ສະພາບແວດລ້ອມໃນ ຂ. ຊຽງຂວາງປ່ຽນແປງ

ການປ່ຽນແປງ ຂອງສະພາບ ແວດລ້ອມ ໃນແຂວງ ຊຽງຂວາງ ເກີດຈາກ ການຕັດໄມ້ ທໍາລາຍປ່າ ແລະ ຂຸດຄົ້ນແຮ່ທາດ
ຈະເຣີນສຸກ
2010.11.17

ກົດຟັງສຽງ

ສະພາບແວດລ້ອມ ທີ່ແຂວງ ຊຽງຂວາງ ໃນປັດຈຸບັນ ມີການປ່ຽນແປງ ຈາກແຕ່ກ່ອນ, ໂດຍ ສັງເກດໄດ້ ຈາກຝົນ ທີ່ບໍ່ຕົກຕາມ ຣະດູການ ແລະ ໜ້າແລ້ງ ກໍຮ້ອນ ກ່ວາ ປົກຕິ ຍ້ອນບັນຫາ ການຕັດໄມ້ ທໍາລາຍປ່າ ແລະ ການຂຸດຄົ້ນ ແຮ່ທາດ ຂອງບໍຣິສັດ ທີ່ໄດ້ຮັບ ສັມປະທານ ແລະ ການລັກລອບ ຂຸດຄົ້ນ ຂອງປະຊາຊົນ. ຕໍ່ບັນຫາ ດັ່ງກ່າວ, ເຖິງແມ່ນວ່າ ທາງການລາວ ພຍາຍາມ ໃຫ້ທຸກພາກ ສ່ວນ ເລັ່ງແກ້ໄຂແລ້ວ ກໍຕາມ, ແຕ່ບັນ ຫານັ້ນ ຍັງບໍ່ຫລຸດຜ່ອນ ຫລື ໝົດໄປ. ເຈົ້າໜ້າທີ່ ຈາກຫ້ອງການ ສະພາບແວດລ້ອມ ແຂວງຊຽງຂວາງ ກ່າວວ່າ:

“ສິ່ງແວດລ້ອມ ໃນປັດຈຸບັນ ກໍຢາກ ປ່ຽນແປງໄປ ໜ້ອຍນຶ່ງແລ້ວ ເພາະວ່າ ຕະກີ້ ມັນກໍສິ່ງ ແວດລ້ອມ ບໍ່ມີຄົນ ທີ່ວ່າ ໄປຂຸດຄົ້ນ ແລ້ວ ກໍທໍາລາຍມັນ ຄືປັດຈຸບັນນີ້ ກໍມີບາງບ່ອນ ກໍມີການຂຸດຄົ້ນ ບໍ່ແຮ່ ແລະ ກໍຕັດຕົ້ນໄມ້ ຕົວບັນຫາ ແມ່ນມະນຸດ.”

ຍານາງ ອະທິບາຍ ເພີ້ມຕື່ມວ່າ ໃນປັດຈຸບັນ ນີ້ ແຂວງຊຽງຂວາງ ມີນັກລົງທຶນ ຕ່າງປະເທດ ເຂົ້າໄປ ອາສັຍຢູ່ຫລາຍ ໂດຍກຸ່ມຄົນ ເຫລົ່ານັ້ນ ໄດ້ຂຸດຄົ້ນ ແຮ່ທາດຕ່າງໆ ແລະ ຕັດໄມ້ ທໍາລາຍປ່າ, ຊຶ່ງສົ່ງຜົນໃຫ້ ສະພາບແວດລ້ອມ ຂອງແຂວງໃນ ປັດຈຸບັນ ບໍ່ດີຄື ແຕ່ກ່ອນພໍເທົ່າໃດ. ແຕ່ໃນຄວາມ ເປັນຈິງແລ້ວ, ການຕັດໄມ້ ແຕ່ລະຄັ້ງ ກ່ອນທີ່ໜ່ວຍງານ ຕ່າງໆ ຈະເຂົ້າໄປ ຂຸດຄົ້ນ, ຈະຕ້ອງໄດ້ ຮັບອະນຸຍາດ ຈາກທາງຣັຖບານ ເສັຍກ່ອນ ກ່ອນທີ່ຈະ ສາມາດ ລົງມືໄດ້, ແຕ່ໃນພາກປະຕິບັດ ຈະມີກຸ່ມ ບຸກຄົນບໍ່ດີ ເຂົ້າໄປ ລັກຕັດ ຫລື ລັກຂຸດແຮ່ທາດ.

ພ້ອມດຽວກັນນັ້ນ, ເຈົ້າໜ້າທີ່ ຜູ້ດຽວກັນນີ້ ຍັງໄດ້ຝາກ ຂໍ້ຄວາມເຖິງ ປະຊາຊົນ ລາວ ວ່າຢາກໃຫ້ ຊ່ອຍກັນ ຮັກສາ ສະພາບ ແວດລ້ອມ ທັງຂອງແຂວງ ແລະ ຂອງປະເທດ ໃຫ້ຄົງຢູ່ ຄືກັບແຕ່ກ່ອນ ຫລື ອາດຈະຫລາຍ ກ່ວາເດີມ, ໂດຍການ ຊ່ອຍກັນ ປູກປ່າ ຫລື ຮັກສາໄວ້ ໃຫ້ຄົງເດີມ, ແລະ ຢ່າຄິດ ທີ່ຈະຕັດໄມ້ ເພື່ອປໂຍດ ສ່ວນຕົວ ໂດຍບໍ່ ຄໍານຶງເຖິງ ຜົນປໂຍດ ສ່ວນລວມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
May 30, 2014 09:31 PM

ສະເໜີ ເຖີງພາກສ່ວນ ທີ່ກ່ຽວຂ້ອງ ຂອງ ລັດຖະບານລາວ ຢ່າມົວເມົາ ແຕ່ນຳເງີນ ທີ່ທາງ ບໍລິສັດ ເອາົໃຫ້ຫລາຍ ໃຫ້ທ່ານຄິດເຖີງ ປະເທດຊາດ ຂອງທ່ານແດ່ ຢ່າມົວແຕ່ ເປີດເບີ່ງ ທີ່ທາງ ບໍລິສັດ ເອົາໃຫ້ທ່ານ ເປັນຕົ້ນແມ່ນ ວຽກງານ ທໍ່ລະນີສາດ ແລະ ແຮ່ທາດ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]