາ ສ້າງ. ຕາມແຜນການ ນັ້ນ ຈະຂຍາຍ
ບ່ອນຈອດ ສໍາລັບ ຍົນ ໂບອິງ 747 ໃຫ້ໄດ້ ປະມານ 20 ຄັນ, ປັບປຸງ ລະບົບ ຄວາມປອດໄພ ທາງແລ່ນ ຂອງຍົນ, ສ້າງອາຄານ ຫ້ອງການ ຂອງ ກົມການບິນ ພົລເຮືອນ, ສ້າງລະບົບ ລະບາຍນໍ້າ, ລະບົບໄຟ ສັນຍານ ແລະອື່ນໆ.

ກ່ອນໜ້ານີ້ ຍີ່ປຸ່ນ ໄດ້ໃຫ້ເງິນ ຊ່ວຍເຫລືອລ້າ ແກ່ລາວ ເປັນ ຈໍານວນ ເງິນ $23.4 ລ້ານ ສໍາລັບ ຂຍາຍບ່ອນຈອດ ຍົນ ໂບອິງ 747 ໃຫ້ໄດ້ ຢ່າງນ້ອຍ 35 ຄັນ. ໃນການ ກະຕຣຽມນີ້ ລາວມີ ເວລາພຽງ ແຕ່ 14 ເດືອນ ເທົ່ານັ້ນ ເພາະວ່າ ກອງປະຊຸມ ມີກໍານົດ ເລີ້ມຂື້ນ ໃນວັນທີ 4-6 ພຶສຈິກາ 2012.