ບັນຫາເງີນເຟີ້ ໃນລາວ

ຣັຖບານລາວ ເລີ້ມ ວາງ ມາຕການ ແກ້ໄຂ ບັນຫາ ເງີນເຟີ້ ທີ່ສູງຂື້ນ ເກືອບຮອດ 10% ໃນເດືອນ ເມສາ.
ສິດນີ
2011.06.14
F-merchandise ສິນຄ້າທີ່ນໍາເຂົ້າ ຈາກປະເທດ ເພື່ອນບ້ານໃກ້ຄຽງ ຣາຄາສູງຂື້ນ ເກືອບສອງເທົ່າ
RFA

ກົດຟັງສຽງ

ຫລັງຈາກ ພົບວ່າ ອັຕຣາ ເງີນເຟິ້ ໃນລາວ ຖີບຕົວ ສູງຂື້ນ 9.24% ໃນເດືອນ ເມສາ ແລະ ໃນຣະຍະ 6 ເດືອນ ຂອງຕົ້ນ ປີນີ້ ສະພາບ ເງີນເຟີ້ ໃນລາວ ໄດ້ຖີບຕົວ ສູງຂື້ນ ຢ່າງ ຕໍ່ເນື່ອງ ໂດຍສະເວັ່ຽ ປະມານ 6.79%. ດ້ວຍການ ຖີບຕົວ ສູງຂື້ນ ດ່ັງກ່າວ ຣັຖບານ ຈື່ງເຂົ້າມາ ແກ້ໄຂ ບັນຫາ ດ້ວຍການ ໃຊ້ ມາຕການ ຄວບຄຸມ ແລະ ປ້ອງກັນ ເພື່ອບໍ່ໃຫ້ ເຫດການ ດັ່ງກ່າວ ໜັກໜ່ວງ ລົງໄປ ກວ່ານີ້.

ທ່ານ ຄຳພັນ ຜຸຍຍາວົງ ຮອງ ກອງເລຂາ ຣັຖບານ ກ່າວວ່າ  ກອງປະຊຸມ ມີຂື້ນ ທີ່ຫ້ອງການ ຂອງ ນາຍົກ ຣັຖມົນຕຣີ ແລະ ທະນາຄານ ແຫ່ງຊາດ ກໍກຳລັງ ສີ້ງຊອມເບີ່ງ ການເໜັງຕີງ ຂອງອັຕຣາ ການ ແລກປ່ຽນ ເງີນກີບ ໃນເວລານີ້ ຮ່ວມດ້ວຍ ການ ຣົນນະຣົງ ຊັກຊວນໃຫ້ ປະຊາຊົນ ໃຊ້ເງີນກີບ ຫລາຍຂື້ນ. ທ່ານວ່າ ສະພາບ ເງີນເຟີ້ ຖີບຕົວ ສຸງຂື້ນ ເກືອບຮອດ 10% ໃນເດືອນ ເມສາ ປີນີ້.

ທ່ານ ຄຳພັນ ເວົ້າເພີ້ມວ່າ ຣັຖບານ ໃນຫລາຍ ປະເທດ ກໍໄດ້ວາງ ມາຕາການ ຢ່າງເຂັ້ມງວດ ການຄວບຄຸມ ສະພາບ ເງີນເຟີ້ ທີ່ເປັນພັຍ ຕໍ່ ເສຖກິດ ໂລກ ແລະ ການເປັນຢູ່ ຂອງ ປະຊາຊົນ ໃນປະເທດ ຕົນເອງ ໃນເວລານີ້. ປະຊາຊົນ ໃນບາງ ປະເທດ ຍັງໄດ້ ຮຽກຮ້ອງ ໃຫ້ ຣັຖບານ ເພີ້ມມາຕການ ການຫລຸດຜ່ອນ ສະພາບ ເງີນເຟີ້ ໃຫ້ຫລາຍຂື້ນ ເພາະ ສະພາບ ເງີນເຟີ້ ສົ່ງຜົລ ກະທົບ ຕໍ່ອຳນາດ ການຊື້ ສີນຄ້າ ແລະ ອາຫານ ການກີນ ຂອງພວກ ຂະເຈົ້າ.

ທ່ານວ່າ ຣັຖບານລາວ ພົບເຫັນ ບັນຫາ ເງີນເຟີ້ ໜັກໜ່ວງ ລົງໄປ ໃນແຕ່ລະ ເດືອນ ຊື່ງໃນ ເດືອນເມສາ ຖີບຕົວ ສູງຂື້ນ ເຖີງ 9.24% ຈາກ 5.56% ຂອງຕົ້ນ ປີນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.