ຊາວບ້ານ ຂ.ຫົວພັນ ອອກລ່າສັດປ່າ

ປັຈຈຸບັນ ມີຊາວບ້ານ ໃນແຂວງ ຫົວພັນ ອອກລັກລ່າ ສັດປ່າ ໃນເຂດ ປ່າສງວນ ນໍ້າແອດ-ພູເລີຍ ໃນຊ່ວງ ຣະດູຝົນ ເພາະຫລັງ ຣະດູ ເກັບກ່ຽວ ຊາວບ້ານ ກໍພາກັນ ລ່າສັດປ່າ ໄປຂາຍ ເພາະມີ ຣາຍໄດ້ ດີ.
ມະນີຈັນ
2011.08.16
F-Wild-animal-trade ຮູປຖ່າຍ ເມື່ອວັນທີ 14 ມິນາ 2011 ທີ່ສນາມບິນ ວຽງຈັນ ສາຍການບິນ ພາຍໃນ. ຄົນໂດຍສານ ກໍາລັງ ຊອກຫາ ເຄື່ອງຂອງ ເດີນທາງ ຂອງຕົນ. ຂ້າງຝາມີປ້າຍ ເຕືອນຫ້າມ ບໍ່ໃຫ້ ລັກລອບ ຊື້ຂາຍ ສັດປ່າ ໂດຍສະເພາະ ພວກໝີດໍາ. ແຕ່ປາກົດວ່າ ພວກທີ່ ລ້ຽງໝີຂາຍ ດູດເອົາ ບີໝີຂາຍ ກໍຂື້ນປ້າຍ ໂຄສະນາ ຂາຍ ຢ່າງສະບາຍ.
AFP PHOTO / HOANG DINH NAM

ກົດຟັງສຽງ

ຕາມຄໍາເວົ້າ ຂອງ ຍານາງ ອານິຕາ ບູຊາ ຜູ້ປະສານ ວຽກງານ ສໍາຣວດ ສັດປ່າ ໃນເຂດ ປ່າສງວນ ນໍ້າແອດ-ພູເລີຍ:

"ຈາກການ ທີ່ວ່າໄດ້ ສອບຖາມ ແລ້ວກໍລົມ ກັບທີມງານ ທີ່ວ່າ ເຂົາເຈົ້າ ເຮັດລາດຕະເວນ ຕາມປ່າ ເຂົາເຈົ້າ ກະວ່າ ຊ່ວງນີ້ ກະມີຄົນ ເຂົ້າປ່າ ໄປລ່າ ເພາະວ່າ ເຂົາເຈົ້າ ອາຈຈະແລ້ວ ເຮັດໄຮ່ ເຮັດນາ ຊ່ວງນີ້ ເຂົາເຈົ້າ ກໍເລີຍໄປ ລ່າຫລາຍ ຊ່ວງນີ້ ມັນຍາມຝົນ ຫຍ້າມັນ ສິຂຶ້ນຫລາຍ ມັນສິມີ ພວກສັດ ທີ່ວ່າ ເປັນເຫຍື່ອ ອອກມາ ກິນຫຍ້າ".

ໃນຊ່ວງ ຣະດູຝົນ ຕາມພື້ນ ທີ່ລຸ່ມ ຫລາຍບ່ອນ ໃນປ່າສງວນ ນໍ້າແອດ-ພູເລີຍ ມີຫຍ້າ ຂຶ້ນງາມ ເຮັດໃຫ້ ສັດປ່າ ທີ່ກິນຫຍ້າ ເຊັ່ນ ກວາງ ມັກອອກ ມາຫາ ຫຍ້າກິນ ຊຶ່ງເຮັດ ໃຫ້ພວກ ນັກລ່າ ສາມາດ ຈັບ ຫລື ໃຊ້ປືນ ຍິງໄດ້ ງ່າຍຂຶ້ນ. 

ການລ່າສັດ ໃນເຂດ ປ່າສງວນ ແຫ່ງຊາດ ເປັນເລື່ອງ ທີ່ຜິດ ກົດໝາຍ ຜູ້ທີ່ຖືກ ຈັບໄດ້ ຈະຖືກ ລົງໂທດ ໜັກ ແຕ່ພວກ ມັກລ່າ ກໍຍັງ ລັກລ່າ ຢູ່ເລື້ອຍ ໃນເຂດ ຫວງຫ້າມ ເຖິງແມ່ນວ່າ ທາງການ ພຍາຍາມ ກວດກາ ແລະ ຈັບກຸມ ແຕ່ພວກ ນັກລ່າ ກໍບໍ່ຢ້ານ ຍ້ອນຮູ້ ເສັ້ນທາງ ຫລົບໜີ ເປັນຢ່າງດີ. 

ປັຈຈຸບັນ ສັດປ່າ ຫລື ຊິ້ນສ່ວນ ສັດປ່າ ເຊັ່ນ ເຂົາ ໜັງ ຮວມເຖິງ ຊີ້ນ ສັດປ່າ ກໍາລັງ ເປັນທີ່ ນິຍົມ ຂອງຄົນ ໂດຍສະເພາະ ຊາວຕ່າງ ປະເທດ. ດັ່ງນັ້ນ ເມື່ອສັດປ່າ ມີຣາຄາ ສູງຂຶ້ນ ກໍຍິ່ງເຮັດ ໃຫ້ມີ ຄົນລ່າ ໄປຂາຍ ຫລາຍຂຶ້ນ ຊື່ງເປັນ ບັນຫາ ທີ່ທາງ ຣັຖບານ ຕ້ອງແກ້ໄຂ ກ່ອນທີ່ ສັດປ່າ ໃນລາວ ຈະສູນ ພັນໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.